ຄອບຄົວຕົວແບບໃນການສ້າງລາຍຮັບຈາກການປູກຜັກ

Posting Date: 
27 Jun 2023

ຄອບຄົວຕົວແບບໃນການສ້າງລາຍຮັບຈາກການປູກຜັກ

 

 ໂດຍ: ຈັນທະໝອມ ສູລີນຄໍາ, ວິຊາການປັບປຸງຊິວິດການເປັນຢູ່ ຂັ້ນບ້ານ, ທລຍ ເມືອງຂວາ, ແຂວງຜົ້ງສາລີ        

 

 

ນາງ ກູດ ແລະ ຄອບຄົວ ອາໃສຢູ່ບ້ານສີນໄຊ, ຂຶ້ນກັບກຸ່ມບ້ານສີນໄຊ, ເມືອງຂວາ, ແຂວງຜົ້ງສາລີ ຊຶ່ງບ້ານດັ່ງກ່າວຫ່າງຈາກຕົວເມືອງຂວາ 36 ກິໂລແມັດ ແລະ ເປັນບ້ານເປົ້າໝາຍຊຸດທີ 1 ຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ. ໃນຄອບຄອບຄົວຂອງລາວ ມີສະມາຊິກທັງໝົດ 5 ຄົນ (ຍິງ 3ຄົນ) ແລະ ເດັກນ້ອຍອາຍຸ 5ປີ 1 ຄົນ. ນາງ ກູດ ແລະ ຜົວຂອງລາວ ໄດ້ມີໂອກາດເຂົ້າຮ່ວມຮັບຟັງການແນະນຳກ່ຽວກັບໂຄງການ ທລຍ ໂດຍສະເພາະການສ້າງຕັ້ງກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ແລະ ເຮັດໃຫ້ ນາງ ກູດ ແລະ ຜົວ ມີຄວາມເຂົ້າໃຈເຖິງຈຸດປະສົງຂອງໂຄງການ ທລຍ ທີ່ຈະສະໜັບສະໜູນຊ່ວຍຄອບຄົວທຸກຍາກພາຍໃນບ້ານ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ. ພາຍຫຼັງ ນາງ ກູດ  ໄດ້ກັບໄປເຮືອນ ແລະ ໄດ້ອະທິບາຍສິ່ງທີ່ພວກຕົນເອງໄດ້ຍິນ ແລະ ຟັງຈາກກອງປະຊຸມໃນຄັ້ງນັ້ນ ສູ່ສະມາຊິກຄອບຄົວຟັງ, ພວກເຂົາ ໄດ້ຕັດສິນໃຈສະມັກເປັນສະມາຊິກ ກຊກ. ນັບຕັ້ງແຕ່ເດືອນມັງກອນ ປີ 2021 ນາງ ກູດ ໄດ້ເຂົ້າຮ່ວມກອງປະຊຸມ ກຊກ ຢ່າງເປັນປົກກະຕິ ແລະ ໄດ້ຝາກເງິນກັບກອງທຶນ ກຊກ ແລ້ວ 6 ຄັ້ງ ເປັນເງິນທັງໝົດ 60,000ກີບ. ນອກຈາກນັ້ນ ພວກເຂົາ ຍັງໄດ້ເຂົ້າຮ່ວມການຝຶກອົບຮົມເຕັກນິກການການປູກ-ການລ້ຽງ. ຫຼັງຈາກນັ້ນ ຄອບຄົວ ນາງ ກູດ ໄດ້ກູ້ຢືມເງິນຈາກກອງທຶນ ກຊກ ຈໍານວນ 5,000,0000 ກີບ ເພື່ອລົງທຶນຊື້ແກ່ນຜັກ ຄື: ແກ່ນໝາກອື, ແກ່ນພັກບົ້ງ, ແກ່ນພັກກາດຂາວ, ແກ່ນກະລໍາປີ, ແກ່ນສາລີຫວານ, ແກ່ນພັກກາດນາ, ແກ່ນພັກສະລາດ ແລະ ຊື້ອຸປະກອນເຮັດນໍ້າຢາໄລ່ແມງໄມ້, ນໍ້າຢາບໍາລຸງພືດ, ນໍ້າຢາຂ້າເຊື່ອ, ກາກນ້ໍາຕານ ແລະ ເຮັດຝູນບົ່ມ. ຄອບຄົວນາງ ກູດ ສາມາດຂາຍຜັກໄດ້ສະເລ່ຍ 4,500,000 ກີບ ຕໍ່ ເດືອນ ໂດຍສົ່ງຂາຍໃຫ້ຕະຫຼາດປາກນໍ້ານ້ອຍ ແລະ ຕະຫຼາດເມືອງຂວາ. ນອກຈາກນັ້ນ, ຍັງໄດ້ລົງທຶນຊື້ໝູ  3ໂຕ, ເປັດ 7ໂຕ, ແລະ ໄກ່ 25 ໂຕ ມາລ້ຽງ ແຕ່ຍັງບໍ່ທັນໄດ້ຂາຍເທື່ອ. ສັງລວມແລ້ວ ຄອບຄົວນາງ ກູດ ສະມາດສ້າງລາຍຮັບຈາກການປູກຜັກຂາຍ ສະເລ່ຍ 50,000,000 ຫາ 60,000,000 ຕໍ່ປີ.