ຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ລົງກວດກາປະເມີນຄືນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ໜ່ວຍພັກຮາກຖານ ກອງທຶນຫຼຸດຜ່ອນຄວາມທຸກຍາກ

Posting Date: 
23 Feb 2022

ຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ລົງກວດກາປະເມີນຄືນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ຢູ່ໜ່ວຍພັກຮາກຖານ ກອງທຶນຫຼຸດຜ່ອນຄວາມທຸກຍາກ

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ, ທລຍ ສູນກາງ

 

ໃນວັນທີ 18 ກຸມພາ 2022, ຄະນະຕິດຕາມ, ກວດກາ ການປະເມີນຜົນ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ຂອງກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງກວດກາປະເມີນຄືນ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ຢູ່ໜ່ວຍພັກຮາກຖານ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ນໍາພາໂດຍທ່ານ ສົມພອນ ແກ້ວຫາວົງ, ກໍາມະການຄະນະພັກກະຊວງ, ຮອງປະທານກວດກາພັກ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ແລະ ການເຂົ້າຮ່ວມ ຂອງເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ ຂອງໜ່ວຍພັກຮາກຖານກອງທຶນຫຼຸດຜ່ອນຄວາມທຸກຍາກ ລວມທັງໝົດ 19 ສະຫາຍ (ຍິງ 05 ສະຫາຍ).

ທ່ານ ພັດນະຄອນ ຄັນທະມີໄຊ, ເລຂາໜ່ວຍພັກຮາກຖານ ທລຍ ໄດ້ລາຍງານຫຍໍ້ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ຂອງໜ່ວຍພັກຮາກຖານ ທລຍ ວ່າ ໜ່ວຍພັກຮາກຖານ ທລຍ ໄດ້ປະຕິບັດຕາມຂັ້ນຕອນ ແລະ ມາດຖານການປະເມີນ 05 ເນື້ອໃນ ທີ່ກໍານົດໃນຄໍາສັ່ງ ຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍໄດ້ອອກມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ, ສ້າງແຜນ ແລະ ສະຫຼຸບການປະເມີນ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021.

ໜ່ວຍພັກຮາກຖານ ທລຍ ຂໍຢັ້ງຢືນວ່າ ໜ່ວຍພັກຖານກອງທຶນຫຼຸດຜ່ອນຄວາມທຸກຍາກ ແມ່ນມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນການນໍາພາ, ແລະ ການປະຕິບັດໜ້າທີ່ການເມືອງດັ່ງທີ່ໄດ້ສະຫຼຸບລາຍງານໄປແລ້ວນັ້ນ ໂດຍອີງໃສ່ຜົນງານທີ່ພົ້ນເດັ່ນໃນການປະກອບສ່ວນເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ໃນນັ້ນ  ສໍາລັບ 06 ແຂວງເປົ້າໝາຍ (ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື)ໂດຍໄດ້ຮັບທຶນສົມທົບຂອງລັດຖະບານຈໍານວນ 13 ຕື້ກີບ ແລະ ທຶນສະໜັບສະໜູນບໍລິຫານໂຄງການຈາກອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ ມູນຄ່າ 3 ແສນໂດລາສະຫະລັດ ໄດ້ຈັດຕັ້ງປະຕິບັດໂຄງການຍ່ອຍທັງໝົດ 236 ໂຄງການ ຢູ່ 23 ເມືອງ ຂອງ 6 ແຂວງດັ່ງກ່າວ  ເຊິ່ງມາຮອດປະຈຸບັນ ການຈັດຕັ້ງປະຕິບັດໂຄງການຍ່ອຍເຫຼົ່ານັ້ນ ແມ່ນສໍາເລັດ 100%.

ນອກຈາກນັ້ນ, ທລຍ ຍັງໄດ້ຈັດຕັ້ງປະຕິບັດວຽກງານຢູ່ 12 ເມືອງ ຂອງ 4 ແຂວງ (ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ) ໃນໄລຍະປີ 2020-2024 ໂດຍສຸມໃສ່ວຽກງານປັບປຸງຊີວິດການເປັນຢູ່ ເຊື່ອມສານໂພຊະນາການ ໂດຍທຶນສະໜັບສະໜູນຈາກທະນາຄານໂລກ ມູນຄ່າ 22.5 ລ້ານໂດລາສະຫະລັດ. ອີງຕາມການລົງມາຕິດຕາມ ປະເມີນການເຮັດວຽກຂອງຄະນະຊ່ຽວຊານຈາກທະນາຄານໂລກ ໃນທ້າຍປີ 2021 ເຫັນໄດ້ວ່າການຈັດຕັ້ງປະຕິບັດວຽກງານຂອງ ທລຍ ແມ່ນຈັດຢູ່ໃນເກນດີ ເຊິ່ງສິ່ງທີ່ພົ້ນເດັ່ນ ແມ່ນສາມາດປ່ອຍທຶນໝູນວຽນໃຫ້ຊາວບ້ານກູ້ຢືມ ເພື່ອນໍາໃຊ້ເຂົ້າໃນການປູກ-ການລ້ຽງ ສ້າງລາຍຮັບໃຫ້ແກ່ຄອບຄົວ ມູນຄ່າ 13 ຕື້ກີບ ແລະ ສະໜັບສະໜູນທຶນໃນການເຮັດອາຫານເສີມໃຫ້ແກ່ເດັກນ້ອຍອາຍຸ 6-23 ເດືອນ ແລະ ແມ່ຍິງຖືພາ ມູນຄ່າ 1 ຕື້ກວ່າກີບ. ພ້ອມກັນນັ້ນ, ການບໍລິຫານຈັດການຂອງ ທລຍ ພາຍໃຕ້ການຊີ້ນໍານໍາພາຈາກລັດຖະບານ ກໍຄືກະຊວງກະສິກໍາ ແລະ ປ່າໄມ້ ແລະ ການປະສານງານກັບຄູ່ຮ່ວມພັດທະນາ ໂດຍສະເພາະແມ່ນ ທະນາຄານໂລກ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ ກໍແມ່ນເຮັດໄດ້ດີ.

 

ຫຼັງຈາກນັ້ນ ຄະນະຕິດຕາມ, ກວດກາ ການປະເມີນຜົນ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ກໍໄດ້ປະກອບຄໍາເຫັນໃສ່ບົດສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ຂອງໜ່ວຍພັກຮາກຖານ ທລຍ. ໃນຕອນທ້າຍ, ທ່ານ ສົມພອນ ແກ້ວຫາວົງ, ກໍາມະການຄະນະພັກກະຊວງ, ຮອງປະທານກວດກາພັກ ກະຊວງກະສິກໍາ ແລະ ປ່າໄມ້ ກໍໄດ້ກ່າວມີຄໍາເຫັນ ຊົມເຊີຍຕໍ່ຜົນງານທີ່ໜ່ວຍພັກພັກຮາກຖານ ທລຍ ທີ່ຍາດມາໄດ້ນັ້ນແລະ ໂດຍອີງຕາມ 5 ມາດຖານຂອງການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຫັນວ່າ ໜ່ວຍພັກຮາກຖານ ທລຍ ສາມາດບັນລຸຕາມ 5 ມາດຖານດັ່ງກ່າວ ແລະ ມີຄະແນນລວມ ຂອງແຕ່ລະມາດຖານ ຢູ່ໃນເກນທີ່ສາມາດສະເໜີຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ຄົ້ນຄວ້າພິຈາລະນາເປັນ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021.