ປະກາດຮັບສະໜັກພະນັກງານ Request for Expression of Interest (Re-Advertise) : ຕຳແໜ່ງ: ພະນັກງານ ບັນຊີ-ການເງິນ ເມືອງ ຈຳນວນ 14 ຕໍາແໜ່ງ

Country: 
Lao PDR
Project: 
ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປສຊ)
Position Description: 
ພະນັກງານ ບັນຊີ-ການເງິນ ເມືອງ ຈຳນວນ 14 ຕໍາແໜ່ງ
Grant No.: 
IDA No.673580-LA ແລະ IDA No.73590-LA
Project No.: 
P178545
Date of Issue: 
Friday, June 21, 2024
Closing Date: 
Friday, June 28, 2024

ກະຊວງກະສິກຳ ແລະ ປ່າໄມ້

 ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ

 ເງິນກູ້ເລກທີ: IDA No.673580-LA ແລະ IDA No.73590-LA, ລະຫັດໂຄງການ. P178545

 ປະກາດຮັບສະໜັກພະນັກງານRequest for Expression of Interest (Re-Advertise)

 ຕຳແໜ່ງ:ພະນັກງານ ບັນຊີ-ການເງິນ ເມືອງ ຈຳນວນ 14 ຕໍາແໜ່ງ,

 ປະຈຳຫ້ອງການໂຄງການ ປສຊ ແຕ່ລະເມືອງ: ແຂວງຜົ້ງສາລີ: ເມືອງຜົ້ງສາລີ ແລະ ເມືອງຍອດອູ; ແຂວງອຸດົມໄຊ: ເມືອງງາ ແລະ ເມືອງປາກແບງ; ແຂວງຫົວພັນ: ເມືອງແອດ ແລະ ເມືອງກວັນ; ແຂວງຊຽງຂວາງ: ເມືອງ ໜອງແຮດ ແລະ ເມືອງພູກູດ; ແຂວງສະຫວັນນະເຂດ: ເມືອງເຊໂປນ ແລະ ເມືອງ ນອງ; ແຂວງສາລະວັນ: ເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ;ແລະ ແຂວງເຊກອງ: ເມືອງດາກຈຶງ ແລະ ເມືອງກະລຶມ.

 1. ລັດຖະບານ ສປປ ລາວ ໄດ້ຮັບທືນກູ້ຢືມ ຈາກສະມາຄົມພັດທະນາສາກົນ (IDA) ຂອງທະນາຄານໂລກ ເພື່ອຈັດຕັ້ງປະຕິບັດໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປສຊ) ແລະ ມີຈຸດປະສົງທີ່ຈະນຳໃຊ້ທຶນສ່ວນໜຶ່ງ ເຂົ້າໃນການຮັບພະນັກງານສັນຍາຈ້າງ ເພື່ອມາປະຈຳຢູ່ຫ້ອງການໂຄງການ ປສຊ ເມືອງ ດັ່ງລາຍລະອຽດລຸ່ມນີ້:

 Øຕຳແໜ່ງ: ພະນັກງານ ບັນຊີ-ການເງິນ ເມືອງ ຈໍານວນ 14 ຕຳແໜ່ງ (ຮັບຜິດຊອບແຕ່ລະເມືອງ)

 -     ປະຈຳ ເມືອງ ຜົ້ງສາລີ ແຂວງ ຜົ້ງສາລີ               1 ຕໍາແໜ່ງ;  

 -     ປະຈຳ ເມືອງ ຍອດອູ ແຂວງ ຜົ້ງສາລີ             1 ຕໍາແໜ່ງ;     

 -     ປະຈຳ ເມືອງ ງາ ແຂວງ ອຸດົມໄຊ                    1 ຕໍາແໜ່ງ;    

 -     ປະຈຳ ເມືອງ ປາກແບງ ແຂວງ ອຸດົມໄຊ          1 ຕໍາແໜ່ງ;     

 -     ປະຈຳ ເມືອງ ແອດ ແຂວງ ຫົວພັນ                  1 ຕໍາແໜ່ງ;  

 -     ປະຈຳ ເມືອງ ກວັນ ແຂວງ ຫົວພັນ                            1 ຕໍາແໜ່ງ;      

 -     ປະຈຳ ເມືອງ ໜອງແຮດ ແຂວງ ຊຽງຂວາງ         1 ຕໍາແໜ່ງ;  

 -     ປະຈຳ ເມືອງ ພູກູດ ແຂວງ ຊຽງຂວາງ              1 ຕໍາແໜ່ງ;  

 -     ປະຈຳ ເມືອງ ເຊໂປນ ແຂວງ ສະຫວັນນະເຂດ     1 ຕໍາແໜ່ງ;     

 -     ປະຈຳ ເມືອງ ນອງ ແຂວງ ສະຫວັນນະເຂດ      1 ຕຳແໜ່ງ;  

 -     ປະຈຳ ເມືອງ ຕະໂອ້ຍ ແຂວງ ສາລະວັນ            1 ຕໍາແໜ່ງ;  

 -     ປະຈຳ ເມືອງ ສະໝ້ວຍ ແຂວງ ສາລະວັນ        1 ຕຳແໜ່ງ; 

 -     ປະຈຳ ເມືອງ ດາກຈຶງ ແຂວງ ເຊກອງ               1 ຕໍາແໜ່ງ;  

-   ປະຈຳ ເມືອງ ກະລຶມ ແຂວງ ເຊກອງ              1 ຕໍາແໜ່ງ.

 2.  ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ຂໍເຊີນຜູ້ທີ່ສົນໃຈ ທີ່ມີຄູນສົມບັດຄົບຖ້ວນຖືກຕ້ອງ ຕາມເງື່ອນໄຂ ທີ່ໄດ້ກຳນົດໄວ້ຂ້າງລຸ່ມ ຍື່ນເອກະສານສະໝັກດ້ວຍຕົນເອງ  ທາງອີເມວ ສົ່ງມາຕາມທີຢູ່ Email:  info.hr@clearlaos.org ນີ້ພ້ອມເອກະສານຕ່າງໆທີ່ກ່ຽວຂ້ອງ ເພື່ອເປັນບ່ອນອ້າງອີງ ປະສົບການດ້ານຄວາມຮູ້, ຄວາມສາ ມາດ ແລະ ປະສົບການ ຂອງທ່ານ ເພື່ອມາຮັບຜິດຊອບເຮັດວຽກດັ່ງກ່າວ:

   Ø ຂໍ້ກຳນົດເງື່ອນໄຂເບື້ອງຕົ້ນ ຂອງຜູ້ສະໝັກທີ່ສາມາດຍື່ນສະໝັກໄດ້ ປະກອບມີດັ່ງນີ້:

 -       ລະດັບທາງດ້ານການສຶກສາ: ຕ້ອງຮຽນຈົບມີໃບປະກາດ ຢ່າງນ້ອຍ ຊັ້ນສູງ ສາຂາດ້ານການເງິນ / ການບັນຊີ ແລະ ບໍລິຫານທຸລະກິດ;

 -       ປະສົບການການເຮັດວຽກຜ່ານມາ: ຢ່າງໜ້ອຍຕ້ອງເຮັດວຽກຜ່ານມາແລ້ວ 5 (ຫ້າ) ປີ ໃນວຽກງານການຄຸ້ມຄອງລະ ບົບການເງິນ-ການບັນຊີ, ການເຮັດບົດລາຍງານທາງດ້ານການເງິນ;

 -       ມີປະສົບການໃນການເຮັດວຽກພັດທະນາຊຸມຊົນ ຫລື ພັດທະນາຂັ້ນພື້ນຖານ ມາກ່ອນ ມີປະສົບການເຮັດວຽກກັບອົງການທີ່ໄດ້ຮັບທຶນ ຈາກທະນາຄານໂລກ ຫລື ຈາກອົງການຈັດຕັ້ງສາກົນມາກ່ອນຈະເປັນການດີ, ມີປະສົບການໃນການຝຶກອົບຮົມ ໃຫ້ແກ່ຊຸມຊົນໃນຂັ້ນພື້ນຖານ;

 -       ມີຄວາມຮູ້ໃນການນຳໃຊ້ຄອມພິວເຕີ ໂປຣແກຣມ Microsoft Office ແລະ ອື່ນໆ;

 -       ມີພື້ນຖານ ທາງດ້ານພາສາອັງກິດ.

   Ø ເອກະສານຍື່ນສະໝັກ ປະກອບມີ:

 -     ໃບຄຳຮ້ອງຍື່ນສະໝັກງານ: ໃຫ້ລະບຸລະອຽດຊື່ຕຳແໜ່ງທີ່ສະໝັກ, ສະຖານທີ່ຫ້ອງການ ທີ່ສະເໜີເຂົ້າປະຈຳການ. ພ້ອມທັງປະສົບການຜ່ານມາທີ່ຄ້າຍຄືກັບວຽກທີ່ຍື່ນສະໝັກ, ລາຍຊື່ ແລະ ເບີໂທລະສັບ ຂອງຜູ້ທີ່ສາມາດຢັັ້ງຢືນໃຫ້ທ່ານ ແລະ ທາງໂຄງການສາມາດສອບຖາມໄດ້ ປະມານ 3 ທ່ານ;

 -     ຊີວະປະຫວັດຂອງຜູ້ຍື່ນສະໝັກ ພ້ອມຮູບຖ່າຍ (ລະບຸລະອຽດ ກ່ຽວກັບລະດັບການສຶກສາ ແລະ ປະສົບການເຮັດວຽກຜ່ານມາ);

 -     ສຳເນົາໃບປະກາດຈົບການສຶກສາ ແລະ ໃບຄະແນນ, ໃບຢັ້ງຢືນຜ່ານການຝຶກອົມຮົມຕ່າງໆ;

-      ສຳເນົາໃບຢັ້ງຢືນການເຮັດວຽກຜ່ານມາ ວຽກທີ່ຄ້າຍຄືກັບວຽກນີ້, ໃບແຈ້ງໂທດ, ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ, ໃບຂັບຂີ່.

 3. ຂໍ້ມູນເພີ່ມເຕີມ ລວມທັງຂໍ້ກຳນົດເງື່ອນໄຂການອ້າງອີງຕ່າງໆ ທ່ານສາມາດພົວພັນເອົາໄດ້ ໃນເວລາເຮັດວຽກ ນັບແຕ່ເວລາ 08:00 ໂມງ ຫາ 16:00 ໂມງ, ແຕ່ວັນຈັນ ເຖິງ ວັນສຸກ ທີ່ຫ້ອງການ ປສຊ ສູນກາງ, ຕັ້ງຢູ່ໃນຫ້ອງວ່າການລັດຖະບານ, ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ໂທ: 021 261 479 - 80 ຕໍ່ 105 ຫລື ເຂົ້າເບິ່ງໃນເວັບໄຊ໌ ຂອງໂຄງການທີ່: http://prflaos.org/vacancy.

4. ເອກະສານຍື່ນສະໝັກ ຕ້ອງສົ່ງເປັນລາຍລັກອັກສອນ ດ້ວຍຕົນເອງ ສົ່ງທາງອີເມວ ທີ່: info.hr@clearlaos.org. ຫ້ອງການໂຄງການ ປສຊ ຈະພົວພັນຫາຜູ້ທີ່ຖືກຄັດເລືອກທີ່ເໝາະສົມທີ່ສຸດ ທາງອີເມວ ພາຍຫລັງທີ່ໄດ້ຮັບອະນຸມັດເປັນທາງການ ຈາກຜູ້ໃຫ້ທຶນ, ວັນທີປິດຮັບເອກະສານຍື່ນສະໝັກ ແມ່ນວັນທີ 28 ມິຖຸນາ 2024.