ລົງຕິດຕາມ, ຊຸກຍູ້ສົ່ງເສີມວຽກງານໂພຊະນາການ ຢູ່ບ້ານເປົ້າໝາຍ ທລຍ ເມືອງກັວນ

Posting Date: 
31 May 2022

ລົງຕິດຕາມ, ຊຸກຍູ້ສົ່ງເສີມວຽກງານໂພຊະນາການ  ຢູ່ບ້ານເປົ້າໝາຍ ທລຍ ເມືອງກັວນ

ໂດຍ: ລ່ຽນ ມາໄລທອງ, ໂພຊະນາການຂັ້ນບ້ານ

ໃນວັນທີ 18 ພືດສະພາ 2022  ຜ່ານມາ ພະນັກງານໂພຊະນາການບ້ານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ເມືອງ ກັວນ, ແຂວງຫົວພັນ ໄດ້ລົງຕິດຕາມ, ຊຸກຍູ້ສົ່ງເສີມວຽກງານໂພຊະນາການໃຫ້ກຸ່ມສະມາຊິກໂພຊະນາການ ຢູ່ບ້ານ ກໍຝຸງ, ເມືອງກັວນ, ແຂວງຫົວພັນ ໄດ້ນໍາພາການປຸງແຕ່ງອາຫານເສີມໃຫ້ແກ່ກຸ່ມແມ່ຍິງຖືພາແມ່ລູກອ່ອນ, ເດັກອາຍຸ 0-5 ເດືອນ, ເດັກອາຍຸ 6-23 ເດືອນ ແລະ ແມ່ຜູ້ດຸແລເດັກ ໃນນັ້ນ ລວມມີສະມາຊິກເຂົ້າຮ່ວມກິດຈະກໍາທັງໜົດ 16 ຄົນ ປະກອບມີ:  ແມ່ຖືພາ 6 ຄົນ ເດັກ 0-5 ເດືອນ 2 ຄົນ, ແມ່ລູກອອ່ນ  2 ຄົນ, ເດັກໃນເກນອາຍຸ 6-23 ເດືອນ 8 ຄົນ. ເປັນຍິງ 13 ຄົນ.

 

ໃນການລົງຕິມຕາມ ຊຸກຍູ້ວຽກໂພຊະນາການໃນຄັ້ງນີ້ ໄດ້ນໍາພາສະມາຊິກ ກຸ່ມໂພຊະນາການບ້ານ ສາທິດໃນການເຮັດເຂົ້າປຽກ ສໍາລັບເດັກ 6-23 ເດືອນ ໂດຍນໍາໃຊ້ສູດ ແປ້ງບົດ(ເຂົ້າຈ້າວ ກັບ ຖົ່ວຂຽວ) 50 ກະລາມ/ຄົນ/ຄາບ, ໝາກມ່ວງ 40 ກະລາມ/ຄົນ/ຄາບ ແລະ ນົມສົດ 125 ມິນລີລິດ/ຄົນ/ຄາບ ຊຶ່ງເປັນສູດອາຫານທີ່ໃຫ້ຄຸນຄ່າທາງດ້ານໂພຊະນາການທີ່ດີ.ສູດອາຫານດັ່ງນັ່ນຈະຊ່ວຍເຮັດໃຫ້ເດັກມີສຸຂະພາບແຂງແຮງ ໄດ້ຮັບອາຫານທີ່ມີໂພຊະນາການ, ຄຸນປະໂຫຍດຂອງໝວດອາຫານ ແລະ ຍັງເຮັດໃຫ້ຜູ້ເປັນແມ່ໄດ້ຮຽນຮູ້ ຂັ້ນຕອນ ແລະ ວິທີການປຸງແຕ່ງອາຫານໃນແຕ່ລະໄລຍະຂອງເດັກຢ່າງເລີກເຊິ່ງກວ່າເກົ່າ.