ສໍາເລັດການລົງຝຶກອົບຮົມ ຄວາມຮູ້ພຶ້ນຖານດ້ານໂພຊະນາການ
ສໍາລັບ ແມ່ ແລະ ເດັກໃຫ້ຄະນະຮັບຜິດຊອບໂພຊະນາການບ້ານ
ໂດຍ: ນາງ ພອນສັກ ພັນທະສິດ
ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ ໄລຍະເພີ່ມທຶນ ທລຍ 03 ປະຈໍາເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ສ້າງຕັ້ງຂຶ້ນໃນຕົ້ນປີ 2020 ຕາມນະໂຍບາຍຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອຈັດຕັ້ງປະຕິບັດໂຄງການຍົກລະດັບດ້ານໂພຊະນາການ ໂດຍສະໜັບສະໜູນໃຫ້ປະຊາຊົນທີ່ທຸກຍາກ ເຂດຫ່າງໄກສອກຫຼີກໄດ້ເຂົ້າເຖິງການບໍລິການທີ່ຖືກຕ້ອງຕາມຫຼັກສຸຂະອະນາໄມ ເຮັດໃຫ້ເດັກນ້ອຍ ແລະ ແມ່ຍິງໃນໄວຈະເລີນພັນ ກໍຄືແມ່ຖືພາ ແມ່ລູກອ່ອນໄດ້ຮັບຄວາມເອົາໃຈໃສ່ ເບິ່ງແຍງ ຊ່ວຍເຫຼືອຈາກຄອບຄົວ ໂດຍສະເພາະໃຫ້ພວກເຂົາ ໄດ້ຮັບສານອາຫານພຽງພໍ, ຮູ້ຈັກວິທີປຸງແຕ່ງອາຫານທີ່ຮັບປະກັນດ້ານໂພຊະນາການ ເພື່ອສ້າງພູມຄຸ້ມກັນ ຮັກສາສຸຂະພາບຂອງແມ່ແຕ່ເລິ່ມຖືພາ ແລະ ໃຫ້ເດັກມີການຈະເລີນເຕີບໂຕໃນເກນມາດຖານທີ່ ກະຊວງສາທາລະນະສຸກວາງອອກ ເຮັດໃຫ້ອັດການຕາຍຂອງແມ່ ແລະ ເດັກໃນຊົນນະບົດຫຼຸດລົງເທື່ອລະກ້າວ.
ດ່ັງນັ້ນ, ພະນັກງານກອງທຶນຫຼຸດຜ່ອນຄວາມທຸກຍາກ ເມືອງບຸນໃຕ້ ໄດ້ສົມທົບກັບອົງການປົກຄອງບ້ານຈຶ່ງໄດ້ ລົງໄປຈັດຊຸດອົບຮົມ ກ່ຽວກັບ ຄວາມຮູ້ພຶ້ນຖານດ້ານໂພຊະນາການ ຊຶ່ງເລິ່ມແຕ່ວັນທີ 16-27 ກຸມພາ 2021. ໃນຊຸດອົບຮົມ ແມ່ນໄດ້ມີການລົງສ້າງກຸ່ມໂພຊະນາການ, ຝຶກອົບຮົມ ຄວາມຮູ້ພຶ້ນຖານດ້ານໂພຊະນາການສໍາລັບແມ່ ແລະ ເດັກ ໃຫ້ຄະນະຮັບຜິດຊອບໂພຊະນາການຂັ້ນບ້ານ (ກພກ)ຈໍານວນ 15 ບ້ານ ຊຶ່ງມີຜູ້ເຂົ້າຮ່ວມທັງຫມົດ 332 ຄົນ, ຍິງ 268 ຄົນ. ໃນນັ້ນ ສະມາຊິກ ກພກ ມີທັງຫມົດ 241 ຄົນ.
ຜ່ານການຝຶກອົບຮົມເຫັນວ່າ ປະຊາຊົນ ກໍຄືອົງການປົກຄອງທ້ອງຖິ່ນໃນບ້ານເປົ້າໝາຍ ທລຍ ແມ່ນມີຄວາມສົນໃຈ ແລະ ໄດ້ປະກອບຄໍາຄິດຄໍາເຫັນ ສອບຖາມຄົ້ນຄວ້າ ຢ່າງເປັນຂະບວນຟົດຟື້ນ; ໂດຍສະເພາະ ແມ່ຍິງທີ່ເປັນສະມາຊິກ ກພບ ໄດ້ເຂົ້າຮ່ວມຈໍານວນຫຼາຍ ເຮັດໃຫ້ການຝຶກອົບຮົມ ແລະ ສ້າງຕັ້ງກຸ່ມ ໂພຊະນາການ ສໍາເລັດຕາມແຜນການທີ່ວາງໄວ້.