ສໍາເລັດຈັດກອງປະຊຸມ ສົ່ງເງິນຕົ້ນທຶນ ແລະ ເງິນປັນຜົນ ປະຈໍາປີ 2022 ໃຫ້ສະມາຊິກ ກຊກ ບ້ານພຽງດີ, ເມືອງກວັນ, ແຂວງຫົວພັນ

Posting Date: 
22 Dec 2022

ສໍາເລັດຈັກອງປະຊຸມ ສົ່ງເງິນຕົ້ນທຶນ ແລະ ເງິນປັນຜົນ ປະຈໍາປີ 2022 ໃຫ້ສະມາຊິກ ກຊກ ບ້ານພຽງດີ,ເມືອງກວັນ, ແຂວງຫົວພັນ

 

                                        ​ໂດຍ: ຕໍ່າ ທອງວິຫາ, ວິຊາການປັບປຸງຊີວິດການເປັນຢູ່ຂັ້ນບ້ານ, ທລຍ ເມືອງກວັນ, ແຂວງຫົວພັນ

 

            ໃນ​​ວັນ​ທີ 25 ພະຈິກ 2022 ຜ່ານ​ມາ​ນີ້ ກຸ່ມຊ່ວຍເຫຼືອກັນ (ກຊກ) ບ້ານພຽງດີ, ກຸ່ມບ້ານລ້ອງກັງ, ເມືອງກວັນ, ແຂວງຫົວພັນ ໄດ້ສໍາເລັດຈັດ​ກອງ​ປະຊຸມ ສົ່ງເງິນຕົ້ນທຶນ ແລະ ເງິນປັນຜົນ ໃຫ້ສະມາຊິກ ກຊກ ປະຈຳປີ 2022. ກອງປະຊຸມດັ່ງກ່າວ ເປັນປະທານໂດຍນາຍບ້ານ ບ້ານພຽງດີ ແລະ ການເຂົ້າຮ່ວມຂອງບັນດາຄະນະບໍລິຫານກອງທຶນ ກຊກ (ຄບກ) ແລະ ສະມະຊິກ ກຊກ ເຂົ້າຮ່ວມທັງໝົດ 65 ຄົນ, ຍິງ 55 ຄົນ.

 

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ 1) ສົ່ງເງິນຕົ້ນທຶນ ທີ່ສະມາຊິກໄດ້ກູ້ຢືມຈາກກອງທຶນ ກຊກ ບ້ານ ລົງທຶນໃສ່ກິດຈະກໍາສ້າງລາຍຮັບ ເຊັ່ນ: ລ້ຽງສັດ ແລະ ຫັດຖະກໍາຕໍ່າຫູກ ແລະ 2) ປັນຜົນກໍາໄລ ທີ່ໄດ້ຈາກການເກັບດອກເບັ້ຍ ຂອງເງິນກູ້ຢືມ ຂອງແຕ່ລະສະມາຊິກ ໃຫ້ກັບສະມາຊິກໃນກຸ່ມ ກຊກ ທຸກຄົນໂດຍເອກະພາບກັນ.

ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຫຍໍ້ຂອງການຈັດຕັ້ງປະຕິບັດການປ່ອຍກູ້ເງິນຕົ້ນທຶນໃນໜຶ່ງປີຜ່ານມາ ຊຶ່ງບ້ານພຽງດີ ມີ ສະມາຊິກ ກຊກ ທັງໝົດ 60 ຄົນ, ຍິງ 52 ຄົນ, ໃນປີຜ່ານມາໄດ້ຮັບເງິນຕົ້ນທຶນ ສະໜັບສະໜູນຈາກ ໂຄງການ ທລຍ ທັງໝົດ 66.240.000 ກີບ ແລະ ສະມາຊິກ ກຊກ ໄດ້ຝາກເງິນຈໍານວນ 7.800.000 ກີບ ນໍາກອງທຶນ ກຊກ ບ້ານດັ່ງກ່າວ. ຄະນະ ຄບກ ບ້ານ ໄດ້ປ່ອຍກູ້ເງິນຕົ້ນທຶນຈຳນວນ 71.000.000 ກີບ ໃນນີ້ ເອົາເງິນຝາກມາສົມທົບປ່ອຍກູ້ ຈໍານວນ 5.000.000 ກີບໃຫ້ແກ່ສະມະຊິກ ກຊກ ໄປເຮັດກິດຈະກໍາສ້າງລາຍຮັບ ນັບແຕ່ທ້າຍປີ 2021 ເປັນຕົ້ນມາ. ສະມາຊິກ ກຊກ ຜູ້ທີ່ກູ້ຢືມທຶນ ສາມາດສ້າງລາຍຮັບຈາກການຂາຍຜົນຜະລິດທັງໝົດຈຳນວນ 40.900.000 ກີບ ແລະ ສາມາດສົ່ງຕົ້ນທຶນຄືນໄດ້ທັງໝົດ 66.000.000 ກີບ. ເງິນດອກເບ້ຍຈາກການປ່ອຍກູ້ເງິນຕົ້ນທຶນ ໄດ້ທັງໝົດ 3.960.000 ກີບ. ຜ່ານການເຫັນດີໃນກອງປະຊຸມ, ສະມາຊິກ ກຊກ ທັງໝົດ ໄດ້ຕົກລົງເປັນເອກະພາບກັນໃນການແບ່ງເງິນປັນຜົນ ອອກເປັນ 6 ສັດສ່ວນ ຄື: 60% ປັນຜົນໃຫ້ແກ່ສະມາຊິກ ກຊກ ໂດຍອີງຕາມຄະແນນເງິນຝາກ; 15% ປັນເງິນອຸດໜູນໃຫ້ຄະນະ ຄບກ, ຄະນະ ກຊກ ແລະ ທີ່ປຶກສາ; 25% ແມ່ນເອົາເຂົ້າຄັງເປັນທຶນ (ຄ່າບໍລິຫານກອງທຶນ 5%, ເງິນເພີ່ມທຶນ 5% ແລະ ແຮໜິ້ເສຍ 5%, ເງິນສະຫວັດດີການສັງຄົມ 5%  ແລະ ເງິນປະກອບສ່ວນໃສ່ການພັດທະນາບ້ານ 5%).

 

          ສະມາຊິກ ກຊກ ແລະ ອົງການປົກຄອງບ້ານ ມີຄວາມດີໃຈ, ພາກພູມໃຈເປັນຢ່າງຍິ່ງ ແລະ ຂໍຂອບໃຈ ໂຄງການ ທລຍ ກໍ່ຄືພັກ-ລັດ ທີ່ໄດ້ຊ່ວຍສ້າງຕັ້ງ ກຸ່ມ ກຊກ ແລະ ສະໜອງເງິນຕົ້ນທຶນ ເຮັດໃຫ້ສະມາຊິກ ກຊກ ຮູ້ຈັກການຝາກເງິນປະຫຍັດເພື່ອແກ້ໄຂເວລາຈຳເປັນໃນຄອບຄົວ ແລະ ການປັນຜົນໃຫ້ສະມາຊິກໃນຄັ້ງນິ້ ແມ່ນທຸກຄົນໄດ້ເທົ່າກັນໝົດທຸກຄົນເພາະໃນປີທຳອິດນິ້ ສະມາຊິກ ກຊກ ໄດ້ເອກະພາບກັນໃຫ້ຝາກເງິນຄືກັນໝົດເພື່ອເຮັດທົດລອງໃນປີທຳອິດກ່ອນ ແລະ ເພື່ອຄວາມສາມັກກັນຢູ່ພາຍໃນບ້ານ.​ ສະມາຊິກບາງຄົນ ໄດ້ເວົ້າວ່າໃນປີຕໍ່ໄປ ຈະຝາກເງິນໃຫ້ໄດ້ຫຼາຍກວ່າເກົ່າ ເພື່ອໃຫ້ກອງທຶນບ້ານມິເງິນເພີ່ມຂຶ້ນ ແລະ ຈະໄດ້ຮັບເງິນຈາກການປັນຜົນດອກເບ້ຍຫຼາຍຂຶ້ນ.