ສະຫຼຸບຜົນການປຶກສາຫາລືເບື້ອງຕົ້ນ ກະກຽມໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ຂອງຊຸມຊົນ Community Livelihood Enhancement and Resilience Project (CLEAR) ຂອງຄະນະຊ່ຽວຊານ ທະນາຄານໂລກ

Posting Date: 
11 Apr 2022

ສະຫຼຸບຜົນການປຶກສາຫາລືເບື້ອງຕົ້ນ ກະກຽມໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ຂອງຊຸມຊົນ Community Livelihood Enhancement and Resilience Project (CLEAR) ຂອງຄະນະຊ່ຽວຊານ ທະນາຄານໂລກ

 

ໂດຍປະຕິບັດຕາມໜັງສືແຈ້ງການຂອງຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ຄັ້ງວັນທີ 2 ມີນາ 2022 ຄະນະຊ່ຽວຊານ ຂອງທະນາຄານໂລກ ເຊິ່ງນໍາໂດຍ ທ່ານ ເບັນຈາມິນ ເບີກຮາດ (Benjamin Burckhart) ເປັນຫົວໜ້າຄະນະ ແລະ ທ່ານ ນາງ ປາຕຣິເຊຍ ເຟີນັນເດສ  (Patricia Fernandes) ຮອງຫົວໜ້າຄະນະ ພ້ອມດ້ວຍຄະນະຊ່ຽວຊານຂອງທະນາຄານໂລກ ໄດ້ເລີ້ມປະຕິບັດໜ້າທີ່ປຶກສາຫາລືເບື້ອງຕົ້ນ ກະກຽມໂຄງການໃໝ່ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ກໍຄື: ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ຂອງຊຸມຊົນ (CLEAR) ນັບແຕ່ວັນທີ 9-18 ມີນາ 2022 ໂດຍໄດ້ສໍາເລັດຕາມລະດັບຄາດໝາຍ ຢ່າງໜ້າເພິ່ງພໍໃຈ.

 

ຈຸດປະສົງ ແລະ ຄາດໝາຍ ຂອງການປຶກສາຫາລືກະກຽມໂຄງການໃໝ່ໃນຄັ້ງນີ້ ແມ່ນເພື່ອກໍານົດທິດທາງ ແລະ ກອບວຽກຂອງໂຄງການ ໂດຍການທົບທວນຄືນບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດວຽກງານຂອງ ທລຍ ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ກິດຈະກໍາປັບປຸງຊີວິດການເປັນຢູ່ ທີ່ຕິດພັນກັບການສົ່ງເສີມດ້ານໂພຊະນາການ, ການກໍ່ສ້າງພື້ນຖານໂຄງລ່າງ, ວຽກງານປົກປ້ອງສັງຄົມ ແລະ ສິ່ງແວດລ້ອມ, ການຄຸ້ມຄອງບໍລິຫານໂຄງການ, ການຈັດຊຶ້-ຈັດຈ້າງ, ການສ້າງຄວາມອາດສາມາດ, ແລະ ລະບົບການຕິດຕາມ-ປະເມີນຜົນ.

 

ການປຶກສາຫາລືກະກຽມໂຄງການໃໝ່ໃນຄັ້ງນີ້ ໄດ້ດໍາເນີນໃນຮູບແບບອອນລາຍທັງໝົດ ເຊິ່ງທາງຄະນະທິມງານຂອງທະນາຄານໂລກ ແລະ ຄະນະຮັບຜິດຊອບຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ກໍ່ໄດ້ດໍາເນີນປະຊຸມ ແລະ ສະໜອງຂໍ້ມູນ ທີ່ຕ້ອງການຢ່າງຄົບຖ້ວນ ເຊິ່ງໄດ້ດໍາເນີນເປັນເວລາ 10 ວັນຕິດຕໍ່ກັນ ຕາມວາລະທີ່ກໍານົດໄວ້ ແລະ ໄດ້ສໍາເລັດລົງ ດ້ວຍການຈັດກອງປະຊຸມສະຫຼຸບຜົນການປຶກສາຫາລືກະກຽມໂຄງການໃໝ່ດັ່ງກ່າວ ໃນຄັ້ງວັນທີ 18 ມີນາ 2022 ໂດຍໄດ້ຮັບກຽດເປັນປະທານກອງປະຊຸມ ຂອງທ່ານ ປະລິນຍາເອກ ເພັດ ພົມພິພັກ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ການເປັນປະທານຮ່ວມ ຂອງທ່ານ ນາງ ວຽງສະໄໝ ສະຣິດທິຣາດ, ເຈົ້າໜ້າທີ່ອາວຸໂສ ຫ້ອງການທະນາຄານໂລກ ແລະ ການເຂົ້າຮ່ວມຂອງທ່ານຫົວໜ້າກົມພັດທະນາຊົນນະບົດ ແລະ ຮອງຫົວໜ້າກົມແຜນການ ແລະ ການເງິນ ແລະ ບັນດາຊ່ຽວຊານ, ວິຊາການຫຼັກແຫຼ່ງ ຂອງທະນາຄານໂລກ ແລະ  ກອງທຶນຫຼຸດຜ່ອນຄວາມທຸກຍາກ ຂັ້ນສູນກາງ ແລະ ທ້ອງຖີ່ນ ລວມທັງໝົດ 23 ທ່ານ.

 

ໃນກອງປະຊຸມສະຫຼຸບຜົນການປຶກສາຫາລື ທ່ານ ປະລິນຍາເອກ ເພັດ ພົມພິພັກ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວຕ້ອນຮັບ ຄະນະຈາກທະນາຄານໂລກ ຢ່າງເປັນທາງການ ແລະ ໄດ້ຮັບຟັງການລາຍງານ ຜົນຂອງການປຶກສາຫາລືກະກຽມໂຄງການ CLEAR ຈາກ ທ່ານ ເບັນຈາມິນ ເບີກຮາດ ຫົວໜ້າຄະນະກະກຽມໂຄງການ ເຊິ່ງໄດ້ລາຍງານຜົນຂອງການກະກຽມໂຄງການດັ່ງກ່າວ ວ່າໄດ້ຮັບໝາກຜົນເປັນໜ້າເພິ່ງພໍໃຈ, ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ໂດຍຈຸດປະສົງເປົ້າໝາຍຂອງໂຄງການດັ່ງກ່າວ ແມ່ນຈະເນັ້ນໃສ່ການເຂົ້າເຖິງການບໍລິການຂັ້ນພື້ນຖານສໍາລັບການຜະລິດກະສິກໍາ, ການປັບປຸງຊີວິດການເປັນຢູ່ ແລະ ການສົ່ງເສີມໂພຊະນາການ ເຊິ່ງປະກອບດ້ວຍ 5 ອົງປະກອບ ຄື: (1) ການໃຫ້ທຶນສະໜັບສະໜູນພັດທະນາເສດຖະກິດຂອງທ້ອງຖິ່ນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ; (2) ການປັບປຸງຊີວິດການເປັນຢູ່ຂອງຊຸມຊົນ; (3) ການເຂົ້າເຖິງການບໍລິການດ້ານໂພຊະນາການ; (4) ການຄຸ້ມຄອງໂຄງການ ແລະ ການຕິດຕາມ-ປະເມີນຜົນ; ແລະ (5) ການຕອບສະໜອງທຶນເມື່ອເກີດເຫດການສຸກເສີນ.

 

ຫຼັງຈາກນັ້ນ, ທ່ານ ນາງ ວຽງສະໄໝ ສະຣິດທິຣາດ ເຈົ້າໜ້າທີ່ອາວຸໂສ ຫ້ອງການທະນາຄານໂລກ ກໍໄດ້ຕີລາຄາສູງເຖິງຄວາມເອົາໃຈໃສ່ຂອງທິມງານກອງທຶນຫຼຸດຜ່ອນຄວາມທຸກຍາກ ໂດຍສະເພາະແມ່ນການປະກອບສ່ວນສະໜອງຂໍ້ມູນຂອງບັນດາໜ້າວຽກ, ບັນຫາ ແລະ ສິ່ງທ້າທາຍຕ່າງໆ ຢ່າງລະອຽດ ຂອງໂຄງການທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ກໍາລັງຈັດຕັ້ງປະຕິບັດຢູ່ໃນປະຈຸບັນ ເພື່ອເປັນບົດຮຽນພື້ນຖານທີ່ສໍາຄັນ ແລະ ສາມາດນໍາມາໃຊ້ໃນການອອກແບບໂຄງການ CLEAR. ສິ່ງທີ່ສໍາຄັນ ແມ່ນຕ້ອງຮັບປະກັນວ່າບັນດາກິດຈະກໍາຕ່າງໆ ທີ່ຈະກໍານົດໃນໂຄງການ  CLEAR ນັ້ນ ຕ້ອງມີຄວາມສອດຄ່ອງກັບນະໂຍບາຍພັດທະນາຊົນນະບົດ ແລະ ຍຸດທະສາດເພື່ອແກ້ໄຂບັນຫາໂພຊະນາການ ຂອງ ສປປ ລາວ. ທ່ານ ຍັງໄດ້ກ່າວຕື່ມວ່າ ການກະກຽມໂຄງການດັ່ງກ່າວນີ້ ໄດ້ດໍາເນີນໄປດ້ວຍດີ ແລະ ມີຄວາມຄືບໜ້າເປັນໜ້າເພິ່ງພໍໃຈ ແລະ ເຊື່ອໝັ້ນວ່າຈະສາມາດສະເໜີໃຫ້ສະພາບໍລິຫານຂອງທະນາຄານໂລກ ຮັບຮອງເອົາໂຄງການດັ່ງກ່າວໃນເດືອນເມສາ ປີ 2023 ແລະ ຫວັງວ່າ ໃນການປຶກສຶກສາຫາລືກະກຽມໂຄງການໃນຄັ້ງຕໍ່ໄປ ໃນເດືອນພຶດສະພາ 2022 ນີ້ ທິມງານຄະນະກະກຽມໂຄງການ ຈະສາມາດເດີນທາງໄປທ້ອງຖີ່ນພື້ນທີ່ເປົ້າໝາຍໄດ້. ພ້ອມນັ້ນ, ທ່ານກໍຫວັງວ່າ ຈະໄດ້ຮັບໜັງສືຮັບຮອງການຊ່ວຍເຫຼືອຢ່າງເປັນທາງການຈາກລັດຖະບານລາວ ໂດຍຜ່ານກະຊວງການເງິນ ໃນໄວໆນີ້ ເພື່ອໃຫ້ສາມາດກະກຽມໂຄງການດັ່ງກ່າວສໍາເລັດຕາມແຜນການທີ່ວາງໄວ້.

 

ໃນໄລຍະສຸດທ້າຍ ຂອງກອງປະຊຸມ ທ່ານ ປະລິນຍາເອກ ເພັດ ພົມພິພັກ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ກໍໄດ້ມີຄໍາເຫັນ ຕີລາຄາສູງຕໍ່ກັບຜົນສໍາເລັດໃນການກະກຽມໂຄງການ CLEAR ທີ່ສາມາດບັນລຸໄດ້ຕາມຄາດໝາຍ ທີ່ກໍານົດໄວ້. ໂຄງການດັ່ງກ່າວ ແມ່ນມີຄວາມສໍາຄັນຫຼາຍຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄືການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ເຊິ່ງເປັນເປົ້າໝາຍບຸລິມະສິດຂອງລັດຖະບານລາວ. ຂ້າພະເຈົ້າ ໃຫ້ຄວາມສໍາຄັນທີ່ສຸດຕໍ່ໂຄງການດັ່ງກ່າວ ແລະ ຜ່ານການຮັບຟັງການລາຍງານຂອງ ທ່ານ ເບັນຈາມິນ ເບີກຮາດ ກໍໄດ້ເຂົ້າໃຈວ່າ ຄະນະກະກຽມໂຄງການດັ່ງກ່າວ ໄດ້ລົງເລີກລະອຽດສົມຄວນ ແລະ ໄດ້ຄົ້ນຄວ້າ, ວິເຄາະ-ວິໃຈ ຮູບແບບການຈັດຕັ້ງປະຕິບັດ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ຈະດັດປັບໃສ່ໃນການຈັດຕັ້ງປະຕິບັດໂຄງການ CLEARຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເຊິ່ງຂ້າພະເຈົ້າເຫັນດີເປັນເອກະພາບກັບ 5 ອົງປະກອບ ທີ່ໄດ້ກໍານົດໃນໂຄງການດັ່ງກ່າວ.