ລົງຕິດຕາມ, ຊຸກຍູ້ ວຽກງານໂພຊະນາການ ຢູ່ບ້ານເປົ້າໝາຍຂອງ ທລຍ ເມືອງຫຼາ-ນາໝໍ້ ແຂວງອຸດົມໄຊ

Posting Date: 
22 Sep 2021

ລົງຕິດຕາມ, ຊຸກຍູ້ ວຽກງານໂພຊະນາການ ຢູ່ບ້ານເປົ້າໝາຍຂອງ ທລຍ ເມືອງຫຼາ-ນາໝໍ້ ແຂວງອຸດົມໄຊ

 

ໂດຍ: ອາລຸນໄຊ ຈິນດາໄຊ, ໂພຊະນາການ ທລຍ ເມືອງ ຫຼາ-ນາໝໍ້

 

          ໃນກາງເດືອນກັນຍາ 2021 ຜ່ານມາ, ທີມງານໂພຊະນາການ ແລະ ພັດທະນາຊຸມຊົນ ເມືອງຫຼາ-ນາໝໍ້ ແລະ ພະນັກງານ ທລຍ ຂັ້ນບ້ານ ໄດ້ລົງຕິດຕາມ ແລະ ຊຸກຍູ້ ວຽກງານໂພຊະນາການ ຢູ່ໃນ 19 ບ້ານເປົ້າໝາຍຂອງ ທລຍ ໃນສອງເມືອງດັ່ງກ່າວ. ໃນການລົງຕິດຕາມ ແລະ ຊຸກຍູ້ ໃນແຕ່ລະຄັ້ງ, ທີມງານ ທລຍ ຂັ້ນເມືອງ ແລະ ຂັ້ນບ້ານ ໄດ້ອະທິບາຍເຖິງຄວາມສຳຄັນຂອງໂພຊະນາການ, ການກິນອາຫານໃຫ້ຄົບຕາມໝວດອາຫານ ແລະ ຄວາມສຳຄັນຂອງການເບິ່ງແຍງສຸຂະພາບຂອງ ແມ່ຖືພາ, ແມ່ລູກອ່ອນ ແລະ ເດັກນ້ອຍ. ຫຼັງຈາກນັ້ນ ກໍໄດ້ເປີດໂອກາດໃຫ້ສະມາຊິກກຸ່ມ ໂພຊະນາການ (ກພກ) ສົນທະນາແລກປ່ຽນຄໍາເຫັນເຊິ່ງກັນ ແລະ ກັນຢ່າງຕັ້ງໜ້າ, ພ້ອມດຽວກັນນັ້ນ ທີມງານ ທລຍ ຂັ້ນບ້ານ ກໍຍັງໄດ້ສາທິດ ແລະ ຝຶກອົບຮົມກັບທີ່ ໃນການປຸງແຕ່ງອາຫານຂອງແມ່ຖືພາ, ແມ່ລູກອ່ອນ ແລະ ເດັກນ້ອຍ ຕາມສູດອາຫານຫຼັກທັງ 8 ສູດ ໃຫ້ກັບສະມາຊິກ ກພກ ອີກດ້ວຍ.

ໃນໄລຍະເດືອນກັນຍາ 2021 ນີ້ ທິມງານ ທລຍ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ແລະ ໃຫ້ຄວາມຮູ້ແກ່ ກຸ່ມໂພຊະນາການ ໄດ້ທັງໝົດຈຳນວນ 95 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 1.739 ເທື່ອຄົນ; ໃນນີ້ ແມ່ຖືພາ 340 ເທື່ອຄົນ, ແມ່ລູກອ່ອນ 302 ເທື່ອຄົນ, ເດັກອາຍຸ 0-5 ເດືອນ 302 ເທື່ອຄົນ, ແລະ ເດັກອາຍຸ 6-23 ເດືອນ 795 ເທື່ອຄົນ.