ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ ທລຍ ຢູ່ບ້ານເປົ້າໝາຍຊຸດທີ 1 ແລະ ວາງແຜນສໍາລັບບ້ານເປົ້າໝາຍຊຸດທີ 2 ຢູ່ເມືອງກວັນ

Posting Date: 
22 Sep 2022

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ ທລຍ ຢູ່ບ້ານເປົ້າໝາຍຊຸດທີ 1

ແລະ ວາງແຜນສໍາລັບບ້ານເປົ້າໝາຍຊຸດທີ 2 ຢູ່ເມືອງກວັນ

ໂດຍ: ນີຄຳ ບຸນເລີງທອງ, ຫົວໜ້າທີມ ທລຍ ເມືອງກວັນ, ແຂວງຫົວພັນ

ໃນຕອນເຊົ້າຂອງວັນທີ 6 ກັນຍາ 2022 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງກວັນ, ແຂວງຫົວພັນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ ທລຍ ຢູ່ບ້ານເປົ້າໝາຍຊຸດທີ 1 ແລະ ວາງແຜນສໍາລັບບ້ານເປົ້າໝາຍຊຸດທີ 2 ຂຶ້ນທີ່ຫ້ອງປະຊຸມ ກຸ່ມຫ້ອງການເສດຖະກິດເມືອງກວັນ ພາຍໃຕ້ການເປັນປະທານຂອງ ທ່ານໄມແປ້ນ ພອນທະລາ, ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງ-ເມືອງກວັນ ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ຄີ່ນທຸມມາລາ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ແລະ ມີບັນດາທ່ານຫົວໜ້າຫ້ອງການກ່ຽວຂ້ອງຂັ້ນເມືອງ, ທີມງານ ທລຍ ຂັ້ນເມືອງ ແລະ ທລຍ ຂັ້ນບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ນີຄຳ ບຸນ​ເລີງ​ທອງ, ຫົວ​ໜ້າ​ຫ້ອງການ ທ​ລຍ ເມືອງກວັນ ໄດ້ຂຶ້ນ​ຜ່ານ​ບົດ​ສະ​ຫຼຸບການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຂອງໂຄງການ ທລຍ ໃນ​ໄລ​ຍະ​ຜ່ານ​ມາ ແລະ ທິດ​ທາງ​ໃນ​ຕໍ່​ໜ້າ ຊຶ່ງໄດ້​ຍົກ​ໃຫ້​ເຫັນການຈັດຕັ້ງປະຕິບັດວຽກງານຢູ່ບ້ານເປົ້າໝາຍຊຸດທີ 1 ຊຶ່ງມີທັງໝົດ 15 ບ້ານ, ປະກອບມີຄົວເຮືອນທັງໝົດ 1.061 ຄົວເຮືອນ,ຄົວເຮືອນທຸກຍາກມີ 845 ຄົວເຮືອນ, ​ມີພົນລະເມືອງທັງໝົດ 4.812 ຄົນ, ຍິງ 2.357 ຄົນ ໂດຍໄດ້ຈັດຕັ້ງປະຕິບັດກິດຈະກໍາປັບປຸງຊິວິດການເປັນຢູ່, ສົ່ງເສີມໂພຊະນາການ, ແລະ ການກໍ່ສ້າງຟື້ນຖານໂຄງລ່າງຂະໜາດນ້ອຍ 11 ໂຄງການ ມີມູນຄ່າທັງໝົດ 1.5 ຕື້ກີບ ໃນນັ້ນ ຊຸມຊົນປະກອບສ່ວນລວມເປັນເງິນທັງໝົດ 130 ລ້ານກວ່າກີບ. ພ້ອມດຽວກັນນັ້ນ, ກໍໄດ້ແນະນຳກ່ຽວກັບໂຄງ​​ການ ທລຍ 3 ທີ່ຈະຈັດຕັ້ງປະຕິບັດຢູ່ບ້ານເປົ້າໝາຍຊຸດທີ 2 ນັບແຕ່ປິ 2022-2024. ບ້ານເປົ້າໝາຍຊຸດທີ 2 ຢູ່ເມືອງກວັນ ປະກອບມີ​ 22 ບ້ານ ຄື: ບ້ານສົບກັງ, ບ້ານພຽງໂພ, ບ້ານສັນໂຮມ, ບ້ານສົບສານ, ບ້ານແກ້ງກໍ້, ບ້ານຫ້ວຍເຮັງ, ບ້ານວິຊ້າຍ, ບ້ານນ້ຳປາດ, ບ້ານປ່າຂົມ (ໂຮມພັນ), ບ້ານຫ້ວຍຈືນ, ບ້ານຍອດປ້າວ, ບ້ານສັນຄູນ, ບ້ານທ່າຄວາຍ, ບ້ານສຸມລວງ, ບ້ານໜອງແຫວນ, ບ້ານລ້ອງກວ້າງ, ບ້ານຫ້ວຍອັງ, ບ້ານປ່າກ່າ, ບ້ານເມືອງກວັນ, ບ້ານນາໜັງ, ບ້ານ ຫ້ວຍສະມັດ ແລະ ບ້ານປຸງຖາກ.