ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາລັດຖະບານ, ອະດີດຮອງນາຍົກລັດຖະມົນຕີ ກ່ າວຕໍ່ນັກຂ່າວ ໃນວັນທີ 28 ພະຈິກ 2018 ເນື່ອງໃນໂອກາດຄົບຮອບ 15 ປີ (2003-2018) ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງລັດຖະບານ ຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ)

Category: 
TV Clips
Released Date: 
14 Dec 2018
Description: 

 ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາລັດຖະບານ, ອະດີດຮອງນາຍົກລັດຖະມົນຕີ  ກ່ າວຕໍ່ນັກຂ່າວ  ໃນວັນທີ 28 ພະຈິກ 2018  ເນື່ອງໃນໂອກາດຄົບຮອບ 15 ປີ  (2003-2018)  ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງລັດຖະບານ ຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ວ່າ

 

 

 

ທລຍ ໄດ້ນຳເອົາຜົນປະໂຫຍດໄປສູ່ປະຊາຊົນຜູ້ທຸກຍາກໃນເຂດຊົນນະບົດຫ່າງໄກສອກຫຼີກມີແບບແຜນໃນການເຮັດວຽກ ຢ່າງເປັນລະບົບ, ພະນັກງານ ທລຍໄດ້ລົງໄປໃກ້ສິດພົບປະກັບປະຊາຊົນບ້ານທຸກຍາກ ຊຸກຍູ້ໃຫ້ເຂົາເຈົ້າຮູ້ຈັກວາງແຜນ ຈັດລຽງບຸລິມະສິດຄວາມຕ້ອງການຂອງບ້ານດ້ວຍໂຕເອງ, ເປັນເຈົ້າການໃນການກໍ່ສ້າງໂຄງການຍ່ອຍ,  ປົກປັກຮັກສາ ແລະ ຄຸ້ມຄອງນໍາໃຊ້ໂຄງການທີ່ກໍ່ສ້າງສໍາເລັດ ເພື່ອໃຫ້ເກີດມີຄວາມຍືນຍົງ.

 

ທລຍ ໄດ້ປະຕິບັດວຽກງານຕາມການມອບໝາຍຂອງລັດຖະບານໂດຍສຸມໃສ່ການພັດທະນາຊົນນະບົດ ເຊິ່ງມີທ່າກ້າວໜ້າຫລາຍ ດ້ານໂດຍສະເພາະປັບປຸງບໍລິການພື້ນຖານໂຄງລ່າງທີ່ຈໍາເປັນອັນເປັນການປູພື້ນຖານໃຫ້ກັບປະຊາຊົນໄດ້ເຂົ້າເຖິງການບໍລິການ ຂອງລັດ ໄດ້ດີຂຶ້ນເລື້ອຍໆ.

 

ໂອກາດນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດຍັງໄດ້ຮຽກຮ້ອງໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິບັດໂຄງການ ທລຍ ນີ້ຕໍ່ໄປ, ພ້ອມທັງສືບຕໍ່ໃຫ້ການສະໜັບສະໜູນ ຈັດສັນງົບປະມານຂຶ້ນຕື່ມເຖິງແມ່ນວ່າປະເທດຂອງພວກເຮົາຈະເປັນປະເທດທີ່ມີລາຍຮັບ ປານກາງກໍຕາມແຕ່ຕົວຈິງປະຊາຊົນໃນເຂດຊົນນະບົດຍັງມີຄວາມທຸກຍາກຫລາຍສົມຄວນ ແລະອັດຕາສ່ວນຄວາມທຸກຍາກຂອງ ປະເທດເຮົາຍັງສູງຢູ່.