ທລຍ ເມືອງກວັນ ສໍາເລັດຈັດກອງປະຊຸມແນະນໍາກ່ຽວກັບ ໂຄງການ ທລຍ 3 ໄລຍະເພີ່ມທຶນ

Posting Date: 
21 Nov 2022

ທລຍ ເມືອງກວັນ ສໍາເລັດຈັດກອງປະຊຸມແນະນໍາກ່ຽວກັບ ໂຄງການ ທລຍ 3 ໄລຍະເພີ່ມທຶນ

 

ໂດຍ: ນີຄຳ ບຸນເລີງທອງ, ຫົວໜ້າທີມ ທລຍ ເມືອງກວັນ

ໃນລະຫວ່າງວັນທີ 4-28 ຕຸລາ 2022 ຜ່ານມາ, ໂກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງ ກວັນ, ແຂວງຫົວພັນ ໄດ້ຈັດກອງປະຊຸມແນະນໍາ ໂຄງການ ທລຍ 3 ໄລຍະເພີ່ມທຶນ ໃນບັນດາບ້ານເປົ້າໝາຍຊຸດທີ 2 ໂດຍມີຜູ້ເຂົ້າຮ່ວມຈາກຫ້ອງການທີ່ກ່ຽວຂ້ອງ ຄື: ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຫ້ອງການສະຫະພັນແມ່ຍິງເມືອງ, ຫ້ອງການສາທາລະນະສຸກເມືອງ, ຫ້ອງການແນວລາວສ້າງຊາດເມືອງ, ທລຍ ຂັ້ນເມືອງ, ທລຍ ຂັ້ນບ້ານ, ເລຂາ ຄະນະພັກກຸ່ມບ້ານ, ນາຍບ້ານ, ຮອງນາຍບ້ານ, ອຳນາດການປົກຄອງບ້ານ ຕະຫຼອດຮອດ ພໍ່ແມ່ປະຊາຊົນພາຍໃນບ້ານ​​​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອແນະນໍາໂຄງການ ທລຍ 3 ໄລຍະເພີ່ມທຶນ ເປັນຕົ້ນແມ່ນຮູບແບບ, ຂັ້ນຕອນ ແລະ ລະບຽບຫຼັກການ ໃນການຈັດຕັ້ງປະຕິບັດໂຄງການ ໃຫ້ມີຄວາມສອດຄ່ອງກັບຄູ່ມືຈັດຕັ້ງປະຕິບັດໂຄງການ. ພ້ອມກັນນັ້ນ ກໍໄດ້ແນະນໍາກ່ຽວກັບ ການສ້າງຕັ້ງກຸ່ມຊ່ວຍເຫຼືອກັນ ແກ້ໄຂຄວາມທຸກຍາກ (ກຊກ) ແລະ ກຸ່ມໂພຊະນາການບ້ານ (ກພກ) ໃນ 22 ບ້ານເປົ້າໝາຍຊຸດທີ 2 ເພື່ອກຽມພ້ອມໃນການຈັດຕັ້ງປະຕິບັດ ກິດຈະກໍາປັບປຸງຊີວິດການເປັນຢູ່ ແລະ ກິດຈະກໍາສົ່ງເສີມດ້ານໂພຊະນາການ.

 

ຜ່ານການຈັດຕັ້ງປະຕິບັດເປັນເວລາເກືອບໜື່ງເດືອນ ເຫັນວ່າ ຊຸມຊົນໃນ 22 ບ້ານ ສາມາດສ້າງຕັ້ງໄດ້ 89 ກຸ່ມ ກຊກ ມີສະມາຊິກທັງໝົດ 1.180 ຄົນ, ຍິງ 1.047 ຄົນ, ຊົນເຜົ່າ 449 ຄົນ, ຊົນເຜົ່າຍິງ 400 ຄົນ ໂດຍຜູ້ທີ່ເປັນສະມາຊິກກຸ່ມ ກຊກ ແມ່ນຜູ້ຕາງໜ້າຄອບຄົວທຸກຍາກຢູ່ພາຍໃນບ້ານ ແລະ ສາມາດສ້າງຕັ້ງໄດ້ 22 ກຸ່ມ ກພກ ມີສະມາຊິກທັງໝົດ 1.227 ຄົນ, ຍິງ 963 ຄົນ ໂດຍຜູ້ທີ່ເປັນສະມາຊິກກຸ່ມ ກພກ ແມ່ນແມ່ຍິງຖືພາ, ແມ່ລູກອ່ອນ, ເດັກນ້ອຍອາຍຸ 6-23 ເດືອນ.