ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ ທລຍ ຢູ່ບ້ານເປົ້າໝາຍຊຸດທີ 1
ແລະ ວາງແຜນສໍາລັບບ້ານເປົ້າໝາຍຊຸດທີ 2 ຢູ່ເມືອງກວັນ
ໂດຍ: ນີຄຳ ບຸນເລີງທອງ, ຫົວໜ້າທີມ ທລຍ ເມືອງກວັນ, ແຂວງຫົວພັນ
ໃນຕອນເຊົ້າຂອງວັນທີ 6 ກັນຍາ 2022 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງກວັນ, ແຂວງຫົວພັນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ ທລຍ ຢູ່ບ້ານເປົ້າໝາຍຊຸດທີ 1 ແລະ ວາງແຜນສໍາລັບບ້ານເປົ້າໝາຍຊຸດທີ 2 ຂຶ້ນທີ່ຫ້ອງປະຊຸມ ກຸ່ມຫ້ອງການເສດຖະກິດເມືອງກວັນ ພາຍໃຕ້ການເປັນປະທານຂອງ ທ່ານໄມແປ້ນ ພອນທະລາ, ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງ-ເມືອງກວັນ ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ຄີ່ນ ທຸມມາລາ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ແລະ ມີບັນດາທ່ານຫົວໜ້າຫ້ອງການກ່ຽວຂ້ອງຂັ້ນເມືອງ, ທີມງານ ທລຍ ຂັ້ນເມືອງ ແລະ ທລຍ ຂັ້ນບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ນີຄຳ ບຸນເລີງທອງ, ຫົວໜ້າຫ້ອງການ ທລຍ ເມືອງກວັນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງໂຄງການ ທລຍ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ ຊຶ່ງໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານຢູ່ບ້ານເປົ້າໝາຍຊຸດທີ 1 ຊຶ່ງມີທັງໝົດ 15 ບ້ານ, ປະກອບມີຄົວເຮືອນທັງໝົດ 1.061 ຄົວເຮືອນ, ຄົວເຮືອນທຸກຍາກມີ 845 ຄົວເຮືອນ, ມີພົນລະເມືອງທັງໝົດ 4.812 ຄົນ, ຍິງ 2.357 ຄົນ ໂດຍໄດ້ຈັດຕັ້ງປະຕິບັດກິດຈະກໍາປັບປຸງຊິວິດການເປັນຢູ່, ສົ່ງເສີມໂພຊະນາການ, ແລະ ການກໍ່ສ້າງຟື້ນຖານໂຄງລ່າງຂະໜາດນ້ອຍ 11 ໂຄງການ ມີມູນຄ່າທັງໝົດ 1.5 ຕື້ກີບ ໃນນັ້ນ ຊຸມຊົນປະກອບສ່ວນລວມເປັນເງິນທັງໝົດ 130 ລ້ານກວ່າກີບ. ພ້ອມດຽວກັນນັ້ນ, ກໍໄດ້ແນະນຳກ່ຽວກັບໂຄງການ ທລຍ 3 ທີ່ຈະຈັດຕັ້ງປະຕິບັດຢູ່ບ້ານເປົ້າໝາຍຊຸດທີ 2 ນັບແຕ່ປິ 2022-2024. ບ້ານເປົ້າໝາຍຊຸດທີ 2 ຢູ່ເມືອງກວັນ ປະກອບມີ 22 ບ້ານ ຄື: ບ້ານສົບກັງ, ບ້ານພຽງໂພ, ບ້ານສັນໂຮມ, ບ້ານສົບສານ, ບ້ານແກ້ງກໍ້, ບ້ານຫ້ວຍເຮັງ, ບ້ານວິຊ້າຍ, ບ້ານນ້ຳປາດ, ບ້ານປ່າຂົມ (ໂຮມພັນ), ບ້ານຫ້ວຍຈືນ, ບ້ານຍອດປ້າວ, ບ້ານສັນຄູນ, ບ້ານທ່າຄວາຍ, ບ້ານສຸມລວງ, ບ້ານໜອງແຫວນ, ບ້ານລ້ອງກວ້າງ, ບ້ານຫ້ວຍອັງ, ບ້ານປ່າກ່າ, ບ້ານເມືອງກວັນ, ບ້ານນາໜັງ, ບ້ານ ຫ້ວຍສະມັດ ແລະ ບ້ານປຸງຖາກ.