ສ້າງຄວາມເຂັ້ມແຂງໃຫ້ທີມງານວິດີໂອບ້ານ

Posting Date: 
15 Dec 2023

ສ້າງຄວາມເຂັ້ມແຂງໃຫ້ທີມງານວິດີໂອບ້ານ

 

ໂດຍ: ພອນສັກ ພັນທະສິດ, ໂພຊະນາການ ທລຍ ເມືອງບຸນໃຕ້, ແຂວງຜົ້ງສາລີ

 

ໃນວັນທີ 27-29 ເດືອນພະຈິກ 2023 ຜ່ານມາ, ພະນັກງານໂພຊະນາການຂັ້ນເມືອງ ແລະ ບ້ານ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ  ປະຈໍາເມືອງບຸນໃຕ້, ແຂວງຜົ້ງສາລີ ຮ່ວມກັບຫ້ອງການຊາວໜຸ່ມເມືອງບຸນໃຕ້ ໄດ້ລົງຝຶກອົບຮົມການຮຽນຮູ້ແບບເພື່ອນສອນເພື່ອນ ໃຫ້ທີມງານວິດີໂອບ້ານຢູ່ 15 ບ້ານເປົ້າໝາຍຊຸດທີ 2 ໂດຍຈັດຢູ່ 5 ຈຸດຝຶກອົບົຮມ, 2 ວັນຕໍ່ຈຸດ ແລະ ມີຜູ້ເຂົ້າຮ່ວມທັງໝົດ 43 ຄົນ (ຍິງ 37 ຄົນ), ເປັນຊົນເຜົ່າອາຄາ 16 ຄົນ, ເຜົ່າພູນ້ອຍ 4 ຄົນ, ເຜົ່າກຶມມຸ 2 ເຜົ່າມົ້ງ 2 , ເຜົ່າລື້ 2 ຄົນ ແລະ  ເຜົ່າຫໍ້ 2 ຄົນ.

ໃນການລົງຝຶກອົບຮົມການຮຽນຮູ້ແບບເພື່ອນສອນເພື່ອນໃນຄັ້ງນີ້ ທີມງານວິດີໂອບ້ານຢູ່ແຕ່ລະບ້ານ ໄດ້ຮັບການແນະນໍາ ແລະ ຮຽນຮູ້ໃນຫົວຂໍ້ທີ່ສໍາຄັນຄື: 1) ການຕິດຕັ້ງ ອຸປະກອນການຮຽນຮູ້ແບບເພື່ອນສອນເພື່ອນ (ການເຊື່ອມໂທລະສັບໃສ່ໂປເຈັກເຕີ ແລະ ເຊື່ອມໂປເຈັກເຕີໃສ່ລໍາໂພງ), ການຂຽນສະຄິບສັ້ນປະກອບໃສ່ວິດີໂອ, ການນໍາໃຊ້ແອບພີເຄເຊີນແຄບຄັດ ໃນການຕັດຕໍ່ຄລິບວິດີໂອ, ແລະ ການນໍາໃຊ້ສື່ອອນລາຍ ເຊັ່ນ: ເຟສບຸກ, ວອດແອບ ແລະ ຕິກຕອກ.

 

ຜ່ານການຝຶກອົບຮົມແຕ່ລະຈຸດ ເຫັນໄດ້ວ່າທີມງານວິດີໂອບ້ານ ມີຄວາມເຂົ້າໃຈບົດຮຽນໃນຫົວຂໍ້ທີ່ສໍາຄັນຕ່າງໆທີ່ທາງຄູຝຶກໄດ້ແນະນໍາ ແລະ ສາມາດສ້າງຄລິບວິດີໂອທີ່ມີຄຸນນະພາບ ແລະ ນໍາໃຊ້ເປັນເຄື່ອງມືໃນການແລກປ່ຽນບົດຮຽນ ລະຫວ່າງຊຸມຊົນດ້ວຍກັນ ເພື່ອຊ່ວຍໃຫ້ເກີດມີການປ່ຽນແປງພືດຕິກໍາໃນການບໍລິໂພກອາຫານຢູ່ທີ່ມີໂພຊະນາການ.