ກະກຽມຄວາມພ້ອມໃນການຈັດກອງປະຊຸມປຶກສາຫາລື ກ່ຽວກັບການວາງແຜນຍຸດທະສາດ ສິນເຊື່ອ 4 ຮ່ວມ
ເພື່ອເປັນການກະກຽມຄວາມພ້ອມໃນການຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດການຮ່ວມມື ລະຫວ່າງ ຫ້ອງການກອງທຶກຫຼຸດຜ່ອນຄວາມທຸກຍາກ, ກົມສົ່ງເສີ່ມເຕັກນິກ ແລະ ການປຸງແຕ່ງກະສິກຳ, ກົມພັດທະນາຊົນນະບົດ ແລະ ສະຫະກອນ ແລະ ທະນາຄານນະໂຍບາຍ ພາຍໃຕ້ຂອບຮ່ວມມືການສະໜອງສິນເຊື່ອ 4 ຮ່ວມ ເຊິ່ງຈະຈັດຂຶ້ນໃນວັນທີ 21 ມັງກອນ 2021 ທີ່ຫ້ອງປະຊຸມຂອງກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້.
ສະນັ້ນ, ໃນວັນທີ 18 ມັງກອນ 2020, ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ຈຶ່ງໄດ້ຈັດກອງປະຊຸມກະກຽມຄວາມພ້ອມໃນການຈັດກອງປະຊຸມດັ່ງກ່າວຂຶ້ນ ທີ່ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ ໂດຍການເປັນປະທານຂອງ ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າຂອງ 4 ພາກສ່ວນທີ່ກ່ຽວຂ້ອງ ໃນນັ້ນ ໄດ້ມີການທົບທວນຄືນບັນດາເອກະສານຂອງແຕ່ລະພາກສ່ວນທີ່ແຈກຢາຍ ແລະ ຈະຂຶ້ນນໍາສະເໜີ ເຊັ່ນ:
- ຄວາມເປັນມາຂອງແນວຄວາມຄິດສະໜອງສິນເຊື່ອໃນຂອບ 4 ຮ່ວມ;
- ການລາຍງານສະພາບການເຄື່ອນໄຫວ ຂອງກອງທຶນ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ທີ່ຜ່ານມາ ແລະ ນໍາສະເໜີ ຮູບແບບການສ້າງຕັ້ງ ກຸ່ມ ກຊກ ໃນ ໂຄງການໄລຍະທຶນເພີ່ມ ທລຍ 3 ແລະ ເຄື່ອງມືການຄຸ້ມຄອງກອງທຶນ ກຊກ;
- ວິທີການສ້າງຕັ້້ງກຸ່ມການຜະລິດຂອງ ກົມພັດທະນາຊົນນະບົດ ແລະ ສະຫະກອນ
- ວິທີການສົ່ງເສີ່ມເຕັກນິກກະສິກຳ ແລະ ປຸງແຕ່ງ
- ຜົນການຈັດຕັ້ງການປ່ອຍສິນເຊື່ອຂອງ ທະນາຄານນະໂຍບາຍໃນຂອບເຂດທົ່ວປະເທດ
- ຂອບການຮ່ວມມື ໃນ ຮູບແບບການສະໜອງສິນເຊື່ອ 4 ຮ່ວມ