ສຳເລັດການສຳຫຼວດ ອອກແບບ ກິດຈະກຳຍ່ອຍ ພື້ນຖານໂຄງລ່າງຂະໜາດນ້ອຍ ຢູ່ເມືອງຄຳ

Posting Date: 
14 Sep 2023

ສຳເລັດການສຳຫຼວດ ອອກແບບ ກິດຈະກຳຍ່ອຍ ພື້ນຖານໂຄງລ່າງຂະໜາດນ້ອຍ ຢູ່ເມືອງຄຳ

 

        ໂດຍ: ຂັນໄຊ ແຫວນວົງສົດ, ວິຊາການຈັດຊື້-ຈັດຈ້າງ, ທລຍ ເມືອງຄຳ

 

        ກິດຈະກຳຍ່ອຍ ພື້ນຖານໂຄງລ່າງຂະໜາດນ້ອຍ ແມ່ນໜຶ່ງ ໃນ 3 ກິດຈະກຳຫຼັກ ທີ່ສະໜັບສະໜູນໂດຍ ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) 3 ໄລຍະເພີ່ມທຶນ ໃຫ້ແກ່ບັນດາບ້ານເປົ້າໝາຍຂອງໂຄງການ. ໃນປີ 2023 ທລຍ ເມືອງຄໍາ ໄດ້ສໍາເລັດການສໍາຫຼວດອອກແບບໂຄງການຍ່ອຍ ຢູ່ 29 ບ້ານເປົ້າໝາຍຊຸດທີ 2 ໂດຍການສຳຫຼວດອອກແບບໂຄງການຍ່ອຍດັ່ງກ່າວ ໄດ້ເລີ່ມແຕ່ວັນທີ 2 ກໍລະກົດ 2023 ຫາ ວັນທີ 16 ສິງຫາ 2023 ໂດຍທາງທີມງານວິຊາການ ທລຍ, ຫ້ອງການທີ່ກ່ຽວຂ້ອງຂອງເມືອງ, ພະນັກງານ ທລຍ ຂັ້ນບ້ານ ແລະ ອົງການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ ໃນບັນດາບ້ານເປົ້າໝາຍ ເຂົ້າຮ່ວມທັງໝົດ 3.236 ຄົນ (ຍິງ 2.043 ຄົນ), ຊົນເຜົ່າ 1.365 ຄົນ. ບັນດາ 29 ໂຄງການຍ່ອຍ ປະກອບດ້ວຍ:

·        

ກິດຈະກຳ ສ້ອມແປງຄອງເໝືອງ 5 ແຫ່ງ, 8 ຈຸດ, ຄວາມຍາວ 11.5 ກິໂລເມັດ;

·        

ກິດຈະກຳ ສ້ອມແປງຝາຍນ້ຳລົ້ນ 1 ແຫ່ງ, ຄວາມຍາວ 20 ກິໂລເເມັດ;

·        

ກິດຈະກຳ ສ້ອມແປງນ້ຳລີນເພື່ອຮັບໃຊ້ການຜະລິດກະສິກໍາ 5 ແຫ່ງ, ຄວາມຍາວ 16.8 ກິໂລເເມັດ;

·        

ກິດຈະກຳ ສ້ອມແປງທາງເຂົ້າເຂດທຳການຜະລິດ 8 ແຫ່ງ 11 ເສັ້ນ, ຄວາມຍາວ 44.7 ກິໂລເເມັດ;

·        

ກິດຈະກຳ ລ້ອມຮົ້ວໜາມໝາກຈັບອ້ອມສະຖານລ້ຽງສັດ 10 ຈຸດ ຢູ່ 4 ບ້ານ, ນໍາໃຊ້ໝາມໝາກຈັບ 10.204 ກໍ້;

·        

ກິດຈະກຳ ກໍ່ສ້າງເຮືອນຕ່ຳຫູກ 2 ຫຼັງ, ຂະໜາດ 8x13 ເເມັດ;

·       

ກິດຈະກຳ ກໍ່ສ້າງຂົວເບຕົງ 1 ແຫ່ງ, ຄວາມຍາວ 22 ເເມັດ;

·       

ກິດຈະກຳ ຕໍ່ທໍ່ເອົານ້ຳໃສ່ນາ 2 ແຫ່ງ, ຄວາມຍາວ 11 ກິໂລເມັດ;

 

·       

ກິດຈະກຳ ສ້ອມແປງຂົວອູ່ 1 ແຫ່ງ, ຄວາມຍາວ 130 ເເມັດ.