ກະຊວງກະສິກຳ ແລະ ປ່າໄມ້
ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ
ເງິນກູ້ເລກທີ: IDA No.673580-LA ແລະ IDA No.73590-LA, ລະຫັດໂຄງການ. P178545
ປະກາດຮັບສະໜັກພະນັກງານ - Request for Expression of Interest (REOI)
ຕຳແໜ່ງ: ພະນັກງານປັງປຸງຊີວິດການເປັນຢູ່ ເມືອງ ຈຳນວນ 14 ຕໍາແໜ່ງ,
ປະຈຳຫ້ອງການໂຄງການ ປສຊ ແຕ່ລະເມືອງ: ແຂວງຜົ້ງສາລີ: ເມືອງຜົ້ງສາລີ ແລະ ເມືອງຍອດອູ; ແຂວງອຸດົມໄຊ: ເມືອງງາ ແລະ ເມືອງປາກແບງ; ແຂວງຫົວພັນ: ເມືອງແອດ ແລະ ເມືອງກວັນ; ແຂວງຊຽງຂວາງ: ເມືອງ ໜອງແຮດ ແລະ ເມືອງພູກູດ; ແຂວງສະຫວັນນະເຂດ: ເມືອງເຊໂປນ ແລະ ເມືອງ ນອງ; ແຂວງສາລະວັນ: ເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ;ແລະ ແຂວງເຊກອງ: ເມືອງດາກຈຶງ ແລະ ເມືອງກະລຶມ.
1. ລັດຖະບານ ສປປ ລາວ ໄດ້ຮັບທືນກູ້ຢືມ ຈາກສະມາຄົມພັດທະນາສາກົນ (IDA) ຂອງທະນາຄານໂລກ ເພື່ອຈັດຕັ້ງປະຕິບັດໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປສຊ) ແລະ ມີຈຸດປະສົງທີ່ຈະນຳໃຊ້ທຶນສ່ວນໜຶ່ງ ເຂົ້າໃນການຮັບພະນັກງານສັນຍາຈ້າງ ເພື່ອມາປະຈຳຢູ່ຫ້ອງການໂຄງການ ປສຊ ເມືອງ ດັ່ງລາຍລະອຽດລຸ່ມນີ້:
ຕຳແໜ່ງ: ພະນັກງານປັບປຸງຊີວິດການເປັນຢູ່ ເມືອງ ຈໍານວນ 14 ຕໍາແໜ່ງ (ຮັບຜິດຊອບແຕ່ລະເມືອງ)
- ປະຈຳ ເມືອງ ຜົ້ງສາລີ ແຂວງ ຜົ້ງສາລີ 1 ຕໍາແໜ່ງ;
- ປະຈຳ ເມືອງ ຍອດອູ ແຂວງ ຜົ້ງສາລີ 1 ຕໍາແໜ່ງ;
- ປະຈຳ ເມືອງ ງາ ແຂວງ ອຸດົມໄຊ 1 ຕໍາແໜ່ງ;
- ປະຈຳ ເມືອງ ປາກແບງ ແຂວງ ອຸດົມໄຊ 1 ຕໍາແໜ່ງ;
- ປະຈຳ ເມືອງ ແອດ ແຂວງ ຫົວພັນ 1 ຕໍາແໜ່ງ;
- ປະຈຳ ເມືອງ ກວັນ ແຂວງ ຫົວພັນ 1 ຕໍາແໜ່ງ;
- ປະຈຳ ເມືອງ ໜອງແຮດ ແຂວງ ຊຽງຂວາງ 1 ຕໍາແໜ່ງ;
- ປະຈຳ ເມືອງ ພູກູດ ແຂວງ ຊຽງຂວາງ 1 ຕໍາແໜ່ງ;
- ປະຈຳ ເມືອງ ເຊໂປນ ແຂວງ ສະຫວັນນະເຂດ 1 ຕໍາແໜ່ງ;
- ປະຈຳ ເມືອງ ນອງ ແຂວງ ສະຫວັນນະເຂດ 1 ຕຳແໜ່ງ;
- ປະຈຳ ເມືອງ ຕະໂອ້ຍ ແຂວງ ສາລະວັນ 1 ຕໍາແໜ່ງ;
- ປະຈຳ ເມືອງ ສະໝ້ວຍ ແຂວງ ສາລະວັນ 1 ຕຳແໜ່ງ;
- ປະຈຳ ເມືອງ ດາກຈຶງ ແຂວງ ເຊກອງ 1 ຕໍາແໜ່ງ;
- ປະຈຳ ເມືອງ ກະລຶມ ແຂວງ ເຊກອງ 1 ຕໍາແໜ່ງ.
2. ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ຂໍເຊີນຜູ້ທີ່ສົນໃຈ ທີ່ມີຄູນສົມບັດຄົບຖ້ວນຖືກຕ້ອງ ຕາມເງື່ອນໄຂ ທີ່ໄດ້ກຳນົດໄວ້ຂ້າງລຸ່ມ ຍື່ນເອກະສານສະໝັກດ້ວຍຕົນເອງ ທາງອີເມວ ສົ່ງມາຕາມທີຢູ່ Email: info.hr@clearlaos.org ນີ້ພ້ອມເອກະສານຕ່າງໆທີ່ກ່ຽວຂ້ອງ ເພື່ອເປັນບ່ອນອ້າງອີງ ປະສົບການດ້ານຄວາມຮູ້, ຄວາມສາ ມາດ ແລະ ປະສົບການ ຂອງທ່ານ ເພື່ອມາຮັບຜິດຊອບເຮັດວຽກດັ່ງກ່າວ:
ຂໍ້ກຳນົດເງື່ອນໄຂເບື້ອງຕົ້ນ ຂອງຜູ້ສະໝັກທີ່ສາມາດຍື່ນສະໝັກໄດ້ ປະກອບມີດັ່ງນີ້:
- ລະດັບທາງດ້ານການສຶກສາ: ຕ້ອງຮຽນຈົບມີໃບປະກາດວິຊາຊີບຊັ້ນສູງຂື້ນໄປ ສາຂາດ້ານກະສິກຳ, ລ້ຽງສັດ, ປ່າໄມ້, ການປະມົງ, ການເງິນ ແລະ ພັດທະນາຊົນນະບົດ;
- ປະສົບການການເຮັດວຽກຜ່ານມາ: ຢ່າງໜ້ອຍຕ້ອງເຮັດວຽກຜ່ານມາແລ້ວ 3 (ສາມ) ປີ ໃນວຽກງານດ້ານການຈັດຕັ້ງປະຕິບັດໂຄງການ ທີີ່ກ່ຽວກັບການປັບປຸງຊີວິດການເປັນຢູ່ ແລະ ການສົ່ງເສີມ ການປູກພືດ ແລະ ການລ້ຽງສັດ, ຈຳເປັນຕ້ອງເຄີຍຜ່ານປະສົບການໃນການສ້າງກຸ່ມ ແລະ ການຄຸ້ມຄອງກຸ່ມ, ວຽກການເງິນຈຸລະພາກໃນຊົນນະບົດ, ແລະ ວຽກການສ້າງລາຍຮັບ ລວມທັງການລະດົມ ປຸກລະດົມຊຸມຊົນໃຫ້ເຂົ້າຮ່ວມການຈັດຕັ້ງປະຕິບັດກິດຈະກຳຕ່າງໆ. ມີປະສົບການໃນການສະໜອງການຝຶກອົບຮົມໃຫ້ແກ່ປະຊາຊົນ ຫລື ຊຸມຊົນໃນເຂດຫ່າງໄກສອກຫລືກ;
- ມີຄວາມຮູ້ໃນການນຳໃຊ້ຄອມພິວເຕີ ໂດຍສະເພາະໂປຣແກຣມ MS Office.
ເອກະສານຍື່ນສະໝັກ ປະກອບມີ:
- ໃບຄຳຮ້ອງຍື່ນສະໝັກງານ: ໃຫ້ລະບຸລະອຽດຊື່ຕຳແໜ່ງທີ່ສະໝັກ, ສະຖານທີ່ຫ້ອງການ ທີ່ສະເໜີເຂົ້າປະຈຳການ. ພ້ອມທັງປະສົບການຜ່ານມາທີ່ຄ້າຍຄືກັບວຽກທີ່ຍື່ນສະໝັກ, ລາຍຊື່ ແລະ ເບີໂທລະສັບ ຂອງຜູ້ທີ່ສາມາດຢັັ້ງຢືນໃຫ້ທ່ານ ແລະ ທາງໂຄງການສາມາດສອບຖາມໄດ້ ປະມານ 3 ທ່ານ;
- ຊີວະປະຫວັດຂອງຜູ້ຍື່ນສະໝັກ ພ້ອມຮູບຖ່າຍ (ລະບຸລະອຽດ ກ່ຽວກັບລະດັບການສຶກສາ ແລະ ປະສົບການເຮັດວຽກຜ່ານມາ);
- ສຳເນົາໃບປະກາດຈົບການສຶກສາ ແລະ ໃບຄະແນນ, ໃບຢັ້ງຢືນຜ່ານການຝຶກອົມຮົມຕ່າງໆ;
- ສຳເນົາໃບຢັ້ງຢືນການເຮັດວຽກຜ່ານມາ ວຽກທີ່ຄ້າຍຄືກັບວຽກນີ້, ໃບແຈ້ງໂທດ, ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ, ໃບຂັບຂີ່.
3. ຂໍ້ມູນເພີ່ມເຕີມ ລວມທັງຂໍ້ກຳນົດເງື່ອນໄຂການອ້າງອີງຕ່າງໆ ທ່ານສາມາດພົວພັນເອົາໄດ້ ໃນເວລາເຮັດວຽກ ນັບແຕ່ເວລາ 08:00 ໂມງ ຫາ 16:00 ໂມງ, ແຕ່ວັນຈັນ ເຖິງ ວັນສຸກ ທີ່ຫ້ອງການ ປສຊ ສູນກາງ, ຕັ້ງຢູ່ໃນຫ້ອງວ່າການລັດຖະບານ, ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ໂທ: 021 261 479 - 80 ຕໍ່ 105 ຫລື ເຂົ້າເບິ່ງໃນເວັບໄຊ໌ ຂອງໂຄງການທີ່: http://prflaos.org/vacancy.
4. ເອກະສານຍື່ນສະໝັກ ຕ້ອງສົ່ງເປັນລາຍລັກອັກສອນ ດ້ວຍຕົນເອງ ສົ່ງທາງອີເມວ ທີ່: info.hr@clearlaos.org ຫ້ອງການໂຄງການ ປສຊ ຈະພົວພັນຫາຜູ້ທີ່ຖືກຄັດເລືອກທີ່ເໝາະສົມທີ່ສຸດ ທາງອີເມວ ພາຍຫລັງທີ່ໄດ້ຮັບອະນຸມັດເປັນທາງການ ຈາກຜູ້ໃຫ້ທຶນ, ວັນທີປິດຮັບເອກະສານຍື່ນສະໝັກ ແມ່ນວັນທີ 19 ພຶດສະພາ 2024.
TOR ໃນເອກະສານທີ່ແນບມາ