ລົງຕິດຕາມຊຸກຍູ້ສົ່ງເສີມວຽກງານໂພຊະນາການ ຢູ່ບ້ານເປົ້າໝາຍ ທລຍ ເມືອງຂວາ

Posting Date: 
29 Sep 2021

ລົງຕິດຕາມຊຸກຍູ້ສົ່ງເສີມວຽກງານໂພຊະນາການ ຢູ່ບ້ານເປົ້າໝາຍ ທລຍ ເມືອງຂວາ

 

ໂດຍ: ປານີ ພິລາຜົນ, ໂພຊະນາການ ເມືອງຂວາ

 

ໃນກາງເດືອນກັນຍາ 2021 ຜ່ານມາ, ພະນັກງານໂພຊະນາການຂັ້ນບ້ານ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງຂວາ, ແຂວງຜົ້ງສາລີ ໂດຍຮ່ວມກັບຫ້ອງການສາທາລະນະສຸກເມືອງຂວາ ໄດ້ລົງຕິດຕາມຊຸກຍູ້ສົ່ງເສີມ ໃຫ້ຄວາມຮູ້ດ້ານໂພຊະນາການ ໂດຍສະເພາະແມ່ນການແຕ່ງກິນ ເຮັດອາຫານເສີມ ໃຫ້ແກ່ກຸ່ມໂພຊະນາການບ້ານ (ກພກ) ຢູ່ບັນດາບ້ານເປົ້າໝາຍ ທັງໝົດ 27 ບ້ານ ຊຶ່ງມີ 27 ກຸ່ມ ແລະ ສະມາຊິກໂພຊະນາການ ທັງໝົດ 791 ຄົນ.

ການລົງຕິດຕາມຊຸກຍູ້ສົ່ງເສີມໃຫ້ຄວາມຮູ້ກ່ຽວກັບອາຫານ ແລະ ໂພຊະນາການ ໃນຄັ້ງນີ້ ໄດ້ນໍາພາເອື້ອຍນ້ອງແມ່ຍິງ ເຮັດກິດຈະກໍາການແຕ່ງກິນ ເຮັດອາຫານເສີມ ໃຫ້ແມ່ຍິງຖືກພາ 84 ຄົນ, ແມ່ລູກອ່ອນ 66 ຄົນ, ເດັກນ້ອຍອາຍຸ 0-5 ເດືອນ 66 ຄົນ ແລະ ເດັກນ້ອຍອາຍຸ 6-23 ເດືອນ 269 ຄົນ. ນອກຈາກນັ້ນ, ແມ່ ຫຼື ຜູ້ດູແລເດັກ ຍັງໄດ້ຮຽນວິທີການໃໝ່ ເຊັ່ນ: ເຕັກນິການແຕ່ງອາຫານໃຫ້ເດັກອາຍຸ 6-23 ເດືອນ ທີ່ມີກິ່ນຫອມ ເດັກນ້ອຍມັກກິນ, ການຖະໝອມອາຫານໂດຍການເອົາເຂົ້າມາບົດໄວ້ ແລ້ວເອົາໄປແຕ່ງໃຫ້ລູກກິນເອງຢູ່ບ້ານ ໃນຄັ້ງຕໍ່ ເຮັດໃຫ້ແມ່ ຫຼື ຜູ້ດູແລເດັກ ມີເວລາໄປເຮັດວຽກອື່ນ.