ມອບເງິນຕົ້ນທຶນໝູນວຽນ 99 ລ້ານກວ່າກີບ ໃຫ້ສະມາຊິກ ກຊກ ບ້ານຖໍ້າໄຊ
ໂດຍ: ເກົາວື່ ໝອກພູຂຽວ, ຫົວໜ້າທີມ ທລຍ ເມືອງໜອງແຮດ
ໃນວັນທີ 23 ພະຈິກ 2021 ທີມງານ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງໜອງແຮດ, ແຂວງຊຽງຂວາງ ໂດຍສົມທົບກັບ ອົງການປົກຄອງເມືອງ, ຫົວໜ້າ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ຜູ້ປະສານງານ ທລຍ ຝ່າຍລັດຂັ້ນເມືອງ ໄດ້ລົງມອບເງິນຕົ້ນທຶນໝູນວຽນ ໃຫ້ສະມະຊິກ ກຊກ ບ້ານຖ້ຳໄຊ, ເມືອງໜອງແຮດ, ແຂວງຊຽງຂວາງ ຊຶ່ງມີກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) 6 ກຸ່ມ, ປະກອບດ້ວຍສະມະຊິກ ກຊກ ທັງໝົດ 90 ຄົນ, ຍິງ 89 ຄົນ.
ການມອບເງິນຕົ້ນທຶນໝູນວຽນໃຫ້ສະມາຊິກ ກຊກ ບ້ານຖໍ້າໄຊ ໃນຄັ້ງນີ້ ເປັນມູນຄ່າທັງໝົດ 99.360.000 ກີບ ໂດຍການເປັນປະທານ ຂອງ ທ່ານ ຄຳແພງ ສີສົມພູ, ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງໜອງແຮດ, ປະທານຄະນະຊິ້ນຳ ທລຍ ເມືອງໜອງແຮດ ແລະ ເຂົ້າຮ່ວມເປັນສັກຂີພະຍານຂອງຄະນະພັກຮາກຖານບ້ານ, ຕາງໜ້າສະມະຊີກ ກຊກ ບ້ານດັ່ງກ່າວ ຈໍານວນທັງໝົດ 24 ຄົນ, ຍິງ 23 ຄົນ. ການເຂົ້າຮ່ວມຮັບເງິນຕົ້ນທຶນຄັ້ງນີ້ໄດ້ປະຕິບັດຕາມມາດຕະການຮັກສາໄລຍະຫ່າງ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19 ກຳລັງລະບາດຢ່າງເຄັ່ງຄັດ.
ໃນພິທີມອບເງິນຕົ້ນທຶນໝູນວຽນໃນຄັ້ງນີ້, ທ່ານ ຄໍາແພງ ສີສົມພູ ໄດ້ມີຄໍາຄິດຄໍາເຫັນໂອ້ລົມກັບ ສະມະຊິກ ກຊກ ບ້ານດັ່ງກ່າວ ໂດຍກ່າວວ່າ ຜ່ານມາ ເຫັນວ່າ ບ້ານຖ້ຳໄຊ ມີມູນເຊື້ອ ແລະ ຄວາມຮູ້ໃນການຄູ້ມຄອງບໍລິຫານກອງທຶນ ກຊກ ຫຼາຍສົມຄວນ. ແຕ່ເພື່ອຮັບປະກັນວ່າເງິນຕົ້ນທຶນໝູນວຽນທີ່ ທລຍ ສະໜັບສະໜູນໃນຮອບທີ່ສອງນີ້ ມີການຄູ້ມຄອງ-ບໍລິຫານກອງທຶນ ທີ່ມີປະສິດທິພາບ ແລະ ເກີດດອກອອກຜົນ ຂໍໃຫ້ສະມາຊິກ ກຊກ ມີຄວາມສາມັກຄີກັນພາຍໃນ, ເອົາໃຈໃສ່ຕໍ່ລະບຽບການຄູ້ມຄອງກອງທຶນ ຢ່າງເຂັ້ມງວດ. ພ້ອມກັນນັ້ນ, ກໍໃຫ້ນຳເອົາຄວາມຮູ້, ຄວາມສາມາດທີ່ມີ ໄປແບ່ງປັນໃຫ້ແກ່ກຸ່ມ ກຊກ ອື່ນໆ ທີ່ກຳລັງຈັດຕັ້ງປະຕິບັດຢູ່ 36 ບ້ານເປົ້າໝາຍຂອງໂຄງການ ທລຍ ໃນເມືອງໜອງແຮດ ໃຫ້ມີຜົນສໍາເລັດຢ່າງແທ້ຈິງ.