ຊຸມຊົນເປັນເຈົ້າການ ກຳນົດທິດທາງແຜນພັດທະນາ ບ້ານຂອງຕົນ
ໃນວັນທີ 6 ກໍລະກົດ 2021 ຜ່ານມາ, ຢູ່ບ້ານນາໄຊ ເມືອງບຸນໃຕ້, ແຂວງຜົ້ງສາລີ ພະນັກງານ ທລຍ ເມືອງບຸນໃຕ້ ໄດ້ຈັດກອງປະຊຸມຮ່ວມກັບອົງການປົກຄອງບ້ານ ແລະ ຊາວບ້ານ ໃນການວາງແຜນພັດທະນາບ້ານ ໄລຍະ 5 ປີ (2021-2025), ໂດຍມີພະນັກງານ ຈາກຫ້ອງການກຽວຂ້ອງຝ່າຍລັດຂັ້ນເມືອງ ຊຶ່ງມີຜູ້ຕ່າງໜ້າ ຫ້ອງການ ກະສິກໍາ ແລະ ປ່າໄມ້, ຫ້ອງການແຜນການ ແລະ ການລົງທຶນ, ແລະ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເຂົ້າຮ່ວມ ກອງປະຊຸມວາງແຜນພັດທະນາຂັ້ນບ້ານຄັ້ງນີ້ ແມ່ນນໍາໃຊ້ຮູບແບບການວາງແຜນແບບມີສ່ວນຮ່ວມ ຂັ້ນທ້ອງຖີ່ນ ຂອງ ກະຊວງແຜນການ ແລະ ການລົງທຶນ ຊຶ່ງໄດ້ອະທິບາຍ ຈຸດປະສົງ ແລະ ເປົ້າໝາຍໃຫ້ຊາວບ້ານໄດ້ຮັບຮູ້ ແລະ ເຂົ້າໃຈ ໃນຄວາມເປັນເຈົ້າການ ວາງແຜນພັດທະນາຂັ້ນບ້ານຕົນເອງຄັ້ງນີ້ ມີຊາວບ້ານເຂົ້າຮ່ວມທັງໝົດ192 ຄົນ,ຍິງ96ຄົນ.
ທີ່ປະຊຸມໄດ້ຄັດເລືອກບຸລິມະສິດຄວາມຕ້ອງການດັ່ງນີ້:
1.ກໍ່ສ້າງຊົນລະປະທານ
2.ສ້ອມແປງນໍ້າລິນ
3.ສ້ອມແປງເສັ້ນທາງຫາເຂດການຜະລິດ
4.ສ້ອມແປງໂຮງຣຽນ
5.ສະໜອງໜາມມາກຈັບ