ກະຊວງກະສິກຳ ແລະ ປ່າໄມ້
ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ
ເງິນກູ້ເລກທີ: IDA No.673580-LA ແລະ IDA No.73590-LA, ລະຫັດໂຄງການ. P178545
ປະກາດຮັບສະໝັກພະນັກງານ-Request for Expression of Interest (REOI)
ຕຳແໜ່ງ: ອາສາສະໝັກຂັ້ນບ້ານ
ຮັບຜິດຊອບວຽກໂພຊະນາການ, ໃນບ້ານເປົ້າໝາຍຂອງໂຄງການ
ຈຳນວນ 5-13 [ບ້ານ / ຕຳແໜ່ງ
ບ່ອນປະຈຳແມ່ນຫ້ອງການກຸ່ມບ້ານ. ຈຳນວນ 34 ຕໍາແໜ່ງ ໃນ 14 ເມືອງ ໃນ 7 ແຂວງ
1. ລັດຖະບານ ສປປ ລາວ ໄດ້ຮັບທືນກູ້ຢືມ ຈາກສະມາຄົມພັດທະນາສາກົນ (IDA) ຂອງທະນາຄານໂລກ ເພື່ອຈັດຕັ້ງປະຕິບັດໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ແລະ ມີຈຸດປະສົງທີ່ຈະນຳໃຊ້ທຶນສ່ວນໜຶ່ງ ເຂົ້າໃນການຮັບສະໝັກອາສາສະໝັກຂັ້ນບ້ານ ເພື່ອມາປະຈຳຢູ່ຫ້ອງການກຸ່ມບ້ານ ໃນແຕ່ລະເມືອງເປົ້າໝາຍຂອງໂຄງການ ດັ່ງນີ້:
v ຕຳແໜ່ງ: ອາສາສະໝັກຂັ້ນບ້ານ ຮັບຜິດຊອບວຽກໂພຊະນາການ, ຜູ້ໜຶ່ງຈະຮັບຜິດຊອບ 5-13 ບ້ານເປົ້າໝາຍຂອງໂຄງການ, ບ່ອນປະຈຳແມ່ນຫ້ອງການກຸ່ມບ້ານ. ອາສາສະໝັກຂັ້ນບ້ານທັງຫມົດທີ່ຕ້ອງການມີຈຳນວນ 34 ຕໍາແໜ່ງ ສໍາລັບ 14 ເມືອງເປົ້າໝາຍຂອງໂຄງການ ໃນ 7 ແຂວງລະອຽດດັ່ງນີ້:
1) ແຂວງ ຜົ້ງສາລີ
2) ແຂວງ ອຸດົມໄຊ
3) ແຂວງ ຫົວພັນ
- ເມືອງ ແອດ 4 ຕໍາແໜ່ງ (ໃນນັ້ນມີ 1 ຕໍາແໜ່ງ ຮັບຜິດຊອບບ້ານເປົ້າໝາຍ ຢູ່ ເມືອງ ຊ່ອນ)
4) ແຂວງ ຊຽງຂວາງ
- ເມືອງ ໜອງແຮດ 2 ຕໍາແໜ່ງ
- ເມືອງ ພູກູດ 2 ຕໍາແໜ່ງ
5) ແຂວງ ສະຫວັນນະເຂດ
- ເມືອງ ເຊໂປນ4 ຕໍາແໜ່ງ
6) ແຂວງ ສາລະວັນ
- ເມືອງ ຕະໂອ້ຍ 2 ຕໍາແໜ່ງ
7) ແຂວງ ເຊກອງ
- ເມືອງ ດາກຈຶງ 2 ຕໍາແໜ່ງ
2. ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ຂໍເຊີນຜູ້ທີ່ສົນໃຈ ທີ່ມີຄູນສົມບັດຄົບຖ້ວນຖືກຕ້ອງຕາມເງື່ອນໄຂ ທີ່ໄດ້ກຳນົດໄວ້ຂ້າງລຸ່ມ ໃຫ້ຍື່ນເອກະສານສະໝັກດ້ວຍຕົນເອງ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 4.
v ຂໍ້ກຳນົດເງື່ອນໄຂເບື້ອງຕົ້ນ ຂອງຜູ້ສະໝັກທີ່ສາມາດຍື່ນສະໝັກໄດ້ ປະກອບມີດັ່ງນີ້:
- ລະດັບທາງດ້ານການສຶກສາ: ຕ້ອງຮຽນຈົບຊັ້ນສູງຂື້ນໄປ ໃນສາຂາ ວິທະຍາສາດ ດ້ານສຸຂະພາບ / ການແພດ, ດ້ານໂພຊະນາການ, ດ້ານກະສິກຳ ແລະ ດ້ານການພັດທະນາຊຸມຊົນ;
- ຕ້ອງຮູ້ ແລະ ມີປະສົບການ ໃນວຽກງານການສົ່ງເສີມດ້ານໂພຊະນາການ ໃນເຂດຊົນນະບົດ ໂດຍເນັ້ນໃສ່ການປ່ຽນແປງພືດຕິກໍາທາງສັງຄົມ ແລະ ກິດຈະກໍາການຜະລິດກະສິກໍາ ຕິດພັນກັບໂພຊະນາການ ແລະ ການວາງແຜນແບບມີສ່ວນຮ່ວມໃນຊຸມຊົນ;
- ມີທັກສະ ທາງດ້ານການສື່ສານທາງສັງຄົມ, ການປະສານງານກັບອຳນາດການປົກຄອງທ້ອງຖິ່ນ, ເຮັດວຽກນຳແມ່ຍິງ ແລະ ຊົນເຜົ່າຕ່າງໆ;
- ມີທັກສະ ໃນການນໍາໃຊ້ຄອມພິວເຕີຂັ້່ນພື້ນຖານ;
- ຮູ້ພາສາທ້ອງຖິ່ນ (ພາສາຊົນເຜົ່າ) ຂອງບ້ານ ທີ່ຈະໄດ້ຮັບຜິດຊອບ ຈະເປັນການດີ;
- ສາມາດເດີນທາງໄປເຮັດວຽກ ແລະ ພັກເຊົາ ຢູ່ບ້ານເປົ້າໝາຍໂຄງການ ທີ່ຈະໄດ້ຮັບຜິດຊອບ;
- ຕ້ອງມີໃບອະນຸຍາດຂັບຂີ່ລົດຈັກ.
v ເອກະສານຍື່ນສະໝັກ ຕ້ອງປະກອບມີ:
- ໃບຄຳຮ້ອງຍື່ນສະໝັກງານ
- ຊິວະປະຫວັດ: ໃຫ້ລະບຸລະອຽດ ຊື່ ແລະ ນາມສະກຸນ, ເບີໂທລະສັບທີ່ສາມາດຕິດຕໍ່ໄດ້, ອາຍຸ, ຕຳແໜ່ງທີ່ສະໝັກ, ສະຖານທີ່ ທີ່ສະເໜີເຂົ້າປະຈຳການ (ຊື່ເມືອງ, ແຂວງ) ແລະ ລາຍຊື່ ແລະ ເບີໂທ ຂອງຜູ້ສາມາດຢັ້ງຢືນຊີວະປະຫວັດຂອງທ່ານໄດ້ ຈຳນວນ 03 ທ່ານ ເພື່ອທາງໂຄງການສາມາດສອບຖາມໄດ້. ພ້ອມຮູບຖ່າຍຂອງຜູ້ສະໝັກ;
- ສຳເນົາເອກະສານຕ່າງໆທີ່ກ່ຽວຂ້ອງ ເຊັ່ນ: ໃບປະກາດຮຽນຈົບ, ໃບຜ່ານການຝຶກອົບຮົມຕ່າງໆ, ໃບຜ່ານການເຮັດວຽກຜ່ານມາ (ຖ້າມີ), ສຳມະໂນຄົວ ຫລື ບັດປະຈຳຕົວ, ໃບແຈ້ງໂທດ, ໃບຂັບຂີ່ ແລະ ອື່ນໆທີ່ເຫັນວ່າຈຳເປັນ.
3. ຂໍ້ມູນເພີ່ມເຕີມ ລວມທັງຂໍ້ກຳນົດເງື່ອນໄຂການອ້າງອີງຕ່າງໆ ທ່ານສາມາດພົວພັນເອົາໄດ້ ໃນເວລາເຮັດວຽກ ນັບແຕ່ເວລາ 08:00 ໂມງ ຫາ 16:00 ໂມງ, ແຕ່ວັນຈັນ ເຖິງ ວັນສຸກ ທີ່ຫ້ອງການໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ, ຕັ້ງຢູ່ໃນຫ້ອງວ່າການລັດຖະບານ, ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ໂທ: 261479 ຫລື ເຂົ້າເບິ່ງໃນເວັບໄຊ໌ ຂອງໂຄງການໄດ້ທີ່: http://www.prflaos.org/vacancy.
4. ເອກະສານຍື່ນສະໝັກ ຕ້ອງສົ່ງເປັນລາຍລັກອັກສອນ ດ້ວຍຕົນເອງ ໃຫ້ຫ້ອງການໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ປະຈຳຢູ່ແຕ່ລະເມືອງເປົ້າໝາຍ ຂອງໂຄງການ ຫລື ທາງອີເມວ ຕາມທີຢູ່ Email: info.yg@clearlaos.org. ຫ້ອງການໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ, ນະຄອນຫລວງວຽງຈັນ ຈະພົວພັນຫາຜູ້ທີ່ຖືກຄັດເລືອກທີ່ເໝາະສົມທີ່ສຸດ ທາງອີເມວ ຫລື ທາງໂທລະສັບ ພາຍຫລັງທີ່ໄດ້ຮັບອະນຸມັດເປັນທາງການ ຈາກທະນາຄານໂລກ (ຜູ້ໃຫ້ທຶນ), ວັນທີປິດຮັບເອກະສານຍື່ນສະໝັກ ແມ່ນວັນທີ 25 ກໍລະກົດ 2024, ເວລາ 16:00 ໂມງ.
ນະຄອນຫລວງວຽງຈັນ, ວັນທີ 11 ກໍລະກົດ 2024