ສຳເລັດກອງປະຊຸມປະສານງານການວາງແຜນຂັ້ນເມືອງ ເມືອງນາໝໍ້
ໂດຍ: ພອນສັກ ວິໄລທອງ, ຫົວໜ້າທີມ ທລຍ ເມືອງ ຫຼາ-ນາໝໍ້
ໃນວັນທີ 16 ກັນຍາ 2021 ຜ່ານມາ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາໝໍ້ ສົມທົບກັບ ກອງທຶນຫຼຸດຜ່ອນຄວາມທຸກຍາກເມືອງນາໝໍ້ ໄດ້ຈັດກອງປະຊຸມປະສານງານການວາງແຜນຂັ້ນເມືອງ ຂຶ້ນທີ່ຫ້ອງປະຊຸມສະໂມສອນເມືອງ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານໄກເພັດ ອິນພູວຽງ, ຮອງເລຂາພັກເມືອງ ຮອງເຈົ້າເມືອງເມືອງນາໝໍ້;ທ່ານ ພອນປະສິດ ປັນຍາສະຫວັດ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຜູ້ຊີ້ນຳວຽກງານ ທລຍ; ແລະ ມີບັນດາຫົວໜ້າຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນອ້ອມຂ້າງເມືອງ, ໂຄງການພັດທະນາຕ່າງໆພາຍໃນເມືອງ, ພະນັກງານ ທລຍ ເມືອງ ແລະ ທລຍ ຂັ້ນບ້ານ ພ້ອມດ້ວຍ ຕົວແທນບ້ານໆເປົ້າໝາຍ 14 ບ້ານ ເຂົ້າຮ່ວມທັງໝົດ 47 ທ່ານ, ຍິງ 19 ທ່ານ.
ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ຮັບຮອງເອົາແຜນພັດທະນາຂັ້ນບ້ານ ຂອງບ້ານເປົ້າໝາຍທລຍ ໂດຍອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ. ແຜນການພັດທະນາບ້ານນີ້ ຈະເປັນຂໍ້ມູນພື້ນຖານໃຫ້ແກ່ການພັດທະນາເສດທະກິດ-ສັງຄົມ ຂອງເມືອງ; ພ້ອມກັນນັ້ນ, ເພື່ອຄັດເລືອກເອົາກິດຈະກຳດ້ານໂຄງລ່າງພື້ນຖານ ຂະໜາດນ້ອຍທີ່ຈະສະໜັບສະໜູນ ຈາກໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) 3 ໄລຍະທຶນເພີ້ມທຶນ ແລະ ເພື່ອຮັບປະກັນໃຫ້ມີການປະສານສົມທົບ ເປັນເອກະພາບ ແລະ ໄປໃນລວງດຽວກັນ ຕາມຈຸດສຸມພັດທະນາຊົນນະບົດ ແລະ ຖືກຕາມທິດ ຂອງວາລະແຫ່ງຊາດ ທີ່ລັດຖະບານວາງອອກ.
ໃນກອງປະຊຸມ ຕົວແທນຈາກບ້ານເປົ້າໝາຍ ໄດ້ຂຶ້ນນຳສະເໝີປ້ອງກັນເອົາບຸລິມະສິດຄວາມຕ້ອງການແຜນພັດທະນາບ້ານ ໃນໄລຍະ 5 ປີ (2020-2024) ເຊິ່ງລວມທັງໝົດ 131 ບຸລິມະສິດ, ໃນນັ້ນ ຂະແໜງການກະສິກໍາກວມເອົາ 83 ກິດຈະກໍາ ເທົ່າກັບ 63.36%, ຂະແໜງການສຶກສາທິການ ແລະ ກິລາ 12 ກິດຈະກຳ ເທົ່າກັບ 9.16 %, ຂະແໜງສາທາລະນະສຸກ ແລະ ນໍ້າສະອາດ 12 ກິດຈະກຳ ເທົ່າກັບ 9.16 %, ຂະແໜງໂຍທາທິການ ແລະ ຂົນສົ່ງ 24 ກິດຈະກຳ ເທົ່າກັບ 18.32%.
ຜ່ານການປຶກສາຫາລື ແລະ ປະກອບຄໍາຄິດເຫັນ, ກອງປະຊຸມ ໄດ້ຕົກລົງຮັບຮອງເອົາກິດຈະກຳໂຄງການຍ່ອຍດ້ານພື້ນຖານໂຄງລ່າງ ທັງໜົດ 22 ໂຄງການ ທີ່ຈະຈັດຕັ້ງປະຕິບັດຢູ່ 11 ບ້ານເປົ້າໝາຍຂອງໂຄງການ ດັ່ງນີ້:
1.
ບ້ານຂວາງຄຳ ຮັບຮອງເອົາ 2 ໂຄງການ: 1) ສອມແປງຊົນລະປະທານ, 2) ປັບປຸງເສັ້ນທາງຫາເຂດທໍາການຜະລິດ (ໂຄງການສຳຮອງ)
2.
ບ້ານນ້ຳກໍ້ ຮັບຮອງເອົາ 2 ໂຄງການ: 1) ສະໜອງສາຍໜາມລ້ອມຮົ້ວລ້ຽງສັດ, 2) ປັບປຸງເສັ້ນທາງຫາເຂດທໍາການຜະລິດ (ໂຄງການສຳຮອງ)
3.
ບ້ານນ້ຳເງິນ ຮັບຮອງເອົາ 2 ໂຄງການ: 1) ສ້ອມແປງຄອງເໝືອງ, 2) ປັບປຸງເສັ້ນທາງຫາເຂດທໍາການຜະລິດ (ໂຄງການສຳຮອງ)
4.
ບ້ານສະກົວະ ຮັບຮອງເອົາ 2 ໂຄງການ: 1) ສ້ອມແປງຊົນລະປະທານ, 2) ສ້ອມແປງທາງຫາເຂດທຳການຜະລິດ (ໂຄງການສຳຮອງ)
5.
ບ້ານປາງສາ ຮັບຮອງເອົາ 2 ໂຄງການ: 1) ສ້ອມແປງທາງຫາເຂດທຳການຜະລິດ, 2) ສ້ອມແປງຊົນລະປະທານ (ໂຄງການສຳຮອງ)
6.
ບ້ານນາຖົ່ວ ຮັບຮອງເອົາ 2 ໂຄງການ: 1) ສ້ອມແປງຊົນລະປະທານ, 2) ສ້ອມແປງລະບົບນ້ຳລິນ (ໂຄງການສຳຮອງ)
7.
ບ້ານໝາກຈຸກ ຮັບຮອງເອົາ 2 ໂຄງການ: 1) ສ້ອມແປງລະບົບນ້ຳລິນ, 2) ສະໜອງຮົ້ວອ້ອມຄອກສັດ (ໂຄງການສຳຮອງ)
8.
ບ້ານນາໝໍ້ໃຕ້ ຮັບຮອງເອົາ 2 ໂຄງການ: 1) ເຈາະນ້ຳບາດານ, 2) ສ້ອມແປງທາງຫາເຂດທຳການຜະລິດ (ໂຄງການສຳຮອງ)
9.
ບ້ານນາໝໍ້ເໜືອ ຮັບຮອງເອົາ 2 ໂຄງການ: 1) ສ້ອມແປງຝາຍກັ້ນນ້ຳ, 2) ສະໜອງຕາໜ່າງລ້ອມຮົ້ວ (ໂຄງການສຳຮອງ)
10.
ບ້ານນ້ຳວຶນເໜືອ ຮັບຮອງເອົາ 2 ໂຄງການ: 1) ສ້ອມແປງຊົນລະປະທານ, 2) ສ້ອມແປງທາງຫາເຂດທໍາການຜະລິດ (ໂຄງການສຳຮອງ)
11.
ບ້ານນ້ຳແພງ ຮັບຮອງເອົາ 2 ໂຄງການ: 1) ສ້ອມແປງທາງຫາເຂດທໍາການຜະລິດ, 2) ຮົ້ວອ້ອມຄອກສັດ (ໂຄງການສຳຮອງ)
ໃນຕອນທ້າຍຂອງກອງປະຊຸມ ຄະນະປະທານ ໄດ້ມີຄຳຄິດຄຳເຫັນໂອ້ລົມ ແລະ ແນະນຳ ບັນດາຫ້ອງການທີ່ກ່ຽວຂ້ອງ ຂັ້ນເມືອງ ແລະ ຕ່າງໜ້າບ້ານເປົ້າໜາຍໂຄງການ ດັ່ງນີ້:
-
ໃຫ້ກອງທຶນຫຼຸດຜ່ອນຄວາມທຸກຍາກ ຂັ້ນເມືອງ ປະສານສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງສຳຫຼວດເພື່ອຄິດໄລ່ ອອກແບບໂຄງການຍ່ອຍ ໃຫ້ທ່ວງທັນຕາມແຜນການ.
-
ໃຫ້ຄະນະປະສານງານ ແຕ່ລະພາກສ່ວນທີ່ກ່ຽວຂ້ອງ ມີຄວາມຮັບຜິດຊອບສູງ, ເຮັດໃຫ້ເກີດມີປະສິດທິພາບ, ປະສິດທິຜົນຢ່າງແທ້ຈິງ ເພື່ອຮັບປະກັນຄວາມຍຶນຍົງຂອງໂຄງການ.
-
ໃນການຈັດຕັ້ງປະຕິບັດໂຄງການຍ່ອຍ ຫາກພົບພໍ້ບັນຫາຄວາມຫຍຸ້ງຍາກ ແມ່ນໃຫ້ລາຍງານຂັ້ນເທີງເພື່ອຮັບຮູ້ ແລະ ແກ້ໄຂ ໃຫ້ທັນກັບສະພາບການ.
ນອກຈາກນັ້ນ, ຄະນະປະທານກອງປະຊຸມຍັງໄດ້ເນັ້ນຕື່ມໃຫ້ເອົາໃຈໃສ່ການປະສານງານກັບແຕ່ລະພາກສ່ວນ, ການນຳໃຊ້ງົບປະມານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດແກ່ຜູ້ທຸກຍາກ, ເພື່ອຮັບປະກັນຄວາມຍຶນຍົງຂອງໂຄງການ, ລວມທັງ ການບົວລະບັດຮັກສາ ແລະ ຄຸ້ມຄອງນຳໃຊ້ ພາຍຫຼັງໂຄງການສຳເລັດ.