ບ້ານອາສົກໃຫຍ່ ມີນໍ້າພຽງພໍໃນການຜະລິດກະສິກໍາ

Posting Date: 
19 Jan 2022

ບ້ານອາສົກໃຫຍ່ມີນໍ້າພຽງພໍໃນການຜະລິດກະສິກໍາ

ໂດຍ: ທອງໂສ ສີລັດຕະນະວົງ, ຈັດຊື້-ຈັດຈ້າງ, ທລຍ ແຂວງສາລະວັນ

ໃນປີ 2021 ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮັບທຶນສົມທົບຈາກລັດຖະບານລາວ ລວມທັງໝົດ 2 ຕື້ກວ່າກີບ ເພື່ອຈັດຕັ້ງປະຕິບັດໂຄງການຍ່ອຍຢູ່ 3 ເມືອງ ຂອງແຂວງສາລະວັນ ຄື: ເມືອງຕຸ້ມລານ, ເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ ຊື່ງເປັນເມືອງພູດອຍ ແລະ ນອນໃນແຜນພັດທະນາເມືອງທຸກຍາກ ຂອງແຂວງສາລະວັນ.

ສຳລັບເມືອງສະໝ້ວຍ ໄດ້ຮັບການສະໜັບສະໜູນ 3 ໂຄງການ ຄື: ໂຄງການສ້ອມແປງໂຮງຮຽນປະຖົມ 3 ຫ້ອງ ຢູ່ ບ້ານພີນເບ ກຸ່ມ 2, ໂຄງການສ້ອມແປງໂຮງຮຽນປະຖົມ 3 ຫ້ອງ ຢູ່ບ້ານຕາລໍໃຕ້ ກຸ່ມ 4, ໂຄງການກໍ່ສ້າງລະບົບຊົນລະປະທານ ຢູ່ບ້ານອາສົກໃຫຍ່ ກຸ່ມ 3. ໂຄງການເຫຼົ່ານີ້ ແມ່ນມາຈາກຄວາມຕ້ອງການ ແລະ ຈຳເປັນຂອງຊຸມຊົນເອງ  ໂດຍອີງໃສ່ແຜນພັດທະນາເສດຖະກິດຂອງເມືອງ ແລະ ຈຸດສຸມຂອງແຂວງ ແລະ ສະໜອງທຶນຕາມງົບປະມານທີ່ມີຂອງ ທລຍ. ໂຄງການກໍ່ສ້າງຝາຍນໍ້າລົ້ນ ບ້ານອາສົກໃຫຍ່ ກຸ່ມ 3 ທີ່ມີຂະໜາດການກໍ່ສ້າງ 10 x 17 ແມັດ, ວາງທໍ່ສົ່ງນໍ້າເຂົ້າເນື້ອທີ່ທໍາການຜະລິດ ຍາວ 2.400 ແມັດ, ຂະໜາດຂອງທໍ່ແມ່ນ P 90 ມມ ແມ່ນໂຄງການໜຶ່ງທີ່ມີຄວາມສຳຄັນຕໍ່ການດຳລົງຊີວິດຂອງປະຊາຊົນ ຊຶ່ງມີມູນຄ່າເກືອບ 400 ລ້ານກີບ, ໃນນັ້ນ ຊຸມຊົນປະກອບສ່ວນທາງດ້ານແຮງງານ ແລະ ວັດຖຸທ້ອງຖິ່ນທີ່ຫາໄດ້ ຄິດເປັນມູນຄ່າ 20 ລ້ານກວ່າກີບ.

ບ້ານອາສົກໃຫຍ່, ກຸ່ມ 3, ເມືອງສະໝ້ວຍ, ແຂວງສາລະວັນ ເປັນບ້ານຊົນເຜົ່າປະໂກະ, ມີພົນລະເມືອງທັງໝົດ 492 ຄົນ, ຍິງ 247ຄົນ,  ມີ 64 ຄອບຄົວ, 56 ຫລັງຄາເຮືອນ,  ອາຊີບຕົ້ນຕໍແມ່ນເຮັດໄຮ່, ເຮັດນາ, ປູກພືດຕ່າງໆ ແລະ ລ້ຽງສັດ. ເມື່ອກ່ອນປະຊາຊົນບ້ານອາສົກໃຫຍ່ ກຸ່ມ 3 ເຮັດນາແຊງແບບປະຖົມປະຖານຕາມທໍາມະຊາດ, ປະຈຸບັນພາຍຫຼັງການກໍ່ສ້າງຝາຍນໍ້າລົ້ນ ໄດ້ສຳເລັດແລ້ວ ສາມາດຕອບສະໜອງນໍ້າໃຫ້ແກ່ການຜະລິດທັງນາແຊງ ແລະ ນາປີ ໄດ້ 14 ເຮັກຕາ. ນອກຈາກນັ້ນ, ປະຊາຊົນບ້ານດັ່ງກ່າວ ຍັງນໍາໃຊ້ນໍ້າຈາກຝາຍນໍ້າລົ້ນ ປູກພືດສຳຮອງ ຄື: ມັນຕົ້ນ,  ຢາງບົງ, ສາລີ, ເຂົ້າໄຮ່, ກ້ວຍ, ອ້ອຍ ແລະ ລ້ຽງສັດຕ່າງໆ ປະມານ 6 ເຮັກຕາ ເພື່ອບໍລິໂພກໃນຄອບຄົວ ແລະ ສົ່ງຂາຍພາຍໃນເມືອງ ແລະ ແລກປ່ຽນສີນຄ້າ ກັບປະຊາຊົນຄົນຫວຽດນາມ ທີ່ອາໃສຢູ່ລຽບຕາມຊາຍແດນ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ.