ສໍາເລັດການລົງຕິດຕາມ ຊຸກຍູ້ ວຽກງານກະສິກໍາ ແລະ ປັບປຸງຊີວິດການເປັນຢູ່, ສົ່ງເສີມໂພຊະນາການຢູ່ 27ບ້ານເປົ້າໝາຍ ຫ່າງໄກສອກຫຼີກຂອງ ທລຍ ເມືອງຂວາ
ໂດຍ:ປານີ ພິລາຜົນ
ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄລຍະທີ 3 ທຶນເພີ່ມຕື່ມ ປະຈໍາຢູ່ເມືອງຂວາ ແຂວງຜົ້ງສາລີ ໄດ້ເລີ່ມຈັດຕັ້ງປະຕິບັດວຽກໃນຕົ້ນປີ 2021 ຕາມນະໂຍບາຍຂອງ ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອປະຕິບັດກິດຈະກໍາປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການ ໂດຍສະໜັບສະໜູນໃຫ້ປະຊາຊົນທີ່ທຸກຍາກ ເຂດຫ່າງໄກສອກຫຼີກໄດ້ເຂົ້າເຖິງການປູກ ການລ້ຽງ ແລະ ກິດຈະກໍາຕ່າງໆທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ໄປພ້ອມໆກັບການສົ່ງເສີ່ມການເຂົ້າເຖິງໂພຊະນາການທີ່ຖືກຫຼັກອະນາໄມ ເຮັດໃຫ້ເດັກນ້ອຍໃນອາຍຸ ແລະ ແມ່ຍິງຖືພາ ກໍຄືແມ່ລູກອ່ອນໄດ້ຮັບອາຫານທີ່ມີໂພຊະນາການ ເຮັດໃຫ້ສຸຂະພາບຂອງແມ່ ແລະ ການຈະເລີນຂອງເດັກຖືກຕ້ອງຕາມຫຼັກການ.
ມາຮອດປະຈຸບັນ ໃນຈໍານວນ 27 ບ້ານ ມີກຸ່ມ ກຊກ 118 ກຸ່ມ, ມີສະມາຊິກທັງໝົດ 1.604 ຄົນ, ຍິງ 1.583 ຄົນ, ໄດ້ລະດົມສະມາຊິກ ກຊກ ທ້ອນເງິນໄດ້ທັງໝົດ 127.199.000 ກີບ ແລະ ໄດ້ປ່ອຍກູ້ໃຫ້ສະມາຊິກ ກຊກ ໄປນໍາໃຊ້ເຂົ້າໃນກິດຈະກໍາສ້າງລາຍຮັບແລ້ວຈໍານວນໜຶ່ງ. ນອກນັ້ນ ຍັງມີກຸ່ມໂພຊະນາການບ້ານ (ກພກ) 8 ກຸ່ມ ຊຶ່ງມີ ແມ່ລູກອ່ອນ, ແມ່ຍິງຖືພາ. ສະມາຊິກໂພຊະນາການ ທັງໝົດ 485 ຄົນ; ມີແມ່ຍິງຖືພາ 103 ຄົນ, ແມ່ລູກ ອ່ອນ 62 ຄົນ, ເດັກອາຍຸ 0-5 ເດືອນ 62 ຄົນ, ເດັກອາຍຸ 6-23 ເດືອນ 258 ຄົນ, ຜ່ານການຈັດຕັ້ງປະຕິບັດ ເຫັນວ່າສະມາຊິກກຸ່ມ ກພກ ສ່ວນໃຫຍ່ໄດ້ດໍາເນີນກິດຈະກໍາສົ່ງເສີມໂພຊະນາການຢ່າງເປັນປົກກະຕິ ຊຶ່ງເຮັດໃຫ້ເຂົາເຈົ້າໄດ້ຮັບສານອາຫານທີ່ພຽງພໍ ຖືກຫຼັກອະນາໄມ ແລະ ປາສະຈາກການຂາດສານອາຫານຢ່າງແທ້ຈິງ.