ການຮ່ວມມືລະຫວ່າງ ທລຍ ກັບມະຫາວິທະຍາໄລແຫ່ງຊາດ
ໃນການກວດກາຄຸນນະພາບ ສິ່ງກໍ່ສ້າງໂຄງການຍ່ອຍຢູ່ເຂດຊົນນະບົດ
ໂດຍ: ຄອນທິບ ພວງເພັດ
ເພື່ອຮັບປະກັນໃຫ້ຄຸນນະພາບການກໍ່ສ້າງດ້ານພື້ນຖານໂຄງລ່າງຂອງຊຸມຊົນໃນເຂດເປົ້າໝາຍໂຄງການ ທລຍ ໃຫ້ປະຕິບັດໄດ້ຕາມມາດຖານທີ່ ທລຍ ແລະ ຂະແໜງການກ່ຽວຂ້ອງກໍານົດໄວ້. ຫລາຍປີຜ່ານມາ ທລຍ ໄດ້ຮ່ວມມືກັບມະຫາວິທະຍາໄລແຫ່ງຊາດ ເພື່ອຮັບເອົາອາສາສະໝັກຈາກຂະແໜງວິສະວະກໍາ ລົງໄປກວດກາຄຸນນະພາບການກໍ່ສ້າງໂຄງການຍ່ອຍດ້ານພື້ນຖານໂຄງລ່າງໃນຂອບເຂດພື້ນທີ່ເປົ້າໝາຍທີ່ ທລຍ ໃຫ້ການຊ່ວຍເຫຼືອເປັນປົກກະຕິ. ປີນີ້ກໍ່ໄດ້ມີການສຶບຕໍ່ຮ່ວມມືກັບມະຫາວິທະຍາໄລແຫ່ງຊາດເຊັ່ນດຽວກັນ, ມີອາສາສະໝັກເຂົ້າຮ່ວມໃນການກວດກາຄັ້ງນີ້ຈາກວິທະຍາໄລຈໍາປາສັກແລະ ວິທະຍາໄລສຸພານຸວົງຈໍານວນ 12 ຄົນ, ຍິງ 3 ຄົນ, ໃຊ້ເວລາໃນການລົງກວດກາພາກສະໜາມໜຶ່ງເດືອນ, ຈໍານວນໂຄງການທີ່ໄດ້ກວດມີທັງໝົດ 64 ໂຄງການ ຢູ່ແຂວງສາລະວັນ ແລະ ຫລວງພະບາງ. ສິ່ງທີ່ຄົ້ນພົບ ແມ່ນທຸກໆໂຄງການຍັງສາມາດນໍາໃຊ້ໄດ້ດີ, ແຕ່ບັນຫາທີ່ພົບແມ່ນບັນຫາເລັກໜ້ອຍ ຕົວຢ່າງ: ການກໍ່ສ້າງ ໂຮງຮຽນແຜ່ນມຸງເປັນຮູຮົ່ວ ຍ້ອນນາຍຊ່າງຕີຕະປູບໍ່ຖືກຄ້າວ, ບານປະຕູຫົດເຂົ້າຍ້ອນເອົາໄມ້ບໍ່ແຫ້ງ, ບານປະຕູ, ປ່ອງຢ້ຽມຫົດເຮັດໃຫ້ນຳໃຊ້ໄລກອນບໍ່ໄດ້, ການກໍ່ສ້າງນໍ້າລີນພົບວ່າ: ການລະບາຍນໍ້າເສຍຈາກລານກັອກເປິະເປື້ອນ, ທໍ່ນ້ຳລິນບາງບ່ອນບໍ່ຖົມ, ສ່ວນການກໍ່ສ້າງເສັ້ນທາງແມ່ນພົບບັນຫາ ໜ້າທາງເຈື່ອນບາງຈຸດ ທີ່ເປັນພູຄ້ອຍຊັນ, ການກໍ່ສ້າງຂົວບໍ່ເຊິ່ງແລວນໍ້າໄຫຼ ແລະ ການວາງທໍ່ລະບາຍລະບາຍນໍ້າກໍ່ບໍ່ໄດ້ມາດຖານຍ້ອນເນື້້ອທີ່ນ້ອຍ ແລະ ວາງບໍ່ຖຶກຕາມແລວນໍ້າ ອຶ່ນໆ. ອິງໃສ່ບັນຫາທີ່ພົບເຫັນນັ້ນ ສະແດງວ່າ ທຸກໆໂຄງການກໍ່ສ້າງ ທີ່ ທລຍ ໃຫ້ການຊ່ວຍເຫຼືອ ແມ່ນມຄວາມຍືນຍົງ ໝັ້ນຄົງ ກຸ້ມຄ່າແກ່ການລົງທຶນ ແລະ ສະແດງໃຫ້ເຫັນເຖິງຄວາມເປັນເຈົ້າການຂອງຊຸມຊົນ ປະກອບສ່ວນເຂົ້າໃນການພັດທະນາ.
ພາຍຫລັງກວດກາແລ້ວໃນວັນທີ 26 ແລະ ວັນທີ 29 ມີນາ 2019, ກໍ່ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນການລົງເຮັດວຽກຂອງນັກສຶກສາທີ່ເປັນວິຊາການອາສາສະໝັກ ດ້ານການກວດກາ ຢູ່ທີ່ຫ້ອງປະຊຸມ ແຂວງສາລະວັນ ແລະ ຫລວງພະບາງ, ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານຂອງຄະນະບໍດີ ຂອງທັງສອງ ວິທະຍາໄລ, ທ່ານ ສີສະຫັວດ ເກີດກອງ ຮອງຜູ້ອໍານວຍການບໍລິຫານກອງທຶນຫລຸດຜອ່ນຄວາມທຸກຍາກ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 107 ຄົນ, ຍິງ 17 ຄົນ. ຈຸດປະສົງແມ່ນເພື່ອສະຫລຸບຜົນການລົງກວດກາຂອງວິສະວະກອນອາສາສະຫມັກ ແລະ ຖອດຖອນບົດຮຽນຈາກການເຮັດວຽກກວດກາຕົວຈິງຢູ່ຂັ້ນບ້ານ ລວມທັງຂໍ້ສະເໜີເພື່ອປັບປຸງລະບົບການກວດກາຄຸນນະພາບໃນຕໍ່ຫນ້າ,ກອງ ປະຊຸມໄດ້ຮັບຜົນສໍາເລັດເປັນຢ່າງດີ, ນັກສືກສາທີ່ລົງເຮັດວຽກໄດ້ເອົາໃຈໃສ່ຕໍ່ໜ້າທີ່ວຽກງານຖຶກມອບໝາຍສໍາເລັດການກວດກາຄຸນນະພາບການກໍ່ສ້າງທັນເວລາທີ່ກຳນົດໄວ້.ຄູອາຈານ, ນັກສຶກສາມີຄວາມເຂົ້າໃຈແຈ້ງຕໍ່ກັບຄວາມເປັນມາ ແລະ ຄວາມສຳຄັນຂອງວິຊາການອາສາສະໝັກຕໍ່ກັບວຽກຄ້ຳປະກັນຄຸນນະພາບໂຄງການຍ່ອຍຂອງຊຸມຊົນທີ່ ທລຍ ໃຫ້ການຊ່ວຍເຫຼືອກໍຄືແຜນການຮ່ວມມືໃນຕໍ່ໜ້າ. ສວ່ນຜົນການກວດກາຂອງວິຊາການອາສາສະໝັກແມ່ນ ທລຍ ຈະໄດ້ນຳໄປຄົ້ນຄ້ວາພິຈາລະນາ ປະສານສົມທົບກັບເມືອງ, ຄະນະຈັດຕັ້ງປະຕິບັດບຸລະນະສ້ອມແປງໂຄງການຍ່ອຍຂັ້ນບ້ານ ໃຫ້ມີການສ້ອມແປງ ແລະ ຍັງເປັນບົດຮຽນໃຫ້ກັບ ທລຍ ເພື່ອຊອກຫາມາດຕະການແກ້ໄຂ ປ້ອງກັນບໍ່ໃຫ້ເກີດຂຶ້ນໃນອະນາຄົດອີກດ້ວຍ. ນອກນັ້ນ, ຍັງຈະບັນທຶກເຂົ້າໃນບົດລາຍງານຜົນການກວດກາວຽກງານຄ້ຳປະກັນຄຸນນະພາບການກໍ່ສ້າງໂຄງການຍ່ອຍປະຈຳປີ 2019 ຂອງ ທລຍ ຕຶ່ມອີກ. ຮູບແບບການຈັດຕັ້ງປະຕິບັດ ແລະ ການຮ່ວມມືລັກສະນະນີ້ ແມ່ນການສ້າງປະສົບການເຮັດວຽກຕົວຈິງກັບຊຸມຊົນໃຫ້ນັກສຶກສາທີ່ຈະຈົບໃໝ່ພາຍໃຕ້ກອບນະໂຍບາຍການພັດທະນາຊັບພະຍາກອນມະນຸດຂອງລັດຖະບານ,ສ້າງໄດ້ຜູ້ສືບຖອດວຽກງານພັດທະນາຊົນນະບົດໃນຕໍ່ໜ້າໄດ້ອີກດ້ວຍ ແລະ ໃນຕໍ່ໜ້າ ທລຍ ກໍ່ຈະສືບຕໍ່ຮ່ວມມືກັບວິທະຍາໄລຕຶ່ມອີກ.