ກຽມຄວາມພ້ອມ ໃນການມອບຮັບໂຄງການທີ່ສໍາເລັດຢູ່ 6 ແຂວງ ແລະ ການຈັດຕັ້ງປະຕິບັດໂຄງການ ນຳໃຊ້ຮູບແບບຊຸມຊົນຈັດຕັ້ງປະຕິບັດເອງ ຢູ່ 4 ແຂວງ

Posting Date: 
01 Mar 2022

ກຽມຄວາມພ້ອມ ໃນການມອບຮັບໂຄງການທີ່ສໍາເລັດຢູ່ 6 ແຂວງ ແລະ ການຈັດຕັ້ງປະຕິບັດໂຄງການ ນຳໃຊ້ຮູບແບບຊຸມຊົນຈັດຕັ້ງປະຕິບັດເອງ ຢູ່ 4 ແຂວງ

ໂດຍ: ຍຸດທະວິນ ສີຫາພົມ, ຫົວໜ້າໜ່ວຍງານຈັດຊື້-ຈັດຈ້າງ ທລຍ ສູນກາງ

ໃນລະຫວ່າງວັນທີ 14-18 ກຸມພາ 2022 ຜ່ານມາ, ທີ່ເມືອງວັງວຽງ ແຂວງວຽງຈັນ, ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມກະກຽມມອບຮັບໂຄງການຍ່ອຍທີ່ສຳເລັດຜ່ານມາ ແລະ ປິດຫ້ອງການ ທລຍ ຢູ່ 23ເມືອງ ຂອງ 6ແຂວງເປົ້າໝາຍຂອງໂຄງການ ທລຍ 3 (ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື). ພ້ອມດຽວກັນນັ້ນ, ກໍໄດ້ມີການຈັດຝຶກອົບຮົມກ່ຽວກັບວຽກງານຈັດຊື້ ແລະ ການຈັດຕັ້ງປະຕິບັດໂຄງການຍ່ອຍ ໃນຮູບແບບຊຸມຊົນຈັດຕັ້ງປະຕິບັດເອງ ໃຫ້ກັບ 4ແຂວງ ເປົ້າໝາຍຂອງໂຄງການ ທລຍ 3 ໄລຍະເພີ້ມທຶນ (ຜົ້ງສາລີ, ອຸດົມໄຊ, ຫົວພັນ ແລະ ຊຽງຂວາງ) ເພື່ອກຽມຄວາມພ້ອມໃນການຈັດຕັ້ງປະຕິບັດຮູບແບບດັ່ງກ່າວ. ໃຫ້ກຽດເປັນປະທານຂອງກອງປະຊຸມ-ຝຶກອົບຮົມດັ່ງກ່າວ ໂດຍ ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອຳນວຍ ທລຍ ແລະ ການເຂົ້າຮ່ວມຂອງພະນັກງານ ທລຍ ຂັ້ນສູນກາງ, ແຂວງ ແລະ ເມືອງ ລວມທັງໜົດ 81ທ່ານ, ຍິງ 26ທ່ານ.