ບ້ານນາທອງ ກັບກິດຈະກໍາສ້າງລາຍຮັບ ເພື່່ອແກ້ໄຂຄວາມທຸກຍາກ

Posting Date: 
06 Jul 2023

ບ້ານນາທອງ ກັບກິດຈະກໍາສ້າງລາຍຮັບ ເພື່ອແກ້ໄຂຄວາມທຸກຍາກ

ໂດຍ: ພອນແສງ ບຸນອອນໄຊ, ປັບປຸງຊີວິດການເປັນຢູ່ ຂັ້ນບ້ານ, ທລຍ ເມືອງກັວນ

 ບ້ານນາທອງ ເປັນບ້ານຊົນເຜົ່າລາວ, ຕັ້ງຫ່າງຈາກເທດສະບານເມຶອງກັວນ, ແຂວງຫົວພັນ 12 ກິໂລແມັດ. ບ້ານນາທອງ ປະກອບມີ 39ຄົວເຮືອນ, ມີ 3ຄົວເຮືອນທູກຍາກ, ປະກອບມີພົນລະເມືອງ ທັງໝົດ 239ຄົນ, ຍິງ 113ຄົນ. ອາຊີບຕົ້ນຕໍຂອງປະຊາຊົນພາຍໃນບ້ານ ແມ່ນເຮັດນາ, ເຮັດໄຮ່ ແລະ ຖືເອົາການປູກພືດ, ລຽ້ງສັດນ້ອຍ ແລະ ສັດໃຫ່ຍ ເປັນອາຊີບສໍາຮອງ. ບ້ານນາທອງ ເປັນບ້ານເປົ້າໝາຍຊູດທີ 1 ຂອງໂຄງການກອງທຶນຫຼຸດຜອ່ນຄວາມທຸກຍາກ(ທລຍ) 3 ໄລຍະເພີ່ມທຶນ.

ໜຶ່ງໃນບັນດາກິດຈະກໍາ ຂອງໂຄງການ ທລຍ ທີ່ຈັດຕັ້ງປະຕິບັດຢູ່ບ້ານດັ່ງກ່າວ ແມ່ນການສ້າງຕັ້ງກຸ່ມຊວ່ຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ຈໍານວນ 4ກຸ່ມ, ມີສະມາຊີກທັງໝົດ 42ຄົນ, ຍິງ 40 ຄົນ. ພາຍຫຼັງ ການສ້າງຕັ້ງກຸ່ມ ກຊກ ແລະ ການຄັດເລືອກເອົາ ຄະນະກຳມະການບໍລິຫານກອງທຶນ ກຊກ ຂັ້ນບ້ານແລ້ວ ໂຄງການ ຍັງໄດ້ສະໜອງການເຝິກອົບຮົມການເງິນການບັນຊີກອງທຶນ ກຊກ ກ່ອນທີ່ ທລຍ ໄດ້ມອບເງິນຕົ້ນທຶນໃຫ້ກຸ່ມ ກຊກ ທັງສອງຊຸດ ຄື ຊຸດທີ 1 ຈຳນວນ 46.368.000 ກີບ ໃນເດືອນມີນາ ປີ 2022 ແລະ ຊຸດທີ 2 ຈຳນວນ 43.680.000 ກີບ ໃນເດືອນຕຸລາ ປີ 2022 ລວມຈໍານວນເງິນທັງໝົດ 90.048.000 ກິບ. ນອກຈາກເງິນຕົ້ນທຶນແລ້ວ, ສະມາຊິກ ກຊກ ທັງໝົດ ຍັງໄດ້ກຳນົດເງິນຝາກປະຈໍາເດືອນ 5000 ກີບ/ເດືອນ. ມາຮອດປະຈຸບັນ ກອງທຶນ ກຊກ ບ້ານນາທອງ ມີເງິນຝາກຂອງສະມາຊິກ ສະສົມທັງໝົດ 6.930.000ກີບ. ສະມາຊິກ ກຊກ 19 ຄົນ ໄດ້ກູ້ຢືມເງິນຈາກກອງທຶນ ກຊກ ຈໍານວນ 90.000.000ກີບ ເພື່ອໄປລົງທຶນໃສ່ກິດຈະກຳສ້າງລາຍຮັບ ເປັນຕົ້ນແມ່ນ ລ້ຽງໄກ່, ລ້ຽງໝູ ແລະ ຕໍ່າຫູກ ພ້ອມທັງ ໄດ້ນໍາໃຊ້ເຕັກນິກໃນການລ້ຽງສັດ ເຊັ່ນ: ການສັກຢາປ້ອງການສັດ, ເຮັດອາຫານໝັກໃຫ້ສັດຕາມສູດ ເພື່ອຫຼຸດຕົ້ນທຶນຊື້ອາຫານສັດ, ສ້າງຄອກສັດຕາມເຕັກນິກວິຊາການ.

 

ຜ່ານການດໍາເນີນກິດຈະກໍາເປັນເວລາ 12 ເດືອນ, ສະມາຊິກ ກຊກ ຜູ້ທີ່ໄດ້ກູ້ຢືມເງິນໄປເຮັດກິດຈະກໍາສ້າງລາຍຮັບດັ່ງທີ່ກ່າວມານັ້ນ ສາມາດມີກໍາໄລຈາກການຂາຍສັດ ແລະ ຕໍ່າຫູກ ທັງໝົດ 55.330.000 ກີບ.  ພວກເຂົາເຈົ້າສາມາດສົ່ງຕົ້ນທຶນ ແລະ ດອກເບ້ຍຄືນໃຫ້ກອງທຶນ ກຊກ ໄດ້ 100%. ລາຍຮັບດັ່ງກ່າວ ແມ່ນຫຼາຍກວ່າເມື່ອທຽບໃສ່ເມື່ອກ່ອນ ຊຶ່ງໄດ້ປະກອບສ່ວນເຮັດໃຫ້ແຕ່ລະຄົວຄອບ ມີຊີວິດການເປັນຢູ່ທີ່ດີຂຶ້ນເທື່່ອລະກ້າວ.