ການນໍາສະເໜີຄວາມຄືບໜ້າການພັດທະນາລະບົບຖານຂໍ້ມູນ ໃນຮູບແບບ Web base
ຈຸດປະສົງຕົ້ນຕໍຂອງ MIS_Online ແມ່ນເພື່ອໃຫ້ພາກສ່ວນຄຸ້ມຄອງໂຄງການ ທລຍ ແລະ ພາກສ່ວນ ກ່ຽວຂ້ອງອື່ນໆ ສາມາດຕອບສະໜອງ ຕໍ່ການພັດທະນາໂຄງການໄດ້ຢ່າງມີຄວາມລະອຽດ ແລະ ທັນເວລາ, ງ່າຍຕໍ່ການເຂົ້າເຖິງຂໍ້ມູນທີ່ແມ່ນຜົນຂອງການຈັດຕັ້ງປະຕິບັດໂຄງການຕົວຈິງ; ພ້ອມທັງເປັນຊ່ອງທາງ ສຳລັບ ການສະແດງຄວາມຄິດຄວາມເຫັນຂອງປະຊາຊົນ. ສິ່ງນີ້ ຄາດວ່າຈະຊ່ວຍເພີ່ມປະສິດຕິພາບຂອງ ທລຍ ເພາະມັນ ແມ່ນການສ້າງລະບົບແບບມີສ່ວນຮ່ວມຂອງ ຫຼາຍຂະແໜງການ-ເປົ້າໝາຍດຽວກັນ, ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມໂປ່ງໃສ ແລະ ການຄຸ້ມຄອງໂຄງການທີ່ມີຄວາມຮັບຜິດຊອບ.
ດັ່ງນັ້ນ, ໃນວັນທີ 20 ມີນາ 2020 ທີ່ຜ່ານມາ, ບໍລິສັດທີ່ປຶກສາ MTS ໄດ້ນໍາສະເໜີຄວາມຄືບໜ້າການພັດທະນາລະບົບຖານຂໍ້ມູນ ໃນຮູບແບບ Web base ໃຫ້ແກ່ພະນັກງານ ທລຍ ຂັ້ນສູນກາງ.
ໃນການນໍາສະເໜີ ນັ້ນໄດ້ນໍາສະເໜີສຸມໃສ່ 5 ຂະແໜງການວຽກງານຄື:
- ຄວາມຄືບໜ້າໃນການພັດທະນາລະບົບ ສໍາລັບ ວຽກງານປັບປຸງຊີວິດການເປັນຢູ່, ສໍາເລັດແລ້ວ 90%
- ຄວາມຄືບໜ້າໃນການພັດທະນາລະບົບ ສໍາລັບ ວຽກງານ ສະແດງຄໍາຄິດຄໍາເຫັນ ແລະ ແກ້ໄຂບັນຫາ, ສໍາເລັດແລ້ວ 40 %
- ຄວາມຄືບໜ້າໃນການພັດທະນາລະບົບ ສໍາລັບ ວຽກງານ ຄຸ້ມຄອງຄວາມສ່ຽງໄພພິບັດ, ສໍາເລັດແລ້ວ 10 %
- ຄວາມຄືບໜ້າໃນການພັດທະນາລະບົບ ສໍາລັບ ວຽກງານ ໂຄງລ່າງພື້ນຖານ, ສໍາເລັດແລ້ວ 70 %
- ຄວາມຄືບໜ້າໃນການພັດທະນາລະບົບ ສໍາລັບ ວຽກງານ ກອງປະຊຸມ ແລະ ຝຶກອົບຮົມ, ສໍາເລັດແລ້ວ 90 %
Presentation of Web-based development progress
The main objective of the Online MIS is to enable PRF project management team and other stakeholders to respond to project development in a well-informed, timely manner by providing real time, easy to access project information as well as a channel for public feedback. This is expected to enhance the overall performance of the project by building a strong system of accountability, transparency and responsive project management.
Therefore, on March 20, 2020, MTS consulting company presented the development progress of PRF Web-based database system to PRF central staffs..
The presentation focused on 5 sectors:
1. Progress monitoring system for improving livelihoods, completed 90%
2. Progress monitoring system for feedback and problem solving, completed 40%
3. Progress monitoring system for disaster risk management, completed 10%
4. Development of infrastructure monitoring system, completed 70%
5. Progress monitoring system for meeting and training tasks, completed 90%