ຄອບຄົວຕົວແບບໃນການສ້າງລາຍຮັບ

Posting Date: 
20 Oct 2021

ຄອບຄົວຕົວແບບໃນການສ້າງລາຍຮັບ

 

ໂດຍ: ພູນຕາວັນ ອີນທຽມວົງ, ຫົວໜ້າ ທລຍ ເມືອງຫົວເມືອງ-ເມືອງຊ່ອນ

 

ຄອບຄົວ ທ່ານ ບຸນທະວີ ແມ່ນຄອບຄົວໜຶ່ງທີ່ອາໃສຢູ່ບ້ານ ຮົມກອງ, ເມືອງຫົວເມືອງ, ແຂວງຫົວພັນ ຄອບຄົວຂອງລາວມີສະມາຊິກ ທັງໝົດ 6 ຄົນ, ຍິງ 2 ຄົນ, ມີແຮງານຕົ້ນຕໍ 3 ແຮງງານ, ແຮງງານສຳຮອງມີ 2 ແຮງງານ. ທ່ານ ບຸນທະວີ ໄດ້ເຂົ້າເປັນສາມາຊິກກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ແຕ່ປີ 2017 ແລະ ໄດ້ຮັບການຝຶກອົບຮົມເຕັກນິກ-ວິຊາການລ້ຽງໝູຈາກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໂດຍການສະໜັບສະໜູນທຶນຈາກກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ).

ພາຍຫຼັງໄດ້ຮັບຄວາມຮູ້ຈາກການຝຶກອົບຮົມຄັ້ງນັ້ນ, ທ່ານ ບຸນທະວີ ໄດ້ສັກຢາວັກຊີນປ້ອງກັນພະຍາດໃຫ້ສັດລ້ຽງຂອງຜູ້ກ່ຽວໃນແຕ່ລະປີ ຕາມການແນະນຳຈາກວິຊາການ ເຮັດໃຫ້ລາວໄດ້ມີຄວາມຊໍານິຊໍານານ. ໃນຄັ້ງທຳອິດ, ລາວໄດ້ກູ້ຢືມເງິນຈາກກອງທຶນ ກຊກ ບ້ານ ໃນງວດທຳອິດ 1 ລ້ານ ກີບ ໂດຍເອົາມາສົມທົບໃສ່ເງີນທີ່ມີໃນຄອບຄົວຈຳນວນໜຶ່ງ ແລະ ໄດ້ລົງທຶນໃສ່ກິດຈະກຳລ້ຽງໝູ. ໃນທຶນກູ້ຢືມຈໍານວນດັ່ງກ່າວ, ລາວໄດ້ຊື້ໝູແມ່ພັນຈຳນວນ 5 ໂຕມາລ້ຽງຊຶ່ງໃຊ້ໄລຍະເວລາໜຶ່ງປີ, ລາວສາມາດຂາຍໝູນ້ອຍທັງໝົດ 30 ໂຕ, ຊຶ່ງສ້າງລາຍຮັບໄດ້ ຈຳນວນ 10 ລ້ານກ່ວາກີບ. ທ່ານ ບຸທະວີ ໄດ້ສົ່ງຕົ້ນທືນຄືນພ້ອມດອກເບ້ຍໃຫ້ກອງທຶນ ກຊກ ບ້ານ ຈຳນວນທັງໝົດ 1.120.000 ລ້ານ ກີບ, ລາວຍັງມີເງິນເຫຼືອຈາກການສົ່ງທຶນຄືນນັ້ນ ໄດ້ໄປຊື້ງົວໄດ້ 2 ແມ່ ເປັນເງິນຈໍານວນ 8 ລ້ານກີບ.ພິເສດໄປກວ່ານັ້ນ, ລາວຍັງເຫຼືອໝູແມ່ພັນຈຳນວນ 5 ແມ່ເພື່ອສືບຕໍ່ລ້ຽງ ແລະ ຂະຫຍາຍ. ນີ້ສະແດງໃຫ້ເຫັນວ່າການລ້ຽງໝູມີກຳໄລຂອງທ່ານ ບຸນທະວີ ສ້າງກຳໄລ ແລະ ມີລາຍຮັບດີຂຶ້ນ, ສະນັ້ນ ລາວຈຶ່ງຕັດສີນໃຈຢືມເງິນນໍາກອງທຶນ ກຊກ ບ້ານຕື່ມອີກໃນຮອບວຽນທີ 2 ເປັນຈຳນວນເງິນ 2 ລ້ານ ເພື່ອໄປຊື້ໝູແມ່ພັນມາເພີ່ມ 2 ແມ່,ຊຶ່ງເປັນມູນຄ່າ 2 ລ້ານກີບ. ຜ່ານການລ້ຽງເປັນເວລາໜຶ່ງປີ (ປີທີ 2 ໃນຮອບວຽນທີ 2), ຈຳນວນໝູແມ່ພັນ 7 ໂຕ ໄດ້ເກີດໝູນ້ອຍໄດ້ 46 ໂຕ ແລະ ພາຍຫຼັງ ໝູນ້ອຍປະນົມ, ລາວໄດ້ຂາຍໝູນ້ອຍຈໍານວນດັ່ງກ່າວເປັນເງິນຈໍານວນ 16.000.000 ກີບ ພ້ອມທັງສົ່ງເງິນຕົ້ນທຶນ ແລະ ດອກເບ້ຍ ຈໍານວນ 2.240.000 ກີບ. ໃນຮອບວຽນທີ່ 3, ທ່ານ ບຸນທະວີ ໄດ້ຕັດສິນໃຈຢືມເງິນຈາກກອງທຶນ ກຊກ ບ້ານ ຈໍານວນ 3 ລ້ານກີບ ເພື່ອໄປຊື້ໝູມາເພີ່ມຕື່ມ 3 ແມ່ ເປັນມູນຄ່າ 3 ລ້ານກີບ, ຜ່ານການລ້ຽງໃນໄລຍະເທົ່າກັນ, ໝູແມ່ພັນ 7 ແມ່ ໄດ້ເກີດລູກໝູ ຈໍານວນ 63 ໂຕ ແລ້ວລາວໄດ້ຂາຍໝູນ້ອຍ ອອກເປັນຈໍານວນເງິນ 22.000.000 ກີບ ແລະ ໄດ້ຊໍາລະທຶນກູ້ ຄັ້ງທີ່ 3 ລວມທັງດອກເບ້ຍ ຈໍານວນ 3.360.000 ກີບ. ທ່ານ ບຸນທະວີ ໄດ້ຂະຫຍາຍກິດຈະກຳການລ້ຽງໝູຈາກຈໍານວນໝູແມ່ພັນ 7 ໂຕ ເພື່ອຜະລິດແມ່ພັນ ແລະ ຂາຍລູກໝູ ໃນຮອບວຽນທີ 4 ແລະ 5 ຊຶ່ງສາມາດສ້າງລາຍຮັບໄດ້ຈຳນວນເງິນ 28 ລ້ານກີບ ໃນປີທີ 4 ແລະ ໃນປີທີ 5 ໄດ້ເງິນຈາກຂາຍໝູແມ່ພັນ ແລະ ໝູນ້ອຍທັງໝົດ  76 ລ້ານກີບ. ຈາກການຜົນສໍາເລັດໃນການລ້ຽງໝູ, ທ່ານບຸນທະວີ ນໍາໃຊ້ທຶນສ່ວນຕົວສົມທົບກັນເງິນກູ້ຈາກກອງທຶນ ກຊກ ລົງທຶນໃສ່ກິດກຳລ້ຽງສັດປີກ, ລ້ຽງແບ້, ລ້ຽງປາ, ລ້ຽງໝູ, ປູກຜັກສວນຄົວ ແລະ ລ້ຽງງົວ-ຄວາຍ ລວມທັງເຮັດສວນຫຍ້າລ້ຽງສັດ ເພື່ອໄວ້ໃຫ້ສັດກິນ.

 ປະຈຸບັນທ່ານ ບຸນທະວີ ມີສັດປີປະມານ 85 ໂຕ, ແບ້ 6 ໂຕ, ໝູ 13 ໂຕ, ງົວ  22 ໂຕ, ຈົກໜອງປາໄດ້ 1 ໜອງ ສາມາດປ່ອຍປາໄດ້ 2-3 ພັນໂຕ, ເຮັດສວນຫຍ້າໄດ້ 1 ແຫ່ງ ໃນເນື້ອທີ່ ປະມານ 3 ເຮັກຕາ. ເຫັນວ່າສະຖານທີ່ລ້ຽງສັດມີຝຸ່ນຈຳນວນຫຼາຍ ແລະ ມີນໍ້າພຽງພໍ ຈຶ່ງລົງທືນຊື້ຕາໜ່າງເຫລັກມາອ້ອມຮົ້ມເພື່ອເຮັດສວນປູກຜັກ 1 ແຫ່ງ ໃນເນື້ອທີ່ 500 ຕາເເມັດ ລວມການລົງທຶນໃນຮອບວຽນທີ່ 5 ມີມູນຄ່າປະມານ 16 ລ້ານກ່ວາກີບ, ໃນຮອບວຽນທີ 5 ນີ້ລາວ ຄາດວ່າຈະສາມາດສ້າງລາຍຮັບໃຫ້ແກ່ຄອບຄົວປະມານ 50 ລ້ານກ່ວາກີບ, ຖ້າເອົາລາຍຮັບມາລົບລາຍຈ່າຍ ເຫັນວ່າ ຍັງມີເງີນເຫຼືອ 30 ລ້ານກ່ວາ ກີບ, ມີເງີນສາມາດສົ່ງລູກຮຽນ, ມີເງີນແຮໄວ້ປີ່ນປົວເວລາເຈັບເປັນ ແລະ ຍັງມີສັດລ້ຽງໄວ້ເປັນພໍ່ແມ່ພັນ. ສະນັ້ນ ສາມາດເວົ້າໄດ້ວ່າ ຄອບຄົວທ່ານບຸນທະວີ ເປັນຄອບຄົວໜື່ງທີ່ມີຄວາມບຸກບືນ, ສາມາດເປັນແບບຢ່າງໃຫ້ແກ່ຄອບຄົວອື່ນຢູ່ໃນບ້ານ ແລະ ບ້ານອື່ນໆ ອີກດ້ວຍ.