8 ບ້ານເປົ້າໝາຍຂອງ ທລຍ ເມືອງໜອງແຮດ ໄດ້ຮັບທຶນໝູນວຽນ 420 ລ້ານກວ່າກີບ
ໂດຍ: ເກົາວື່ ໝອກພູຂຽວ, ຜູ້ປະສານງານ ທລຍ ເມືອງໜອງແຮດ
ໃນລະຫ່ວາງວັນທີ 17-19/9/2021 ທີມງານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ)ເມືອງໜອງແຮດ, ແຂວງຊຽງຂວາງ ໄດ້ສົມທົບກັບອົງການປົກຄອງເມືອງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລົງມອບທຶນໝູນ ວຽນ ມູນຄ່າທັງໝົດ 420,624,000 ກີບ ໃຫ້ແກ່ສະມະຊິກ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ຈໍານວນ 381 ຄົນ (ຍິງ 369) ຂອງ 35 ກຸ່ມ ກຊກ ໃນ 8 ບ້ານເປົ້າໝາຍ. ລາຍລະອຽດຂອງແຕ່ລະບ້ານ ມີດັ່ງລຸ່ມນີ້:
1.
ບ້ານແກ່ວບອນ, ກຸ່ມແກ່ວບອນ ມີສະມາຊິກ ກຊກ ທັງໝົດ 80 ຄົນ, ໄດ້ຮັບເງິນຕົ້ນທຶນໝູນວຽນ 88,320,000 ກີບ.
2.
ບ້ານຫ້ວຍລົມ, ກຸ່ມບ້ານແກ່ວບອນ ມີສະມາຊິກ ກຊກ ທັງໝົດ 40 ຄົນ, ໄດ້ຮັບເງິນຕົ້ນທຶນໝູນວຽນ 44,160,000 ກີບ.
3.
ບ້ານຫ້ວຍນາ, ກຸ່ມບ້ານແກ່ວບອນ ມີສະມາຊິກ ກຊກ 43 ຄົນ, ໄດ້ຮັບເງິນຕົ້ນທຶນໝູນວຽນ 47,472,000 ກີບ.
4.
ບ້ານຫ້ວຍແລນ, ກຸ່ມບ້ານແກ່ວບອນ ມີສະມາຊິກ ກຊກ 35 ຄົນ, ໄດ້ຮັບເງິນຕົ້ນທຶນໝູນວຽນ 38,640,000 ກີບ.
5.
ບ້ານຫ້ວຍຄ້ອງ, ກຸ່ມບ້ານພູຫົວຊ້າງ ມີສະມາຊິກ ກຊກ 61 ຄົນ, ໄດ້ຮັບເງິນຕົ້ນທຶນໝູນວຽນ 67,344,000 ກີບ.
6.
ບ້ານວັງຄຳ, ກຸ່ມບ້ານພູຫົວຊ້າງ ມີສະມາຊິກ ກຊກ 52 ຄົນ, ໄດ້ຮັບເງິນຕົ້ນທຶນໝູນວຽນ 57,408,000 ກີບ.
7.
ບ້ານຜາເພີ, ກຸ່ມບ້ານພູຫົວຊ້າງ ມີສະມາຊິກ ກຊກ 28 ຄົນ, ໄດ້ຮັບເງິນຕົ້ນທຶນໝູນວຽນ 30,912,000 ກີບ.
8.
ບ້ານຜາບ່ອງ, ກຸ່ມບ້ານພູຫົວຊ້າງ ມີສະມາຊິກ ກຊກ 42 ຄົນ, ໄດ້ຮັບເງິນຕົ້ນທຶນໝູວຽນ 46,368,000 ກີບ.
ໃຫ້ກຽດເຂົ້າຮ່ວມພິທີມອບຮັບທຶນໝູນວຽນໃນຄັ້ງນີ ໂດຍ ທ່ານ ຄຳແພງ ສີສົມພູ, ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງ, ປະທານຊີ້ນຳວຽກງານ ທລຍ ຂັ້ນເມືອງ ພ້ອມດ້ວຍອົງການປົກຄອງບ້ານ ຂອງ 8 ບ້ານເປົ້າໝາຍ. ໃນພິທີດັ່ງກ່າວ ທ່ານ ຄຳແພງ ສີສົມພູ ໄດ້ໂອ້ລົມຕໍ່ສະມະຊິກ ກຊກ ແຕ່ລະບ້ານ ໂດຍເນັ້ນໜັກໃຫ້ນຳໃຊ້ທຶນໝູນວຽນນີ້ ໃສ່ກິດຈະກໍາການປູກ-ການລ້ຽງ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ໃຫ້ເອົາໃຈໃສ່ຕໍ່ລະບຽບການຄູ້ມຄອງກອງທຶນ ກຊກ ຢ່າງເຂັ້ມງວດ.
ມາຮອດປະຈຸບັນນີ້ ທລຍ ເມືອງໜອງແຮດ ໂດຍຮ່ວມກັນກັບອົງການປົກຄອງເມືອງດັ່ງກ່າວ ໄດ້ມອບເງິນທຶນໝູນວຽນໃຫ້ແລ້ວ 29 ບ້ານ, ສ່ວນທີ່ເຫຼືອ 7 ບ້ານ (ບ້ານເປົ້າໝາຍທັງໝົດ 36 ບ້ານ) ຈະສືບຕໍ່ລົງມອບໃຫ້ສຳເລັດພາຍໃນເດືອນກັນຍາ 2021 ນີ້.