ຜົນສຳເລັດຂອງກອງປະຊຸມແລກປ່ຽນບົດຮຽນ ວຽກງານປັບປຸງຊີວິດການເປັນຢູ່

Posting Date: 
30 Jul 2022

ຜົນສຳເລັດຂອງກອງປະຊຸມແລກປ່ຽນບົດຮຽນ ວຽກງານປັບປຸງຊີວິດການເປັນຢູ່

 

ໂດຍ: ທ່ານ ວິໄລ ແກ້ວອິ່ນຄຳ, ຫົວໜ້າທິມງານ ທລຍ ເມືອງບຸນໃຕ້ ແຂວງຜົ້ງສາລີ

      

ໃນລະຫວ່າງວັນທີ 18-22/07/2022ຜ່ານມານີ້, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນວຽກງານປັບປຸງຊີວິດການເປັນຢູ່ ໃຫ້ແກ່ພະນັກງານ ທລຍ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ຂຶ້ນທີ່ນະຄອນຫຼວງພະບາງ ໂດຍການເປັນປະທານຂອງທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອຳນວຍການບໍລິຫານ ທລຍ ແລະ ການເຂົ້າຮ່ວມຂອງບັນດາ ຫົວໜ້າຂະແໜງ ແລະ ທິມງານ ທລຍ ຂັ້ນສູນກາງ, ຜູ້ຊ່ວຍປະສານງານ ທລຍ ຂັ້ນແຂວງ, ຫົວໜ້າທິມງານ ທລຍ ຂັ້ນເມືອງ, ພະນັກງານປັບປຸງຊີວິດການເປັນຢູ່ ຂັ້ນບ້ານ ໃນ 4 ແຂວງ 12 ເມືອງເປົ້າໝາຍ ຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ ຈໍານວນທັງໝົດ 88 ຄົນ, ຍິງ 30 ຄົນ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ: 1) ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດບັນດາກິດຈະກຳປັບປຸງຊິວິດການເປັນຢູ່ ໃນບັນດາບ້ານເປົ້າໝາຍໂຄງການ ຊຸດທີ 1 ຈໍານວນ 229 ບ້ານ ໃນໄລຍະເດືອນມິຖຸນາ 2020 ເຖີງເດືອນມິຖຸນາ 2022; 2) ຄົ້ນຄວ້າຊອກຫາບັນຫາ, ອຸປະສັກຕ່າງໆ ທີ່ເກີດຂຶ້ນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນໄລຍະຜ່ານມາ; ແລະ 3) ກໍານົດທິດທາງ, ມາດຕະການ ທີ່ເປັນເອກະພາບ ເພື່ອນໍາໃຊ້ເປັນບ່ອນອີງໃນການຈັດຕັ້ງປະຕິບັດກິດຈະກໍາປັບປຸງຊິວິດການເປັນຢູ່ ໃນບ້ານເປົ້າໝາຍໂຄງການ ຊຸດທີ 2 ຈຳນວນ 238 ບ້ານ.

ໃນກອງປະຊຸມ ທ່ານຜູ້ອໍານວຍການບໍລິຫານ ທລຍ ໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ຫຼັງຈາກນັ້ນ ທ່ານກໍໄດ້ຂຶ້ນນຳສະເໜີ ທິດທາງ ແລະ ແຜນພັດທະນາ ຂອງກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງ 3 ເສົາຄໍ້າ 4 ແຜນງານ ໂດຍສະເພາະແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ຈາກນັ້ນ ທ່ານ ສົມສັກ ຈັນດາລາ, ຫົວໜ້າຂະແໜງປັບປຸງຊີວິດການເປັນຢູ່ ທລຍ ໄດ້ຂຶ້ນລາຍງານສະພາບລວມຂອງການຈັດຕັ້ງປະຕິບັດວຽກງານປັບປຸງຊີວິດການເປັນຢູ່ ພ້ອມດ້ວຍ ບັນຫາ ແລະ ສິ່ງທ້າທາຍຕ່າງໆ ໃນໄລຍະ 24 ເດືອນຜ່ານມາ. ກອງປະຊຸມ ຍັງໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານປັບປຸງຊີວິດການເປັນຢູ່ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍຫົົວໜ້າທິມງານ ທລຍ ຈາກ 12 ເມືອງ ຂອງ 4 ແຂວງ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການນໍາສະເໜີແນວຄວາມຄິດ ການສ້າງຕັ້ງກອງທຶນ ບູລະນະສ້ອມແປງກິດຈະກໍາໂຄງລ່າງພຶ້ນຖານຂອງຊູມຊົນ ໃນບ້ານເປົ້າໝາຍທີ່ໄດ້ຮັບການສະໜັບສະໜູນໂຄງການຍ່ອຍຈາກໂຄງການ ທລຍ ໃນໄລຍະຜ່ານມາ; ການສ້າງຄວາມເຂັ້ມແຂງ ແລະ ຂີດຄວາມສາມາດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ ພະນັກງານ ທລຍ; ຕົວຊີ້ບອກຂອງໂຄງການ ພ້ອມທັງ ບັນຫາ ແລະ ຂໍ້ຫຍຸ້ງຍາກ ໃນການປ້ອນຂໍ້ມູນເຂົ້າຖານຂໍ້ມູນ ແລະ ການປັບປຸງໃນຕໍ່ໜ້າ. ກອງປະຊຸມ ຍັງໄດ້ມີການແບ່ງກຸ່ມຄົ້ນຄ້ວາລະດົມແນວຄວາມຄິດ ໃນຫົວຂໍ້ ຫຼື ໜ້າວຽກ ທີ່ເຫັນວ່າມີຄວາມຈຳເປັນທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ. 

        ພິເສດ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີໂອກາດໄປທັດສະນະສຶກສາ ຢ້ຽມຢາມຟາມຄວາຍນົມ ແລະ ແບ້ ຢູ່ບ້ານເມືອງຂາຍ, ນະຄອນຫຼວງພະບາງ ແລະ ໄດ້ຝຶກອົບຮົມເຕັກນິກການປູກຝັງ-ລ້ຽງສັດ ແລະ ເບິ່ງການສາທິດກິດຈະກຳຕົວຈິງ ຢູ່ວິທະຍາໄລເຕັກນິກ ກະສິກຳ ແລະ ປ່າໄມ້ ພາກເໜືອ ເຊຶ່ງໄດ້ເຮັດໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບເຕັກນິກການລ້ຽງສັດແບບໃໝ່, ການຮີດນົມຄວາຍ, ນົມແບ້ ແລະ ການແປຮູບຜະລິດຕະພັນຈາກນົມຄວາຍ ເພື່ອສ້າງມູນຄ່າເພິ່ມ ສົ່ງເສີມໂພຊະນາການໃຫ້ກັບແມ່ ແລະ ເດັກ ໃນເຂດບ້ານເປົ້າໝາຍຂອງໂຄງການໃນຕໍ່ໜ້າ.