ບ້ານໂຕແບບໃນການສ້າງລາຍຮັບໃຫ້ແກ່ຄອບຄົວ
ບ້ານ ຕາຍົງແມ່ນບ້ານໜື່ງ ທີ່ຂື້ນກັບ ກູ່ມຕາແບງ ເມືອງນອງ ແຂວງ ສະຫວັນນະເຂດ ແລະເປັນບ້ານ ທີ່ນອນຢູ່ໃນເປົ້າໝາຍຂອງ
ທລຍ ມີຈໍານວນ 47 ຄົວເຮືອນ, ທຸກທີ່ສຸດ 7 ຄົວເຮືອນ, ທຸກ 5 ຄົວເຮືອນ, ທຸກປານກາງ 27 ຄົວເຮືອນ, ບໍ່ທຸກ 8 ຄົວເຮືອນ ແລະ ມີພົນລະເມືອງທັງໝົດ 359 ຄົນ, ຍິງ 192 ຄົນ. ໃນໄລຍະຜ່ານມາ ບ້ານດັ່ງກ່າວໄດ້ຮັບການຊ່ວຍເຫຼືອຈາກ ທລຍ ຫຼາຍໂຄງການ ເປັນຕົ້ນແມ່ນ ການກໍ່ສ້າງນໍ້າລີນ ແລະ ການກໍ່ສ້າງໂຮງຮຽນປະຖົມ.
ໃນປີ 2016 ບ້ານດັ່ງກ່າວໄດ້ຮັບການສະໜັບສະໜູນ ກິດຈະກໍາປັບປຸງຊີວິດການເປັນຢູ່, ໄດ້ສ້າງຕັ້ງກຸ່ມຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ (ກຊກ)ທັງໝົດ 6 ກຸ່ມ ແລະ ໄດ້ຮັບທຶນສະໜັບສະໜູນໝູນວຽນຈາກ ທລຍ ທັງໝົດຈໍານວນ 53,600,000 ກີບ ເຊິ່ງໄດ້ປ່ອຍໃຫ້ ສາມະຊີກແຕ່ລະຄົນ ຜູ້ລະ 500,000 – 1,000,000 ກີບ ໃຫ້ສະມາຊິກແຕ່ລະຄົນນໍາເອົາໄປລົງທຶນ ລ້ຽງສັດ ເປັນຕົ້ນ: ລ້ຽງໄກ່, ລ້ຽງເປັດ, ລ້ຽງແບ້ ແລະ ລ້ຽງໝູ ໃນນັ້ນ ມີສາມະຊີກ ກູ່ມ ກຊກ ລ້ຽງໄກ່ 30 ຄົນ, ລ້ຽງໝູ 12 ຄົນ, ລ້ຽງແບ້ 29 ຄົນ.
ປະຈຸບັນນີ້ສາມາດສ້າງລາຍຮັບຈາກການລົງທຶນຈາກການລ້ຽງສັດທັງໝົດ 65,410,000 ກີບ ຄື: ຂາຍໄກ່ໄດ້ທັງໝົດ 14,650,000ກິບ, ຂາຍໝູໄດ້ 26,410,000 ກິບ, ຂາຍແບ້ໄດ້ທັງໝົດ 24,350,000 ກິບ.
ພິເສດບ້ານດັ່ງກ່າວສາມາດສ້າງຄອບຄົວຕົວແບບໄດ້ທັງໝົດ 7 ຄອບຄົວ, ໃນແຕ່ລະຄອບຄົວຕົວແບບດັ່ງກ່າວນັ້ນ ພວກເຂົາສາມາດລ້ຽງ ແລະ ຮັກສາສັດ ລ້ຽງຂອງເຂົາເຈົ້າໄດ້ເປັນຢ່າງດີ ສາມາດສັກຢາກັນ ແລະ ປິ່ນປົວພະຍາດສັດດ້ວຍຕົນເອງ ເຊິ່ງພະນັກງານ ທລຍ ແລະ ຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ເປັນຜູ້ອໍານວຍຄວາມສະດວກໃນການຝືກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ ແລະ ຊຸກຍູ້ຕິດຕາມ ແນະນໍາເວລາມີບັນຫາເທົ່ານັ້ນ.
ຜົນສໍາເລັດດັ່ງກ່າວຍ້ອນການສ້າງຕັ້ງກຸ່ມ ກຊກ ໃນກຸ່ມໜຶ່ງຈະປະກອບມີສະມາຊິກ 8-12 ຄົນ, ມີແບບແຜນໃນການດໍາເນີນກິດຈະກໍາຂອງກຸ່ມ ຢ່າງເປັນລະບົບ, ໄດ້ຈັດກອງປະຊຸມເພື່ອແລກປ່ຽນບົດຮຽນ ຊອກຫາວິທີແກ້ໄຂທີ່ສະມາຊິກພົບພໍ້ຮ່ວມກັນ ຢ່າງໜ້ອຍເດືອນລະຄັ້ງ ນອກນັ້ນ ສະມາຊິກ ກຸ່ມ ກຊກ ຍັງໄດ້ຮັບການຝຶກອົບຮົມການເຮັດອາຫານໝັກ ສໍາລັບລ້ຽງສັດແຕ່ລະປະເພດ ເພື່ອຫຼຸດຜ່ອນຕົ້ນທຶນ, ການຕິດຕາມຊຸກຍູ້ດ້ານເຕັກນິກການປູກ ການລ້ຽງ ຢ່າງຕໍ່ເນື່ອງ ເປັນຕົ້ນ ໄດ້ຮັບການທັດສະນະສຶກສາຢູ່ສູນຄົ້ນຄວ້າຜະລິດແນວພັນສັດປີກໜອງແຕ່ງນະຄອນຫຼວງວຽງຈັນ, ນອກນັ້ນ ເຂົາເຈົ້າສາມາດຊອກຫາຕະຫຼາດເພື່ອຂາຍສັດລ້ຽງໄດ້ດ້ວຍຕົນເອງອີກດ້ວຍ.