ການລ້ຽງໝູ ເພື່ອແກ້ໄຂຄວາມທຸກຍາກ ຂອງສະມາຊິກ ກຊກ ບ້ານນາສາມ

Posting Date: 
10 Aug 2022

ການລ້ຽງໝູ ເພື່ອແກ້ໄຂຄວາມທຸກຍາກ ຂອງສະມາຊິກ ກຊກ ບ້ານນາສາມ

 ໂດຍ: ສິນທະນູ ມະນີຈັນ, ວິຊາການປັບປຸງຊີວິດການເປັນຢູ່ຂັ້ນບ້ານ, ທລຍ ເມືອງຫົວເມືອງ

          ບ້ານນາສາມ ເປັນບ້ານຊົນເຜົ່າກຶມມຸ ທີ່ຂື້ນກັບເມືອງຫົວເມືອງ, ແຂວງຫົວພັນ ຕັ້ງຢູ່ຫ່າງຈາກເທດສະບານເມືອງ 30 ກິໂລແມັດ. ບ້ານນາສາມ ປະກອບມີທັງໝົດ 27 ຄົວເຮືອນ, , ໃນນັ້ນມີ 25 ຄົວເຮືອນທຸກຍາກ, ມີພົນລະເມືອງທັງໝົດ 185 ຄົນ, ຍິງ 83 ຄົນ. ບ້ານດັ່ງກ່າວ ມີເນື້ອທີ່ທໍາການຜະລິດ 25 ເຮັກຕາ, ອາຊີບຫຼັກຂອງປະຊາຊົນພາຍໃນບ້ານ ແມ່ນເຮັດນາ, ເຮັດໄຮ່ເຂົ້າ ສ່ວນການປູກພືດ ແລະ ລ້ຽງສັດ ເປັນອາຊີບສຳຮອງ.

ບ້ານນາສາມ ເປັນບ້ານເປົ້າໝາຍຂອງໂຄງການ ກອງທືນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໂດຍໄດ້ຮັບການສະໜັບ ສະໜູນກິດຈະກຳປັບປຸງຊີວິດການເປັນຢູ່ ມາແຕ່ປີ 2020. ໜຶ່ງໃນບັນດາກິດຈະກໍາແກ້ໄຂຄວາມທຸກຍາກພາຍໃນບ້ານ ແມ່ນການສ້າງຕັ້ງ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ຊຶ່ງບ້ານດັ່ງກ່າວ ໄດ້ສ້າງຕັ້ງກຸ່ມ ກຊກ ທັງໝົດ 2 ກຸ່ມ ແລະ ມີສະມາຊິກເຂົ້າຮ່ວມທັງໝົດ 25 ຄົນ, ຍິງ 25 ຄົນ. ໂຄງການ ທລຍ ໄດ້ສະໜອງເງິນຕົ້ນທຶນໃຫ້ ກຊກ ທັງໝົດ 27,600,000 ກີບ ແລະ ນອກຈາກນັ້ນ ຄະນະກຳມະການບໍລິຫານກອງທຶນ ກຊກ (ຄບກ) ຂັ້ນບ້ານ ຍັງໄດ້ຕິດຕາມເປັນປົກກະຕິ ໃນການຝາກເງິນປະຈຳເດືອນຂອງສະມາຊິກ ກຊກ ແລະ ໄດ້ກຳນົດເອົາທຸກໆ ວັນທີ 5 ຂອງເດືອນ ເປັນມື້ຝາກເງິນຂອງສະມາຊິກ ກຊກ ພາຍໃນບ້ານ. ສະມາຊິກ ກຊກ ທັງໝົດພາຍໃນບ້ານ ເຫັນດີເປັນເອກະພາບຕົກລົງກັນ ຝາກເງິນເດືອນລະ 10,000 ກິບ ຕໍ່ຄົນຕໍ່ເດືອນ ຊຶ່ງມາຮອດບັນຈຸບັນ ເງິນຝາກຂອງສະມາຊິກ ກຊກ ມີທັງໝົດ 4,750,000 ກິບ.

ນອກຈາກ ການສະໜອງເງິນຕົ້ນທຶນແລ້ວ ໂຄງການ ທລຍ ຍັງໄດ້ຈັດຝືກອົບຮົມທາງດ້ານເຕັກນິກ-ວິຊາການ ການລ້ຽງສັດ ອິງຕາມປະເພດສັດລ້ຽງທີ່ຄັດເລືອກໂດຍສະມາຊິກ ກຊກ ແລະ ການຂຽນແຜນທຸລະກິດສ້າງລາຍຮັບຂອງຄົວເຮືອນ ເພື່ອສະເໜີໄປຍັງ ຄບກ ບ້ານ ພິຈາລະນາອະນຸມັດການກູ້ຢື້ມເງິນ. ໃນໄລຍະຜ່ານມາ ຄບກ ບ້ານນາສາມ ໄດ້ປ່ອຍເງິນກູ້ຈາກ ເງິນຕົ້ນທຶນ ໃຫ້ສະມາຊິກ ກຊກ ຈໍານວນ 15 ຄົນ ກູ້ຢືມເປັນເງິນທັງໝົດ 27 ລ້ານ ກີບ ເພື່ອລ້ຽງໝູ ໂດຍສົມທົບກັບເງິນຂອງ ຄອບຄົວຕົນເອງ. ມາຮອດປະຈຸບັນ ສະມາຊິກ ກຊກ ຜູ້ທີ່ໄດ້ກູ້ຢຶມເງິນມາລ້ຽງໝູ ສາມາດສ້າງລາຍຮັບເພີ້ມໃຫ້ແກ່ຄອບຄົວ ຈາກການຂາຍໝູ. ພິເສດ ໄດ້ມີສະມາຊິກ ກຊກ ຜູ້ລ້ຽງໝູ ທີ່ເປັນຄອບຄົວຕົວແບບ 1 ຄອບຄົວ ຄື: ຄອບຄົວ ນາງ ພອນ ຊຶ່ງນັບຕັ້ງແຕ່ເດືອນພະຈິກ ປີ 2021 ມາຮອດປະຈຸບັນ ຄອບຄົວ ນາງ ພອນ ສາມາດຂາຍໝູ ໄດ້ທັງໝົດ 11,625,000 ກິບ ແລະ ພາຍຫຼັງ ສົ່ງເງິນກູ້ ຈຳນວນ 2 ລ້ານ ກີບ ແລ້ວ, ຄອບຄົວ ນາງ ພອນ ຍັງມີລາຍຮັບເຫຼືອ 9,6 ລ້ານ ກີບ ແລະຍັງມີໝູແມ່ພັນເຫຼືອໄວ້ອິກຈໍານວນໜຶ່ງ.