ກອງປະຊຸມວິຊາການ ເພື່ອປືກສາຫາລື ວຽກງານການປະສານງານ ແລະ ກະກຽມການສໍາມະນາ ການສ້າງຕັ້ງກຸ່ມການຜະລິດ ໄດ້ຈັດຂຶ້ນໃນວັນທີ 4 ເມສາ 2019 ຜ່ານມາ ທີ່ຫ້ອງປະຊຸມກອງທຶນຫຼຸດຜ່ອນຄວາມທຸກຍາກ, ທ່ານ ຈິດ ທະວີໃສ,ຜູ້ອຳນວຍການບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ຍົກໃຫ້ເຫັນເຖິງປະສົບການໃນໄລຍະຜ່ານມາ ກ່ຽວກັບການສ້າງຕັ້ງກຸ່ມຜະລິດທີ່ໄດ້ຮັບທຶນກູ້ຢືມຈາກທະນາຄານຕ່າງໆ ແລະ ຂໍ້ຫຍຸ້ງຍາກຂອງການ ນໍາໃຊ້ທຶນກູ້ຢືມໃຫ້ມີປະສິດຜົນຂອງກຸ່ມຜະລິດ. ທ່ານຍັງໄດ້ເນັ້ນຕື່ມວ່າ ປະສົບການສ້າງຕັ້ງກຸ່ມໃນໄລຍະຜ່ານມາ ແມ່ນຈັດຕັ້ງໂດຍອີງຕາມໜ້າທີ່ຂອງແຕ່ ລະພາກສ່ວນ ທີ່ຍັງບໍ່ມີການປະສານງານແບບລວມສູນ ແລະ ໄປໃນທິດທາງດຽວກັນ. ສະນັ້ນ ຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືໃນການກະກຽມການ ຈັດສຳມະນາກ່ຽວກັບການສ້າງຕັ້ງກຸ່ມຜະລິດຄັ້ງນີ້ຂຶ້ນ “ເພື່ອປະສານງານ ແລະ ກະກຽມ ງານສຳມະນາການສ້າງຕັ້ງກຸ່ມຜະລິດ ໂດຍຊອກຫາບົດຮຽນ ອັນດີເລີດໃນການສ້າງຕັ້ງກຸ່ມຜະລິດ ເພື່ອນຳສະເໜີຕໍ່ງານດັ່ງກ່າວ”.
ກອງປະຊຸມຄັ້ງນີ້ມີຜູ້ຕາງໜ້າ ຈາກກົມພັດທະນາຊົນນະບົດ ແລະ ສະຫະກອນ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ, ຈາກຫ້ອງການ ທລຍ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທະນາຄານນະໂຍບາຍ ເຂົ້າຮ່ວມທັງໝົດ 14 ທ່ານ ຍິງ 2 ທ່ານ.
ຜົນໄດ້ຮັບຈາກກອງປະຊຸມ
1.1 ມີຄວາມເຫັນດີຮ່ວມກັນຈັດສໍາມະນາການ ສ້າງກຸ່ມການຜະລິດພາຍໃຕ້ກອບຄວາມຮັບຜິດຊອບຂອງແຕ່ລະຝ່າຍແບບກົມກຽວກັນ ແລະ ໃຫ້ໄປໃນທິດທາງດຽວ;
1.2ເຫັນດີໃຫ້ແຕ່ລະຝ່າຍ ຮວບຮວມ ແລະ ກະກຽມເນື້ອໃນທີ່ຈະນຳສະເໜີຕໍ່ກອງປະຊຸມສຳມະນາ;
1.3 ເຫັນດີໃຫ້ມີການແຕ່ງຕັ້ງຜູ້ປະສານງານຈາກແຕ່ລະຝ່າຍ ເພື່ອປະສານງານໃນການຫ້າງຫາກະກຽມການຈັດສຳມະນາ ໃຫ້ລະອຽດ;
1.4 ກ່ອນການຈັດສຳມະນາ, ເຫັນດີໃຫ້ຈັດທັດສະນະສຶກສາໃນພື້ນທີ່ ທີ່ມີການດໍາເນີນການສ້າງຕັ້ງກຸ່ມຜະລິດ
ທີ່ມີຜົນສຳເລັດ.