ການກວດກາ ແລະ ມອບຮັບ 5 ໂຄງການຍ່ອຍ ທີ່ເມືອງດາກຈຶງ

Posting Date: 
31 Jan 2022

ການກວດກາ ແລະ ມອບຮັບ 5 ໂຄງການຍ່ອຍ ທີ່ເມືອງດາກຈຶງ

 

ໂດຍ: ພົມມາ ວໍລະສີງ, ຜູ້ປະສານງານທລຍ ແຂວງເຊກອງ

 

ໃນລະຫວ່າງ ວັນທີ 18 ຫາ 21 ມັງກອນ 2022 ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງເຊກອງຮ່ວມກັບ ພະແນກກະສິກໍາ ແລະ ປ່າໄມ້ແຂວງເຊກອງ, ຫ້ອງການ ທລຍ ເມືອງດາກຈຶງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ພ້ອມດ້ວຍຄະນະກຳມະການ ຈາກຫ້ອງການທີ່ກ່ຽວຂ້ອງ ໄດ້ລົງປະເມີນ, ກວດກາ ການກໍ່ສ້າງ ພ້ອມທັງຈັດພິທີມອບຮັບ 5 ໂຄງການຍ່ອຍ ໃນ 5 ບ້ານເປົ້າໝາຍ ເຊິ່ງປະກອບມີ: ໂຄງການກໍ່ສ້າງ ຝາຍນ້ຳລົ້ນ ບ້ານດາກຈາງ ແລະ ໂຄງການກໍ່ສ້າງ ແລະ ປັບປຸງລະບົບນ້ຳລີນ 4 ໂຄງການ ຢູ່ບ້ານດາກບູ, ບ້ານດາກມັນ, ບ້ານດາກສາ ແລະ ບ້ານດາກຢາງ, ເຊິ່ງເລີ່ມລົງມືກໍ່ສ້າງ ມາແຕ່ກາງເດືອນຕຸລາ ປີ 2021 ແລະ ສຳເລັດໃນທ້າຍເດືອນທັນວາປີ 2021. ທຶນສະໜັບສະໜູນໂຄງການດັ່ງກ່າວນັ້ນ ມີມູນຄ່າທັງໝົດ 929,184,392 ກີບ ເຊິ່ງເປັນບ້ວງທຶນສົມທົບຂອງລັດຖະບານລາວ ໃນສົກປີ 2021 ໂດຍຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ,ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີມອບຮັບໂຄງການໃນຄັ້ງນີ້ ໂດຍທ່ານ ບູນສຳ ສີສັກ, ຄະນະພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ, ຜູ້ຊີ້ນຳວຽກງານ ທລຍ ແຂວງເຊກອງ. ໃນພິທິດັ່ງກ່າວ ໄດ້ຮັບຟັງການລາຍງານ ຈາກທີມງານຈັດຕັ້ງປະຕິບັດຂັ້ນບ້ານຂອງແຕ່ລະບ້ານ ແລະ ການປະກອບຄຳຄິດຄໍາເຫັນຂອງຄະນະກວດກາຈາກພາກສ່ວນຕ່າງໆ ຊຶ່ງຜ່ານການລົງປະເມີນ, ກວດກາ ການກໍ່ສ້າງ ເຫັນວ່າ ທຸກໂຄງການ ແມ່ນສຳເລັດ 100% ແລະ ກໍໄດ້ສຳເລັດການຝຶກອົບຮົມຄຸ້ມຄອງນຳໃຊ້ ໃຫ້ປະຊາຊົນໃນບັນດາບ້ານດັ່ງກ່າວແລ້ວ.

 

ໃນຕອນທ້າຍພິທີມອບຮັບໂຄງການໃນຄັ້ງນີ້ ທ່ານ ບູນສຳ ສີສັກ ກໍໄດ້ມີຄໍາເຫັນ ໂດຍສະແດງຄວາມຊົມເຊີຍທຸກພາກສ່ວນ ທີ່ໄດ້ເອົາໃຈໃສ່ ແລະ ການມີສ່ວນຂອງຊຸມຊົນ ຈົນສຳເລັດການກໍ່ສ້າງບັນດາໂຄງການຍ່ອຍເຫຼົ່ານັ້ນ ແລະ ທ່ານຍັງຂໍໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນ ເອົາໃຈໃສ່ ຄຸ້ມຄອງ ແລະ ນໍາໃຊ້ ໂຄງການເຫຼົ່ານັ້ນ ໃຫ້ເກີດຜົນປະໂຫຍດສຸງສຸດ ໂດຍສະເພາະການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ ແລະ ປັບປຸງຊິວິດການເປັນຢູ່ໃຫ້ດີຂື້ນເທື່ອລະກ້າວ.