ມອບເຄື່ອງຊ່ວຍເຫຼືອຜູ້ທຸກຍາກ ໃນຊົນນະບົດ ຫ່າງໄກສອກຫຼີກ ສປປ ລາວ
Donation to Help Poor People in Rural and Remote Area of Laos
ໃນວັນທີ 12ມີນາ 2021 ຜ່ານມາ,ທ່ານ ຮອງເຈົ້າເມືອງເມືອງໂພນທອງ, ແຂວງຫຼວງພະບາງ ພ້ອມດ້ວຍຄະນະ ມອບເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນການສອນຈໍານວນໜຶ່ງ ທີ່ກອງທຶນຫຼຸດຜ່ອນຄວາມທຸກຍາກ ໃຫ້ ອົງການປົກຄອງທ້ອງຖິ່ນແຂວງຫຼວງພະບາງ ເພື່ອສົ່ງຕໍ່ໄປຊ່ວຍເຫຼືອຜູ້ທຸກຍາກ ໃນເຂດຊົນນະບົດ ຈໍານວນ 5 ເປົາໃຫຍ່, ມູນຄ່າ 3.200.000 ກີບໃນຄັ້ງວັນທີ 23ກຸມພາ 2021, ໃຫ້ພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນ 47 ຄົນ, ຍິງ 29 ຄົນ ຢູ່ ບ້ານສົບພົນ, ກຸ່ມບ້ານນໍ້າລວງ, ເມືອງໂພນທອງ, ແຂວງຫຼວງພະບາງ ເພື່ອຊ່ວຍບັນເທົາທຸກໄພໝາວຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ບ້ານດັ່ງກ່າວ.
ຖ້າບຸກຄົນໃດ ຫຼື ອົງການໃດມີຈຸດປະສົງຢາກອຸປະຖໍາຊ່ວຍເຫຼືອເຄື່ອງດັ່ງກ່າວສາມາດຕິດຕໍ່ພົວພັນ ຫ້ອງການ ທລຍ ສູນກາງໄດ້ຕາມເບີໂທຂອງພວກເຮົາໄດ້:
ເບີໂທ ຫ້ອງການ: 021-261479-80 ຫຼື
ເບີໂທ ແລະ ວອດແອບ:
ທ່ານ ແສງອາລຸນ ພິລາຈັນ: 020 55622205
ທ່ານ ດວງເພັດ ອິນທະວົງ: 020 2223 2409
ທ່ານ ໜູທອງ ສີຫານາມ: 020 5670 4441