23 ບ້ານຂອງເມືອງຊໍາໃຕ້ ປ່ອຍກູ້ຈາກເງິນຕົ້ນທຶນໝູນວຽນ ໃຫ້ສະມາຊິກກຸ່ມຊ່ວຍເຫລືອກັນ

Posting Date: 
03 Feb 2022

23 ບ້ານຂອງເມືອງຊໍາໃຕ້ ປ່ອຍກູ້ຈາກເງິນຕົ້ນທຶນໝູນວຽນ ໃຫ້ສະມາຊິກກຸ່ມຊ່ວຍເຫລືອກັນ

 

ໂດຍ: ສຸກລະກອນ ອໍາພາວັນ, ຫົວໜ້າທີມ ທລຍ ເມືອງຊໍາໃຕ້

          ໃນລະຫວ່າງເດືອນກັນຍາ ຫາ ເດືອນທັນວາ ປີ 2021 ກຸ່ມຊ່ວຍເຫລືອກັນ (ກຊກ) ໃນ 23 ບ້ານ ຂອງເມືອງຊໍາໃຕ້ ໄດ້ປ່ອຍກູ້ຈາກເງິນຕົ້ນທຶນໝູນວຽນ ໃຫ້ແກ່ສະມາຊິກ ກຊກ 685 ຄົນ (ຍິງ 684 ຄົນ) ເພື່ອໄປເຮັດກິດຈະກຳສ້າງລາຍຮັບ ເຊັ່ນ: ລ້ຽງສັດປີກ, ລ້ຽງຫມູ, ລ້ຽງແບ້, ລ້ຽງປາ, ລ້ຽງມ້ອນ, ຕໍ່າຫູກ ແລະ ຄ້າຂາຍຍ່ອຍ ເປັນຈຳນວນເງິນທັງໝົດ 1,021,552,000 ກີບ ໃນອັດຕາດອກເບ້ຍ 0,5% ຕໍ່ເດືອນ ເຊຶ່ງການຊໍາລະເງິນຕົ້ນທຶນ ແລະ ດອກເບ້ຍ ແມ່ນກໍານົດ 1 ປີ ຈື່ງຈະໄດ້ເກັບກູ້ຄືນ ເພື່ອໃຫ້ສະມາຊິກຜູ້ອື່ນຢືມຕໍ່. ລາຍລະອຽດການກູ້ຢືມຂອງສະມາຊິກ ກຊກ ເພື່ອເຮັດກິດຈະກໍາສ້າງລາຍຮັບ ມີຄື: 26 ຄົນ ຢືມເງິນ 34.200.000 ກີບ ເພື່ອລ້ຽງແບ້;341 ຄົນ ຢືມເງິນ 557.952.000 ກີບເພື່ອລ້ຽງໝູ; 224 ຄົນ ຢືມເງິນ 280,900,000 ກີບ ເພື່ອລ້ຽງສັດປິກ; 86 ຄົນ ຢືມເງິນ 126,000,000 ກີບ ເພື່ອຕໍ່າຫູກ ແລະ 8 ຄົນ ຢືມເງິນ22,500,000 ກີບ ເພື່ອລ້ຽງມ້ອນ. ຄາດວ່າສະມາຊິກ ກຊກ ທັງໝົດ 685 ຄົນ ທີ່ກູ້ຢືມເງິນຈໍານວນ 1 ຕື້ກວ່າກີບ ເພື່ອໄປເຮັດກິດຈະກໍາສ້າງລາຍຮັບຕ່າງໆນັ້ນ ຈະມີກໍາໄລປະມານ 50% ຂອງເງິນຕົ້ນທຶນ ຫລັງຈາກທີ່ສົ່ງເງິນຕົ້ນທຶນ ແລະ ດອກເບ້ຍແລ້ວ. ອັນນີ້ ສະແດງໃຫ້ເຫັນວ່າ ກອງທຶນ ກຊກ ມີຄວາມສໍາຄັນຫຼາຍຕໍ່ແກ່ສະມາຊິກ ກຊກ ເຊິ່ງຈະຊ່ວຍໃຫ້ເຂົາເຈົ້າ ສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.