ກອງປະຊຸມ ສະຫຼຸບ ແລະ ປິດໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ຢູ່ແຂວງສາລະວັນ ແຕ່ປີ 2005-2021

Posting Date: 
17 May 2022

ກອງປະຊຸມ ສະຫຼຸບ ແລະ ປິດໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ)

ຢູ່ແຂວງສາລະວັນ ແຕ່ປີ 2005-2021

 

ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ

 

  ໃນວັນທີ 10 ພຶດສະພາ 2022 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງສາລະວັນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ  ສະຫຼຸບ ແລະ ປິດໂຄງການ ທລຍ ຢູ່ແຂວງສາລະວັນ ເຊິ່ງຈັດຕັ້ງປະຕິບັດມາແຕ່ປີ 2005-2021 ຂຶ້ນທີ່ພັດຕະຄານສີສະໄໝ ແຂວງສາລະວັນ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ອະນຸສັກ ຈຳປາຄຳ, ກຳມະການພັກແຂວງ, ຫົວໜ້າພະແນກະສິກຳ ແລະ ປ່າໄມ້ແຂວງ ແລະ ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອຳນວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ, ມີບັນດາທ່ານ ກຳມະການພັກແຂວງ, ເລຂາພັກເມືອງ, ຮອງເຈົ້າເມືອງ 3 ເມືອງເປົ້າໝາຍ ທລຍ (ສະໝ້ວຍ, ຕະໂອ້ຍ ແລະ ຕູ້ມລານ), ພະແນກການທີ່ກ່ຽວຂ້ອງ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ຂະແໜງການທີ່ກ່ຽວຂ້ອງ, ພະນັກງານ ທລຍ ແຂວງ ແລະ ເມືອງ ພ້ອມນັ້ນ ຍັງມີຜູ້ຕາງໜ້າອົງການຈັດຕັ້ງສາກົນພາຍໃນແຂວງ ແລະ ທະນາຄານສົ່ງເສີມກະສິກໍາ ເຂົ້າຮ່ວມທັງໝົດ ຈໍານວນ 51 ທ່ານ, ຍິງ 8 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງການລາຍງານຜົນໄດ້ຮັບໃນການສະໜັບສະໜູນ ວຽກງານແກ້ໄຂຄວາມທຸກຍາກ ຕະຫຼອດໄລຍະ 16 ປີຜ່ານມາ ພ້ອມທັງມອບບັນດາໂຄງການຍ່ອຍທີ່ ທລຍ ໄດ້ສະໜັບສະໜູນງົບປະມານ ໃນຜ່ານມາ ໃຫ້ອົງການປົກຄອງແຂວງ,  ພະແນກການທີ່ກ່ຽວຂ້ອງ ເປັນຜູ້ຄຸ້ມຄອງ ຊຸກຍູ້ໃຫ້ພໍ່ແມ່ປະຊາຊົນ ປົກປັກຮັກສາ ແລະ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ແຈ້ງປິດຫ້ອງການ ທລຍ ແຂວງສາລະວັນ ຢ່າງເປັນທາງການ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ການສະຫລູບຕີລາຄາຂອງການຈັດຕັ້ງປະຕິບັດ ວຽກງານ ທລຍ ຢູ່ແຂວງສາລະວັນ ໃນໃລຍະ 16 ປີ ຜ່ານມາ ນັບແຕ່ປີ 2005 ຮອດປະຈຸບັນ ໂດຍທ່ານ ກິພະຈັນ ໂພສາລີ, ຫົວໜ້າຫ້ອງການ ທລຍ ແຂວງສາລະວັນ ເຊິ່ງໄດ້ລາຍງານວ່າ: ແຕ່ປີ 2005 ຫາ 2021 ທລຍ ໄດ້ຈັດຕັ້ງປະຕິບັດໂຄງການຍ່ອຍ ຢູ່ 3 ເມືອງ ຄື:  ເມືອງຕຸ້ມລານ, ເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ ຈໍານວນ 555 ໂຄງການ ມີມູນຄ່າໂຄງການທັງໝົດ  96,568 ຕື້ກວ່າກີບ, ທຶນ ທລຍ 89,705 ຕື້ກວ່າກີບ ໃນນັ້ນຊຸມຊົນ ຍັງໄດ້ປະກອບສ່ວນທາງດ້ານແຮງງານ ແລະ ວັດຖຸທ້ອງຖິ່ນທີ່ຫາໄດ້ ຄິດໄລ່ເປັນເງິນມູນຄ່າ 6,863  ຕື້ກວ່າກີບ. ນອກນັ້ນ ຍັງໄດ້ສະໜັບສະໜູນ ເມືອງສາລະວັນ ກ່ຽວກັບໂຄງການໄພພິບັດທີ່ໄດ້ຮັບຜົນກະທົບຈາກພະຍຸເກດສະໜາຈໍານວນໜຶ່ງ.

ໃນບັນດາ 555 ໂຄງການຍ່ອຍນັ້ນ ໄດ້ກວມເອົາ (1) ຂະແໜງກະສິກຳ ແລະ ປ່າໄມ້ ມີ 77 ໂຄງການ, ລວມມູນຄ່າ 13,703,937,642 ກີບ,  ໃນນີ້ ທຶນ ທລຍ 13,147,737,183 ກີບ, ທຶນສົມທົບຊຸມຊົນປະກອບສ່ວນ 583,200,459 ກີບ, ປະກອບມີ ການກໍ່ສ້າງຊົນລະປະທານ, ສ້ອມແປງຊົນລະປະທານ; (2) ຂະແໜງສາທາລະນະສຸກ ມີ 194 ໂຄງການ,  ລວມມູນຄ່າ 29,887,593,157 ກີບ, ໃນນີ້  ທຶນ ທລຍ 27,255,630,202 ກີບ, ທຶນສົມທົບຊຸມຊົນປະກອບສ່ວນ 2,631,908,955 ກີບ, ປະກອບດ້ວຍ ໂຄງການກໍ່ສ້າງສຸກສາລາ, ເຮືອພັກຄົນເຈັບ, ຫໍພັກແພດ, ປະເພດນ້ຳສະອາດ ແລະ ການຝຶກອົບຮົມ; (3) ຂະແໜງສຶກສາທິການ ມີ 136 ໂຄງການ, ລວມມູນຄ່າ 22,095,694,649 ກີບ, ໃນນີ້ ທຶນ ທລຍ 20,319,774,236 ກີບ, ທຶນສົມທົບຊຸມຊົນປະກອບສ່ວນ 1,775,920,412 ກີບ, ປະກອບດ້ວຍ ການກໍ່ສ້າງໂຮງຮຽນ, ສະໜອງອຸປະກອນການຮຽນ, ຫໍພັກຄູ, ສະໜອງເຟີນີເຈີ ແລະ ການຝຶກອົບຮົມ; (4) ຂະແໜງໂຍທາທິການ ມີ 95  ໂຄງການ,  ລວມມູນຄ່າ  25,004,775,322 ກີບ, ໃນນີ້ ທຶນ ທລຍ 23,374,661,313 ກີບ, ທຶນສົມທົບຊຸມຊົນປະກອບສ່ວນ 1,630,114,009 ກີບ, ປະກອບມີກິດຈະກໍາກໍ່ສ້າງສ້ອມແປງທາງເປັນຈຸດ, ຂົວ, ວາງທໍ່ ແລະ ການຝຶກອົບຮົມ; (5) ຂະແໜງພະລັງງານບໍ່ແຮ່ ມີ 20 ໂຄງການ, ລວມມູນຄ່າ 4,703,200,314 ກີບ, ໃນນີ້ ທຶນ ທລຍ 4,498,504,094 ກີບ, ທຶນສົມທົບຊຸມຊົນປະກອບສ່ວນ 204,660,220 ກີບ, ປະກອບມີກິດຈະກໍາກໍ່ສ້າງດຶງຕະຂ່າຍໄຟຟ້າເຂົ້າບ້ານ; (6) ຂະແໜງອຸດສະຫະກຳ ແລະ ການຄ້າ ມີ 8 ໂຄງການ,  ລວມມູນຄ່າ 520,170,085 ກີບ, ໃນນີ້ ທຶນ ທລຍ 482,428,965 ກີບ, ທຶນສົມທົບຊຸມຊົນປະກອບສ່ວນ 37,741,390 ກີບ, ປະກອບມີກິດຈະກໍາກໍ່ສ້າງຕະຫລາດຊຸມຊົນ; ແລະ ສຸດທ້າຍແມ່ນຝຶກອົບຮົມສ້າງຄວາມເຂັມແຂງໃຫ້ແກ່ພະນັກງານ ແລະ ປະຊາຊົນ ມີ 25 ໂຄງການ, ມູນຄ່າ 626,646,357 ກີບ.

ພ້ອມກັນນັ້ນ ໂຄງການ ທລຍ ແຂວງສາລະວັນ ຍັງໄດ້ສົມທົບຢ່າງແໜ້ນແຟ້ນກັບອົງການປົກຄອງຂັ້ນບ້ານ ແລະ ເມືອງ ເພື່ອຄັດເລືອກ ແລະ ສ້າງຜູ້ປະສານງານຂັ້ນກຸ່ມບ້ານ ໄດ້ 23 ຄົນ, ຍິງ 2 ຄົນ ຈົນກາຍເປັນຜູ້ນຳຊຸມຊົນ ແລະ ພະນັກງານ ແລະ ໄດ້ຮັບໃບຍ້ອງຍໍຈາກທ່ານເຈົ້າເມືອງ; ສາມາດສ້າງທິມງານຈັດຕັ້ງປະຕິບັດຂັ້ນບ້ານ ຈຳນວນ 288 ຄົນ,ຍິງ 126 ຄົນ; ໄດ້ຝືກອົບຮົມການຄຸ້ມຄອງນໍາໃຊ້ໂຄງການຍ່ອຍ ໃຫ້ປະຊາຊົນໃນບ້ານທີ່ໄດ້ຮັບໂຄງການຍ່ອຍ ຈຳນວນ 964 ຄົນ,ຍິງ 355 ຄົນ; ຊຸກຍູ້ສົ່ງເສີມຊາວບ້ານ ກາຍເປັນນາຍຊ່າງກໍ່ສ້າງປະຈຳບ້ານ 47 ຄົນ ໂດຍຜ່ານການຍົກລະດັບຮຽນຮູ້ຈາກໂຮງຮຽນວິຊາຊີບ ຂົວເສັດ ແຂວງສາລະວັນ ຈົນກາຍເປັນຜູ້ນໍາຊຸມຊົນ ແລະ ພະນັກງານລັດ ຈໍານວນ 23 ທ່ານ ໃນ 15 ບ້ານ ຂອງ 3 ເມືອງ.

ນອກຈາກນັ້ນ ທລຍ ແຂວງ ສາລະວັນ ຍັງໄດ້ສະໜັບສະໜູນວຽກກຸ່ມບູລະນະສ້ອມແປງທາງດ້ວຍຊຸມຊົນ (RMG) ເພື່ອເປັນການສ້າງລາຍຮັບໃຫ້ແກ່ຜູ້ທີ່ທຸກຍາກທີ່ສຸດ ພາຍໃນບ້ານ ເຊິ່ງມີ 10 ໂຄງການ ຄື: ເມືອງຕຸ້ມລານ6 ໂຄງການ, ເມືອງຕະໂອ້ຍ3 ໂຄງການ, ເມືອງສະ​ໝ້ວຍ1 ໂຄງການ ໃນນັ້ນ ປະກອບມີ​ສະ​ມະ​ຊິກ​ທັງ​ໝົດ 44 ຄົນ, ສາ​ມາດ​ສ້າງ​ລາຍ​ຮັບ​ໄດ້ ສະ​ເລ່ຍ 200,000 ກີບ/​ຄົນ/ເດືອນ. ຈຸດປະສົງຂອງກຸ່ມບູລະນະສ້ອມແປງທາງດ້ວຍຊຸມຊົນ ແມ່ນເພື່ອໃຫ້ຜູ້ຍິງທີ່ທຸກຍາກໃນບ້ານເປົ້າໜາຍໄດ້ມີວຽກເຮັດງານທຳ, ມີລາຍຮັບເຂົ້າຄອບຄົວ ໜ້າວຽກແມ່ນ ຖາງປ່າແຄມທາງ, ອະນາໄມຮ່ອງຂ້າງທາງ ແລະ ທໍ່ລະບາຍນໍ້າ, ຖົມໜ້າທາງທີ່ເປັນຂຸມນ້ອຍ ຖ້າເສັ້ນທາງມີຄວາມເສຍຫາຍຫຼາຍ ແມ່ນໄດ້ມອບໃຫ້ບ້ານເປັນເຈົ້າການ ຫຼື ຂະແໜງໂຍທາ ຂັ້ນເມືອງເປັນຜູ້ຮັບຜິດຊອບ.

ສໍາລັບ ໂຄງການຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ ໄດ້ເລີ່ມທົດລອງໃນຮອບວຽນ 16 ໃນປີ 2019 ຢູ່ 3 ເມືອງ ມີ 4 ໂຄງການ ແລະ ເຫັນວ່າ ຮູບແບບດັ່ງກ່າວ ມີປະສິດທິຜົນສູງ ຈິ່ງໄດ້ຂະຫຍາຍຜົນ ຈາກ 4 ໂຄງການ ໃນປີ 2019 ມາເປັນ 25 ໂຄງການ ໃນປີ 2020 ເປັນຕົ້ນແມ່ນ ອ້ອມຮົ້ວສະຖານທີ່ລ້ຽງສັດ, ຊົນລະປະທານຂະໜາດນ້ອຍ, ນໍ້າປະປາຊຸມຊົນ, ປັບປຸງເສັ້ນທາງເປັນຈຸດ, ສ້ອມແປງນໍ້າລິນ, ສ້ອມແປງໂຮງຮຽນ ໂດຍໄດ້ຈັດຕັ້ງຄັດເອົາຄອບຄົວທີ່ທຸກຍາກກວ່າໜູ່ເປັນບູລິມະສິດ ເຂົ້າມາເປັນກຳມະກອນ ແລະ ໄດ້ຮັບຄ່າແຮງງານ ຍົກລະດັບສີມືແຮງງານ ສ້າງນາຍຊ່າງປະຈຳບ້ານ ໂດຍໄດ້ຮັບການຝຶກອົບຮົມ ຜ່ານໂຮງຮຽນ ວິຊາຊີບ ແລະ ຮັບການຢັ້ງຢືນຈາກໂຮງຮຽນ ຈຳນວນ 50 ຄົນ. ເຫັນວ່າ ໂຄງການດັ່ງກ່າວ ມີຜົນປະໂຫຽດຫຼາຍ ເປັນການພັດທະນາຄວາມຊຳນິຊຳນານ ແລະ ຄວາມສາມາດ ປະສົບການ ຂອງນາຍຊ່າງຂັ້ນບ້ານ, ເປັນການສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ຊຸມຊົນໃນທ້ອງຖິ່ນ ເວລາໂຄງການເປ້ເພ ເຂົາກໍ່ສາມາດ ແລະ ຮູ້ຈັກສ້ອມແປງດ້ວຍຕົນເອງ.

ຫລັງຈາກທີໄດ້ຮັບຝັງການລາຍງານ ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄຳຄິດຄຳເຫັນຕໍ່ເນື້ອໃນບົດສະຫຼຸບ ຢ່າງກົງໄປກົງມາ ໂດຍສະເພາະ ແມ່ນຈຸດດີ, ຂໍ້ຄົງຄ້າງ ແລະ ບົດຮຽນອັນລໍ້າຄ່າຈາກການຈັດຕັ້ງປະຕິບັດວຽກງານ ທລຍ 16 ປີຜ່ານມາ ເພື່ອເປັນການຕໍ່ຍອດໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ ພ້ອມທັງສະເໜີໃຫ້ລັດຖະບານ ກໍຄື ທລຍ ສືບຕໍ່ໃຫ້ການສະໜັບສະໜູນຕໍ່ໄປ ໂດຍສະເພາະການສະໜອງພື້ນຖານໂຄງລ່າງໃຫ້ແກ່ບ້ານທີ່ທຸກຍາກ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ອະນຸສັກ ຈຳປາຄຳ,  ກຳມະການພັກແຂວງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ປະທານກອງປະຊຸມ ກໍ່ໄດ້ກ່າວມີຄຳເຫັນ ຄື:

1)  

ຂໍໃຫ້ບັນດາພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງກັບແຕ່ລະປະເພດກິດຈະກຳ ສືບຕໍ່ຊຸກຍູ້ ຕິດຕາມ ແລະ ຄຸ້ມຄອງນໍາໃຊ້ໂຄງການ ໃຫ້ເກີດຜົນປະໂຫຍດ ແລະ ມີປະສິດທິຜົນສູງສຸດ.

 

2) 

ເຖິງວ່າ ການພັດທະນາໄລຍະຜ່ານມາ ສາມາດແກ້ໄຂຄວາມທຸກຍາກ ໄດ້ຫຼາຍສົມຄວນ, ແຕ່ຖ້າທຽບໃສ່ມາດ ຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາໃນໄລຍະໃໝ່ ຕາມດໍາລັດ 348/ລບ ກໍ່ເຫັນວ່າ ຍັງມີຫຼາຍບ້ານ ຢູ່ພາຍໃນແຂວງ ບໍ່ທັນສາມາດບັນລຸມາດຕະຖານພົ້ນທຸກໄດ້ເທື່ອ, ໂດຍສະເພາະແມ່ນ ບັນດາບ້ານຢູ່ເຂດຈຸດສຸມພັດທະນາຊົນນະບົດຢູ່ເມືອງຕ່າງໆ. ດັ່ງນັ້ນ ຈຶ່ງສະເໜີມາຍັງ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຂັ້ນສູນກາງ ຊ່ວຍຄົ້ນຄວ້າ ຈັດຫາທຶນຮອນ ມາສືບຕໍ່ຈັດຕັ້ງປະຕິບັດໂຄງການ ເພື່ອແກ້ໄຂດ້ານພື້ນຖານໂຄງລ່າງ ກໍ່ຄືກິດຈະກຳການປັບປຸງຊີວິດການເປັນຢູ່ ໃນບັນດາຈຸດສຸມດັ່ງກ່າວຕື່ມອີກ.