ທລຍ ປະກອບສ່ວນເຂົ້າ
ໃນການປັບປຸງວຽກງານໂພຊະນາການ ຢູ່ 4 ແຂວງ ພາກເໜືອ ຂອງລາວ
ໂດຍ: ແສງເພັດ ວັນນະວົງ, ຫົວໜ້າພະແນກໂພຊະນາການ ແລະ ພັດທະນາຊຸມຊົນ
ຢູ່ໃນກອງປະຊຸມປະຈຳປີ 2021 ຂອງແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຈາກຫຼາຍຂະແໜງການ ເພື່ອປັບປຸງວຽກງານໂພຊະນາການ ຢູ່ 4 ແຂວງພາກເໜືອຂອງລາວ, ທີ່ຈັດຂຶ້ນໃນວັນທີ 31/1 -1/2/2022, ທີ່ແຂວງອຸດົມໄຊ. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີ, ກຜທ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ, ຮອງເຈົ້າແຂວງໆອຸດົມໄຊ ພ້ອມກັບການເຂົ້າຮ່ວມຂອງທ່ານ ປອ ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ອາເລັກຊານເດີ ເຄຣັມເມີ, ຫົວໜ້າຫ້ອງການຜູ້ຕາງໜ້າທະນາຄານໂລກປະຈຳລາວ ແລະ ມີຜູ້ຕາງໜ້າຈາາກບັນດາຂະແໜງແຜນການທີ່ກ່ຽວຂ້ອງ ເຊັ່ນຂະແໜງກະສິກຳ ແລະ ປ່າໄມ້, ສາທາລະນະສຸກ ແລະ ຂະແໜງໂຍທາທິການແລະຂົນສົ່ງ ນັບແຕ່ຂັ້ນສູນກາງ, 4 ແຂວງ ແລະ 12 ເມືອງເປົ້າ ໝາຍຂອງແຜນງານເຂົ້າຮ່ວມ.
ຢູ່ໃນກອງປະຊຸມດັ່ງກ່າວ ທລຍ ໄດ້ລາຍງານຜົນສຳເລັດໃນໄລຍະ ປີ 2021 ຜ່ານມາດັ່ງນີ້:
Ø
ວຽກງານປັບປຸງຊີວິດການເປັນຢູ່:
-
ໄດ້ການສ້າງຕັ້ງກຸ່ມຊ່ວຍເຫຼືອກັນ (ກຊກ) 971 ກຸ່ມ, ມີສະມາຊິກ 11.816 ຄົນ, ໃນນັ້ນເປັນຍິງ 91%, ເປັນຊົນເຜົ່າ 60% ແລະ ເປັນຄອບຄົວທຸກຍາກ 57%;
-
ສາມາດລະດົມເງິນຝາກຈາກສະມາຊິກໄດ້ 1.8 ຕື້ກີບ, ສ່ວນໂຄງການໄດ້ສະໜອງເງິນຕົ້ນທຶນ 13.6 ຕຶ້ກີບ ໃຫ້ແກ່ບ້ານເປົ້າໝາຍ;
-
ສະມາຊິກ ຫຼາຍກວ່າ 4.854 ຄົນໄດ້ຮັບເງິນກູ້ຢືມ 8.57 ຕື້ກີບ ເພື່ອນໍາໄປລົງທຶນໃສ່ກິດຈະກໍາສ້າງລາຍຮັບ ແລະປັບປຸງຊີວິດການເປັນຢູ່ ກໍຄືປັບປຸງໂພຊະນາການພາຍໃນຄອບຄົວຂອງເຂົາເຈົ້າ.
Ø
ວຽກສົ່ງເສີມໂພຊະນາການ:
-
ມາຮອດປະຈຸບັນ ມີສະມາຊິກ 10.010 ຄົນ ທີ່ເຂົ້າເປັນສະມາຊິກກຸ່ມເປົ້າໝາຍ ກພກ ເພື່ອຮຽນຮູ້ກ່ຽວກັບໂພຊະນາການຂອງແມ່ແລະເດັກ;
-
ໃນປີ 2021 ໄດ້ຈັດກອງປະຊຸມຈໍານວນ 6.353 ຄັ້ງ, ມີຜູ້ເຂົ້າຮ່ວມ 250.878 ຄົນ ເທື່ອຄົນ; ໄດ້ສາຍວິດິໂອ ກ່ຽວກັບໂພຊະນາການໃຫ້ສະມາຊິກເບີ່ງຈຳນວນ 1.911 ເທື່ອເລື່ອງ;
-
ທລຍ ໄດ້ສະໜອງງົບປະມານສົມທົບ ເຂົ້າໃນການແຕ່ງອາຫານ ໃຫ້ແກ່ແມ່ ແລະ ເດັກ ຈຳນວນ 1.06 ຕື້ກີບ; ຊຸມຊົນໄດ້ປະກອບສ່ວນ ວັດຖຸດິບ ເຂົ້າໃນການແຕ່ງກິນຂອງແມ່ ແລະ ເດັກ ຄິດເປັນມູນຄ່າປະມານ 106 ລ້ານກີບ ຫຼື ເທົ່າກັບ 18.5% ຂອງມູນຄ່າທັງໝົດ;
-
ໄດ້ຜະລິດແປ້ງອາຫານບົດສຳລັບເດັກ ຈຳນວນ 4.4 ໂຕນ, ໃນນັ້ນໄດ້ນໍາເອົາໄປແຕ່ງຢູ່ເຮືອນ ຈຳນວນ 371 ກິໂລ.
Ø
ວຽກກໍ່ສ້າງໂຄງລ່າງພື້ນຖານ:
-
ໃນປີ 2021 ໄດ້ຮັບຮອງເອົາ 173 ກິດຈະກຳກໍ່ສ້າງໂຄງລ່າງພື້ນຖານ, ໂດຍ ທລຍ ຈະສະໜອງງົບປະມານ ຈຳນວນ 24.6 ຕື້ກວ່າກີບ ເພື່ອຮັບປະກັນໃຫ້ກິດຈະກໍາດັ່ງກ່າວເກີດຂຶ້ນຢ່າງເປັນຮູບປະທຳເພື່ອປັບປຸງຊີວິດການເປັນຢູ່ຂອງຄອບຄົວຢູ່ 231 ບ້ານ ທັງເປັນການປະກອບສ່ວນເພື່ອບັນລຸເປົ້າໝາຍຍຸດທະສາດແຫ່ງຊາດໂພຊະນາການຂອງລັດຖະບານເຮົາ ແຕ່ປີ 2021-2025.