ທລຍ ເມືອງສໍາພັນ ສຳເລັດຈັດງານວັນໂພຊະນາການ ປະຈຳໄຕມາດ 4 ປີ 2022

Posting Date: 
28 Nov 2022

ທລຍ ເມືອງສໍາພັນ ສຳເລັດຈັດງານວັນໂພຊະນາການ ປະຈຳໄຕມາດ 4 ປີ 2022

 

ໂດຍ: ເກຍເອີ ລາວມາ, ໂພຊະນາການ ທລຍ ເມືອງສໍາພັນ

ໃນວັນທີ 18 ພະຈິກ 2022 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງສໍາພັນ ຮ່ວມກັບອົງການພັດທະນາຕ່າງໆ ໃນແຜນໜຶ່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ ໄດ້ຈັດງານວັນໂພຊະນາການ​​ ປະຈຳໄຕມາດ 4 ປີ 2022 ຂື້ນທີ່ບ້ານມົກພະ, ເມືອງສຳພັນ, ແຂວງຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ບຸນຮຽງ ແສນສຸລີນ, ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນຳຂົງເຂດເສດຖະກິດຂັ້ນເມືອງ ແລະ ການເຂົ້າຮ່ວມຂອງ ທ່ານ ບຸນສະຫວັນ ແສງຍອດ, ຮອງຫົວໜ້າຂະແໜງຮ່ວມມືສາກົນ, ພະແນກແຜນການ ແລະ ການລົງທຶນແຂວງ,ນະປະສານງານວຽກງານແຜນໜຶ່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ,​ ທີມງານ ທລຍ ຂັ້ນເມືອງ, ລຍ ຂັ້ນບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມທັງໝົດ 65 ຄົນ, ຍິງ 24 ຄົນ.

ຈຸດປະສົງຂອງການຈັດວັນໂພຊະນາການດັ່ງກ່າວນີ້ ແມ່ນເພື່ອເປັນການເຜີຍແຜ່ຂໍ້ມູນ-ຂ່າວສານ ກ່ຽວກັບການແກ້ໄຂບັນຫາໂພຊະນາການ ຂອງບັນດາໂຄງການໃນແຜນງານໜຶ່ງດຽວ ໃຫ້ແກ່ພໍ່ແມ່ປະຊາຊົນພາຍໃນບ້ານ ໄດ້ຮັບຊາບຢ່າງທົ່ວເຖິງ ແລະ ເພື່ອເປັນການຊຸກຍູ້ ໃນການຈັດຕັ້ງຜັນຂະຫຍາຍ ຍຸດທະສາດແຫ່ງຊາດດ້ານໂພຊະນາການ ກໍຄືການແກ້ໄຂບັນຫາການຂາດໂພຊະນາການ ຢູ່ເຂດຊົນນະບົດ ຂອງ ສປປ ລາວ.

ບ້ານມົກພະ ຕັ້ງຢູ່ຫ່າງຈາກເທດສະບານມືອງສໍາພັນ 38 ກິໂລແມັດ, ມີ67ຄົວເຮືອນ, 79ຄອບຄົວ, ​ພົນລະເມືອງທັງໝົດ 369 ຄົນ (ຍິງ 188 ຄົນ),ເດັກອາຍຸຕຳກວ່າ​ 5 ປີ 46 ຄົນ (ຍິງ 17 ຄົນ), ເດັກອາຍຸຕໍ່າກວ່າ​ 2 ປີ 17 ຄົນ (ຍິງ 11 ຄົນ). ບ້ານມົພະມີໂຄງການທີ່ນອນໃນແຜນໜຶ່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ ເຂົ້າມາພັດທະນາ 3 ໂຄງການ ຄື: (1) ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ, (2) ໂຄງການເຂົ້າເຖິງບໍລິການສຸຂະພາບ ແລະ ໂພຊະນາການ, (3) ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດໂພຊະນາການໃນເຂດຊົນນະບົດ. ໃນນັ້ນ ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ສະ ໜອງທຶນສົມທົບໃນການປຸງແຕ່ງອາຫານເສີມໃຫ້ແກ່ສະມາຊິກກຸ່ມໂພຊະນາການ ​​ຈຳນວນ 5.376.000 ກີບ, ໂຄງການເຂົ້າເຖິງບໍລິການສຸຂະພາບ ແລະ ໂພຊະນາການ ໄດ້ສະໜອງເງິນເພື່ອຊື້ອາຫານ 100.000 ກີບ ຕໍ່ຄອບຄົວເປົ້າໝາຍ ຕໍ່ເດືອນ.

 

ໃນງານວັນໂພຊະນາການດັ່ງກ່າວນັ້ນ ໄດ້ມີການວາງສະແດງບັນດາກິດຈະກໍາກ່ຽວກັບການສົ່ງເສີມໂພຊະນາການຕ່າງໆ, ຮູບພາບຜົນງານໃນການເຄື່ອນໄຫວວຽກງານ ຂອງແຕ່ລະໂຄງການ ຂອງແຜນໜຶ່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ​.