ຝຶກອົບຮົມ ວຽກງານປ້ອງກັນຜົນກະທົບທາງສັງຄົມ ແລະ ກົນໄກສະແດງຄຳຄິດເຫັນ ແລະ ແກ້ໄຂບັນຫາ

Posting Date: 
04 May 2022

ຝຶກອົບຮົມ ວຽກງານປ້ອງກັນຜົນກະທົບທາງສັງຄົມ ແລະ ກົນໄກສະແດງຄຳຄິດເຫັນ ແລະ ແກ້ໄຂບັນຫາ

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ ທລຍ ສູນກາງ

 

ໃນວັນທີ 26-29 ເມສາ 2022 ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມ ວຽກງານປ້ອງກັນຜົນກະທົບທາງສັງຄົມ ແລະ ກົນໄກສະແດງຄຳຄິດເຫັນ ແລະ ແກ້ໄຂບັນຫາ ຢູ່ເມືອຊໍາເໜືອ ແຂວງຫົວພັນ ແລະ ເມືອງແປກ ແຂວງຊຽງຂວາງ ໂດຍການເປັນຄູຝຶກຂອງ ທ່ານ ແສງເພັດ ວັນນະວົງ, ຫົວໜ້າຂະແໜງໂພຊະນາການ ແລະ ພັດທະນາຊຸມຊົນ, ວິຊາການຈາກຂະແໜງວິສະວະກໍາ, ຂະແໜງຕິດຕາມ-ປະເມີນຜົນຂອງ ທລຍ ສູນກາງ ແລະ ການເຂົ້າຮ່ວມເປັນປະທານກ່າວເປີດຂອງທ່ານຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ຂອງແຂວງຊຽງຂວາງ ແລະ ຫົວພັນ ແລະ ການເຂົ້າຮ່ວມຂອງຜູ້ຊ່ວຍຜູ້ປະສານງານ ທລຍ ແຂວງ, ຫົວໜ້າທີມງານ ທລຍ ຂັ້ນເມືອງ, ພະນັກງານໂພຊະນາການເມືອງ ແລະ ບ້ານ, ຕະຫຼອດຮອດແນວລາວສ້າງຊາດຂັ້ນເມືອງໆເປົ້າໝາຍ ທລຍ ຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ ເຂົ້າຮ່ວມທັງໝົດ 54 ທ່ານ, ຍິງ 24 ທ່ານ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບນະໂຍບາຍ ແລະ ວິທີການຈັດຕັ້ງປະຕິບັດວຽກງານປ້ອງກັນຜົນກະທົບທາງສັງຄົມ ແລະ ກົນໄກສະແດງຄຳຄິດຄຳເຫັນ ແລະ ແກ້ໄຂບັນຫາ ຢູ່ຂັ້ນບ້ານ. ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມຝຶກອົບຮົມ ຈະນໍາໄປຝຶກອົບຮົມຕໍ່ໃຫ້ແກ່ຄະນະໄກ່ເກັ່ຍ ແລະ ທີມງານຈັດຕັ້ງປະຕິບັດຂັ້ນບ້ານ  ຢູ່ 231 ບ້ານເປົ້າໝາຍຊຸດທີ 1 ຂອງໂຄງການ ທລຍ 3 ໄລຍະທຶນເພີ່ມ ໃນ 6 ເມືອງ ຂອງແຂວງຊຽງຂວາງ ແລະ ແຂວງຫົວພັນ.

          ຜ່ານການຝຶກອົບຮົມເປັນເວລາ 2 ວັນເຕັມຢູ່ເມືອງຊໍາເໜືອ ແລະ ເມືອງແປກນັ້ນ ບັນດານັກສໍາມະນາກອນ ໄດ້ມີຄວາມຮູ້ຄວາມເຂົ້າໃຈເລີກເຊິ່ງກ່ຽວກັບ 10 ມາດຕະຖານທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງທະນາຄານໂລກ, 3 ຂອບນະໂຍບາຍ  ດ້ານສັງຄົມຂອງ ທລຍ (ນະໂຍບາຍການຊົດເຊີຍ/ທົດແທນຄືນ, ນະໂຍບາຍການພັດທະນາຊົນເຜົ່າ ແລະ ນະໂຍບາຍສົ່ງເສີມບົດບາດຍິງ-ຊາຍ) ແລະ ກົນໄກການສະແດງຄຳຄິດຄຳເຫັນ ແລະ ແກ້ໄຂບັນຫາ ເຊິ່ງທັງໝົດເຫລົ່ານີ້ແມ່ນແນໃສ່ສົ່ງເສີມການມີສ່ວນຮ່ວມເຂົ້າໃນການພັດທະນາ, ການໄດ້ຮັບຜົນປະໂຫຍດ ແລະ ຫຼີກລ້ຽງຜົນກະທົບ ທີ່ອາດຈະເກີດຂຶ້ນຈາກບັນດາການຊ່ອຍເຫຼືອຂອງ ທລຍ ຕໍ່ກັບປະຊາຊົນໃນບ້ານເປົ້າໝາຍຂອງ ທລຍ ໂດຍສະເພາະຜູ້ຍິງ, ຜູ້ທຸກຍາກ ແລະ ຊົນເຜົ່າ.