ທລຍ ເມືອງໜອງແຮດ ສຳເລັດຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ ທລຍ ປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022

Posting Date: 
09 Feb 2022

ທລຍເມືອງ​ໜອງ​ແຮດ ສຳ​ເລັດຈັດກອງປະຊຸມສະຫຼຸບ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ທລຍ

ປະຈຳ​ປີ 2021 ​ແລະ ວາງ​ທິດ​ທາງ​ແຜນການ​​ ປີ 2022

ໂດຍ: ເກົາ​ວື່ ໝອກ​ພູ​ຂຽວ, ຫົວໜ້າ​ທີ​ມງານ ທລຍ ​ເມືອງ​ໜອງ​ແຮດ    

 

          ​ໃນ​ວັນ​ທີ 28 ມັງກອນ 2022 ຜ່ານ​ມາ​ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງໜອງແຮດ ໄດ້ຈັດກອງປະຊຸມສະຫຼຸບ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ທລຍ ປະຈຳ​ປີ 2021 ​ແລະ ວາງ​ທິດ​ທາງ​ແຜນການ​​ປີ 2022 ​ຂຶ້ນ​ທີ່​ສະໂມ​ສອນ​​ໃຫ່ຍຂອງ​ເມືອງ​ໜອງ​ແຮດ, ​ແຂວງ​ຊຽງ​ຂວາງ ໂດຍໃຫ້ກຽດ​ເປັນ​ປະທານ​ຂອງ ທ່ານ ຕູ້​ຢ່າ ຢົງ​ວ່າ, ກໍາມະການ​ພັກ​ແຂວງ, ​ເລ​ຂາ​ພັກ​ເມືອງ ​ເຈົ້າ​ເມືອງ-ເມືອງໜອງ​ແຮດ ແລະ ການເຂົ້າຮ່ວມຂອງ​ບັນດາ​ຄະນະ​ປະຈຳ​ພັກ​ເມືອງ, ກຳມະການ​ພັກ​ເມືອງ, ຫົວໜ້າ​, ຮອງ​ຫົວໜ້າຫ້ອງ​ການ​ ອ້ອມ​ຂ້າງ​ເມືອງ, ພ້ອມທັງ ​ທີ​ມງານ ທລຍ ​ເມືອງ, ທລຍ ຂັ້ນ​ບ້ານ ​ແລະ ​ອົງການ​ປົກຄອງ​ບ້ານ​ເປົ້າ​ໝາຍ ທລຍ ຈຳນວນ 36 ບ້ານ ​ເຂົ້າ​ຮ່ວມ​ທັງ​ໝົດ 73 ຄົນ (ຍິງ 18 ຄົນ).

          ​ໃນກອງ​ປະຊຸມ​ດັ່ງກ່າວ ທ່ານ ​ເກົາ​ວື່​ ໝອກ​ພູ​ຂຽວ, ຫົວຫ​ນ້າ​ທີ​ມງານ ທລຍ ​ເມືອງ​ໜອງ​ແຮດ ​​ໄດ້​ລາຍງານ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ທລຍ ​ໃນ​ໄລະ​ໜຶ່ງປີຜ່ານ ​ແລະ ວາງ​ທິດ​ທາງ​ແຜນການ​ໃນປີ 2022. ​ສໍາລັບ​ປີ 2021 ທລຍ ​ເມືອງ​ໜອງ​ແຮດ ​ໄດ້​ຈັດ​ຕັ້ງ​ປະຕິບັດວຽກງານຢູ່​ບ້ານ​ເປົ້າ​ໝາຍ 36 ບ້ານ, ມີຄອບຄົວ​ທັງ​ໝົດ​ 2,442 ຄອບຄົວ, ພົນລະ​ເມືອງ​ທັງ​ໝົດ 15,185 ຄົນ (ຍິງ 7,384 ຄົນ), ຄອບຄົວ​ທີ່​ເປັນ​ສະມະ​ຊິກ ກຸ່ມ​ໂພຊະ​ນາ​ການ​ 1,033 ຄອບ​ຄົວ ແລະ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ​ (ກຊກ) 1,521 ຄອບຄົວ; ມາ​ຮອດ​ປະຈຸ​ບັນ​ນີ້ ກຸ່ມ ກຊກ ​ໃນແຕ່​ລະ​ບ້ານ ໄດ້​ມີ​ເງີ​ນທ້ອນ​ທັງ​ໝົດ 203,046,000 ກີບ, ໄດ້​ຮັບ​ເງິ​ນຕົ້ນ​ທຶນ​ໝູນວຽນຈາກ ທລຍ ທັງ​ໝົດ 1,679,184,000 ກີບ ​ແລະ ​ໄດ້​ປ່ອຍ​ກູ້​​ເງີ​ນຕົ້ນ​ທຶນ​ ມູນຄ່າທັງ​ໝົດ 929,000,000 ກີບ ໃຫ້ສະມາຊິກ ກຊກ 397 ຄົນ (ຍິງ 393 ຄົນ) ​ໄປ​ເຮັດ​ກິດຈະກຳ​ສ້າງ​ລາຍ​ຮັບ​​ໃຫ້​ແກ່ຄອບຄົວ ​ເຊັ່ນ: ລ້ຽງ​ໝູ, ລ້ຽງ​ແບ້, ປູກ​ສາລີ. ​ນອກນັ້ນ ກໍຍັງໄດ້ມີການຮັບຮອງ​ເອົາ​ແຜນການ​ລົງທຶນ​ໃສ່​ໂຄງ​ລ່າງພຶ້ນຖານ​ ໃນ 27 ບ້ານ ຫຼື 75% ຂອງ​ຈຳນວນ​ບ້ານ​ເປົ້າ​ໝາຍ.

          ສໍາລັບທິດທາງ​ແຜນການ​ໃນ​ປີ 2022 ກອງ​ປະຊຸມ​ໄດ້​ຕົກລົງ​ເປັນ​ເອກະພາບ​ຮັບ​ຮອງ​ເອົາ​ບ້ານ​ເປົ້າ​ໝາຍ​ຊຸດ​ທີ່ 2  ຈໍານວນ 36 ບ້ານ ເຊິ່ງມີ 2,293 ຄອບຄົວ, ພົນລະ​ເມືອງ 13,879 ຄົນ (ຍິງ 6,676 ຄົນ)  ​ແລະ​ ​ ​ຈະໄດ້​ປ່ອຍ​ເງິນຕົ້ນ​ທຶນ​ໝູນວຽນ​ໃຫ້ແກ່ສະມາຊິກ ກຊກ ເພື່ອ​​ໄປ​ເຮັດ​ກິດຈະກຳສ້າງ​ລາຍ​ຮັບ ໃຫ້​ໄດ້​ຕື່ມອີກ 600 ກ່ວາ​ລ້ານ​ກີບ.

          ໃນຕອນ​ທ້າຍຂອງກອງປະຊຸມ ທ່ານ ຕູ້​ຢ່າ ​ຢົງ​ວ່າ, ກຳມະ​ກຳພັກ​ແຂວງ, ເລຂາ​ພັກ​ເມືອງ​ ເຈົ້າ​ເມືອງ-​ເມືອງ​ໜອງ​ແຮດ ​ໄດ້​ເນັ້ນ​ໜັກ​ໃຫ້ທຸກ​ພາກສ່ວນ​ຈົ່ງ​ເອົາ​ໃຈ​ໃສ່​ຮ່ວມມືກັນ ເພື່ອ​ຍາດ​ແຍ່ງ​ເອົາ​ທຶນ​ຊ່ວຍ​ເຫຼືອ​ຈາກອົງການພັດນາທະ ນາຕ່າງໆ​ ມາພັດທະນາບ້ານເມືອງຂອງພວກເຮົາ ໂດຍສະເພາະແມ່ນການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ແລະ ເຊື່ອມສານ ໂພຊະນາການ ເພື່ອ​ເຮັດ​ແນວ​ໃຫ້​ປະຊາຊົນ​ ມີຊິວິດການເປັນຢູ່ທີ່ດີຂື້ນ ແລະ ມີສຸຂະພາບແຂງແຮງ.