ກອງປະຊຸມປຶກສາຫາລືກະກຽມຫຼັກສູດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ແກ່ ພະນັກງານ ທລຍ
ໂດຍ: ແສງອາລຸນ ພິລາຈັນ, ກະຈາຍຂໍ້ມູນ-ຂ່າວສານ ສູ່ມວນຊົນ, ທລຍ ສູນກາງ ແລະ ທອງສຸກ ທອງບັນດິດ,
ຜູ້ຮັບຜິດຊອບວຽກງານສ້າງຄວາມເຂັ້ມແຂງ.
ໃນວັນທີ 17 ກຸມພາ 2022 ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດວຽກງານສ້າງຄວາມເຂັ້ມແຂງ ຂຶ້ນຢູ່ທີ່ຫ້ອງປະຊຸມ ທລຍ ໂດຍການເປັນປະທານຂອງ ທ່ານ ປອ. ວົງປະພັນ ມະນີວົງ, ຮອງຜູ້ອໍານວຍການ ທລຍ ແລະ ມີຫົວໜ້າຂະແໜງ ແລະ ພະນັກງານວິຊາການຈາກແຕ່ລະຂະແໜງການຂອງ ທລຍ ເຂົ້າຮ່ວມທັງໝົດ 9 ທ່ານ (ຍິງ 1 ທ່ານ).
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລືການກະກຽມຫຼັກສູດການຝຶກອົບຮົມໃຫ້ພະນັກງານ ທລຍ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ. ໃນກອງປະຊຸມດັ່ງກ່າວ ໄດ້ມີການປຶກສາຫາລື ແລະ ເອກະພາບ ກ່ຽວກັບຫົວຂໍ້ໃນການຝຶກອົບຮົມ ພ້ອມທັງມອບຄວາມຮັບຜິດຊອບໃຫ້ຂະແໜງການກ່ຽວຂ້ອງ ດັ່ງລຸ່ມນີ້:
1.
ທັກສະການເປັນນັກພັດທະນາຊຸມຊົນ ແມ່ນຂະແໜງໂພຊະນາການ ແລະ ພັດທະນາຊຸມຊົນ ຮັບຜິດຊອບກະກຽມຫຼັກສູດການຝຶກອົບຮົມ ຊຶ່ງປະກອບດ້ວຍເນື້ອໃນດັ່ງນີ້:
-
ຄຸນລັກສະນະທົ່ວໄປຂອງນັກພັດທະນາຊຸມຊົນ.
-
ການສື່ສານກັບຊຸມຊົນ.
-
ບົດບາດຍິງ-ຊາຍໃນການພັດທະນາຊຸມຊົນ, ການໃຫ້ໂອກາດ ແລະ ການມີສ່ວນຮ່ວມຂອງຊຸມຊົນໃນການຈັດຕັ້ງປະຕິບັດວຽກງານຂອງ ທລຍ ຊຶ່ງຫົວຂໍ້ນີ້ຈະເຊີນຄູຝຶກຈາກພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ (ຄກມດ), ກະຊວງກະສິກໍາ ແລະ ປ່າໄມ້ ມາເປັນວິທະຍາກອນ).
-
ຄວາມຮູ້ກ່ຽວກັບຮີດຄອງປະເພນີຂອງຊົນເຜົ່າ/ຄຸນລັກສະນະຂອງແຕ່ລະຊົນເຜົ່າ.
-
ກົນໄກສະແດງຄໍາຄິດຄໍາເຫັນ ແລະ ແກ້ໄຂບັນຫາ.
2.
ການເປັນອໍານວຍຄວາມສະດວກໃຫ້ແກ່ຊຸມຊົນ ແມ່ນຂະແໜງປັບປຸງຊີວິດການເປັນຢູ່ ແລະ ກະສິກໍາ ຮັບຜິດຊອບກະກຽມຫຼັກສູດ ຊຶ່ງຈະກໍານົດລາຍລະອຽດດ້ານເນື້ອໃນ ແລະ ສົ່ງໃຫ້ຜູ້ຮັບຜິດຊອບຕາມຫຼັງ.
3.
ການເປັນຜູ້ນໍາ ແມ່ນຈະປະສານສົມທົບກັບສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ, ກະຊວງກະສິກໍາ ແລະ ປ່າໄມ້ ໂດຍຈະເຊື້ອເຊີນວິທະນາກອນຈາກສູນດັ່ງກ່າວມາຝຶກໃຫ້ ແລະ ພ້ອມນັ້ນຈະຮ່ວມກັນກໍານົດຫຼັກສູດຝຶກອົບຮົມ ລະຫວ່າງ ທລຍ ກັບ ສູນຝຶກອົບຮົມດັ່ງກ່າວ ເພື່ອຮັບປະກັນດ້ານເນື້ອໃນ, ຄຸນນະພາບ ແລະ ສອດຄ່ອງກັບເງື່ອນໄຂຈຸດພິເສດຂອງວຽກງານ.
ວິທີການຈັດຕັ້ງປະຕິບັດສໍາລັບການຝຶກອົບຮົມແຕ່ລະຫົວຂໍ້ ແມ່ນຈະຈັດແບ່ງເປັນຊຸດ ໂດຍອີງຕາມຈໍານວນຜູ້ເຂົ້າຮ່ວມ ແລະ ຈະພະຍາຍາມຈັດຝຶກອົບຮົມແບບເຊິ່ງໜ້າ ເພື່ອຮັບປະກັນດ້ານຄຸນນະພາບ ແລະ ປະຕິບັດມາດຕາການຮັກສາໄລຍະຫ່າງ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19. ສໍາລັບວັນເວລາທີ່ຈະຈັດຝຶກອົບຮົມແຕ່ລະຫົວຂໍ້ ແມ່ນຈະວາງແຜນໃຫ້ແທດເໝາະກັບຄວາມຕ້ອງການຕົວຈິງຂອງແຕ່ລະໜ້າວຽກ ໂດຍອີງໃສ່ແຜນການຈັດຕັ້ງປະຕິບັດປະຈໍາປີ 2022 ໂດຍຈະເນັ້ນຈັດໃສ່ໃນຊ່ວງເວລາຮັບ ແລະ ຝຶກອົບຮົມ ໃຫ້ພະນັກງານຂັ້ນບ້ານ ທີ່ຈະຮັບເຂົ້າມາໃໝ່ ໃນງວດທີ 2.