ປະກາດຮັບສະໝັກພະນັກງານ-Request for Expression of Interest (REOI) ຕຳແໜ່ງ: ອາສາສະໝັກຂັ້ນບ້ານ: ວຽກປັບປຸງຊີວິດການເປັນຢູ່

Country: 
Lao PDR
Project: 
ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ
Position Description: 
ປັບປຸງຊີວິດການເປັນຢູ່, ໃນບ້ານເປົ້າໝາຍຂອງໂຄງການ
Grant No.: 
IDA No.673580-LA ແລະ IDA No.73590-LA
Project No.: 
P178545
Date of Issue: 
Thursday, July 11, 2024
Closing Date: 
Thursday, July 25, 2024

ກະຊວງກະສິກຳ ແລະ ປ່າໄມ້

 ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ

 ເງິນກູ້ເລກທີ: IDA No.673580-LA ແລະ IDA No.73590-LA, ລະຫັດໂຄງການ. P178545

 ປະກາດຮັບສະໝັກພະນັກງານ-Request for Expression of Interest (REOI)

 ຕຳແໜ່ງ: ອາສາສະໝັກຂັ້ນບ້ານ

 ຮັບຜິດຊອບວຽກປັບປຸງຊີວິດການເປັນຢູ່, ໃນບ້ານເປົ້າໝາຍຂອງໂຄງການ

 ຈຳນວນ 5-13 [ບ້ານ / ຕຳແໜ່ງ

 ບ່ອນປະຈຳແມ່ນຫ້ອງການກຸ່ມບ້ານ. ຈຳນວນ 34 ຕໍາແໜ່ງ ໃນ 14 ເມືອງ ໃນ 7 ແຂວງ

 1.     ລັດຖະບານ ສປປ ລາວ ໄດ້ຮັບທືນກູ້ຢືມ ຈາກສະມາຄົມພັດທະນາສາກົນ (IDA) ຂອງທະນາຄານໂລກ ເພື່ອຈັດຕັ້ງປະຕິບັດໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ແລະ ມີຈຸດປະສົງທີ່ຈະນຳໃຊ້ທຶນສ່ວນໜຶ່ງ ເຂົ້າໃນການຮັບສະໝັກອາສາສະມັກຂັ້ນບ້ານ ເພື່ອມາປະຈຳຢູ່ຫ້ອງການກຸ່ມບ້ານ ໃນແຕ່ລະເມືອງເປົ້າໝາຍຂອງໂຄງການ ດັ່ງນີ້:

 v  ຕຳແໜ່ງ: ອາສາສະໝັກຂັ້ນບ້ານ ຮັບຜິດຊອບວຽກປັບປຸງຊີວິດການເປັນຢູ່, ຜູ້ໜຶ່ງຈະຮັບຜິດຊອບ 5-13 ບ້ານເປົ້າໝາຍຂອງໂຄງການ, ບ່ອນປະຈຳແມ່ນຫ້ອງການກຸ່ມບ້ານ. ອາສາສະໝັກຂັ້ນບ້ານທັງຫມົດທີ່ຕ້ອງການ ມີຈຳນວນ 34 ຕໍາແໜ່ງ ສໍາລັບ 14 ເມືອງເປົ້າໝາຍ ຂອງໂຄງການ ໃນ 7 ແຂວງລະອຽດດັ່ງນີ້:

 1)     ແຂວງ ຜົ້ງສາລີ

 -          ເມືອງ ຜົ້ງສາລີ         2 ຕໍາແໜ່ງ 

 -          ເມືອງ ຍອດອູ          2 ຕໍາແໜ່ງ    

 2)    ແຂວງ ອຸດົມໄຊ

 -          ເມືອງ ງາ               2 ຕໍາແໜ່ງ 

 -          ເມືອງ ປາກແບງ       2 ຕໍາແໜ່ງ

 3)    ແຂວງ ຫົວພັນ    

 -          ເມືອງ ແອດ            4 ຕໍາແໜ່ງ (ໃນນັ້ນມີ 1 ຕໍາແໜ່ງ ຮັບຜິດຊອບບ້ານເປົ້າໝາຍ ຢູ່ ເມືອງ ຊ່ອນ)

 -          ເມືອງ ກວັນ           2 ຕໍາແໜ່ງ

 4)    ແຂວງ ຊຽງຂວາງ     

 -          ເມືອງ ໜອງແຮດ      2 ຕໍາແໜ່ງ

 -          ເມືອງ ພູກູດ           2 ຕໍາແໜ່ງ

 5)    ແຂວງ ສະຫວັນນະເຂດ

 -          ເມືອງ ເຊໂປນ4 ຕໍາແໜ່ງ  

 -          ເມືອງ ນອງ            4 ຕຳແໜ່ງ 

 6)    ແຂວງ ສາລະວັນ

 -          ເມືອງ ຕະໂອ້ຍ         2 ຕໍາແໜ່ງ

 -          ເມືອງ ສະໝ້ວຍ       2 ຕຳແໜ່ງ

 7)    ແຂວງ ເຊກອງ

 -          ເມືອງ ດາກຈຶງ         2 ຕໍາແໜ່ງ 

 -          ເມືອງ ກະລຶມ          2 ຕໍາແໜ່ງ

 2.    ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ຂໍເຊີນຜູ້ທີ່ສົນໃຈ ທີ່ມີຄູນສົມບັດຄົບຖ້ວນຖືກຕ້ອງຕາມເງື່ອນໄຂ ທີ່ໄດ້ກຳນົດໄວ້ຂ້າງລຸ່ມ ໃຫ້ຍື່ນເອກະສານສະໝັກດ້ວຍຕົນເອງ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 4.

 v  ຂໍ້ກຳນົດເງື່ອນໄຂເບື້ອງຕົ້ນ ຂອງຜູ້ສະໝັກທີ່ສາມາດຍື່ນສະໝັກໄດ້ ປະກອບມີດັ່ງນີ້:

 -       ລະດັບທາງດ້ານການສຶກສາ: ຕ້ອງຮຽນຈົບຊັ້ນສູງຂື້ນໄປ ໃນສາຂາດ້ານກະສິກຳ, ດ້ານປ່າໄມ້, ດ້ານການລ້ຽງສັດ ແລະ ການພັດທະນາຊຸມຊົນ;

 -       ຕ້ອງຮູ້ ແລະ ມີປະສົບການ ໃນວຽກງານການປັບປຸງຊີວິດການເປັນຢູ່,ກິດຈະກໍາການສ້າງລາຍຮັບ, ການສ້າງຕັ້ງ ແລະ  ການຄຸ້ມຄອງກຸ່ມຕ່າງໆ;

 -       ມີທັກສະທາງດ້ານການສື່ສານທາງສັງຄົມ, ການປະສານງານກັບອຳນາດການປົກຄອງທ້ອງຖິ່ນ, ເຮັດວຽກນຳແມ່ຍິງ ແລະ ຊົນເຜົ່າຕ່າງໆ;

 -       ມີທັກສະ ໃນການນໍາໃຊ້ຄອມພິວເຕີຂັ້່ນພື້ນຖານ;

 -       ຮູ້ພາສາທ້ອງຖິ່ນ (ພາສາຊົນເຜົ່າ) ຂອງບ້ານ ທີ່ຈະໄດ້ຮັບຜິດຊອບ ຈະເປັນການດີ;

 -       ສາມາດເດີນທາງໄປເຮັດວຽກ ແລະ ພັກເຊົາ ຢູ່ບ້ານເປົ້າໝາຍໂຄງການ ທີ່ຈະໄດ້ຮັບຜິດຊອບ;

 -       ຕ້ອງມີໃບອະນຸຍາດຂັບຂີ່ລົດຈັກ.

 v  ເອກະສານຍື່ນສະໝັກ ຕ້ອງປະກອບມີ:

 -     ໃບຄຳຮ້ອງຍື່ນສະໝັກງານ

 -     ຊິວະປະຫວັດ: ໃຫ້ລະບຸລະອຽດ ຊື່ ແລະ ນາມສະກຸນ, ເບີໂທລະສັບທີ່ສາມາດຕິດຕໍ່ໄດ້, ອາຍຸ, ຕຳແໜ່ງທີ່ສະໝັກ, ສະຖານທີ່ ທີ່ສະເໜີເຂົ້າປະຈຳການ (ຊື່ເມືອງ, ແຂວງ) ແລະ ລາຍຊື່ ແລະ ເບີໂທ ຂອງຜູ້ສາມາດຢັ້ງຢືນຊີວະປະຫວັດຂອງທ່ານໄດ້ ຈຳນວນ 03 ທ່ານ ເພື່ອທາງໂຄງການສາມາດສອບຖາມໄດ້. ພ້ອມຮູບຖ່າຍຂອງຜູ້ສະໝັກ;

 -     ສຳເນົາເອກະສານຕ່າງໆທີ່ກ່ຽວຂ້ອງ ເຊັ່ນ: ໃບປະກາດຮຽນຈົບ, ໃບຜ່ານການຝຶກອົບຮົມຕ່າງໆ, ໃບຜ່ານການເຮັດວຽກຜ່ານມາ (ຖ້າມີ), ສຳມະໂນຄົວ ຫລື ບັດປະຈຳຕົວ, ໃບແຈ້ງໂທດ, ໃບຂັບຂີ່ ແລະ ອື່ນໆທີ່ເຫັນວ່າຈຳເປັນ.

 3.    ຂໍ້ມູນເພີ່ມເຕີມ ລວມທັງຂໍ້ກຳນົດເງື່ອນໄຂການອ້າງອີງຕ່າງໆ ທ່ານສາມາດພົວພັນເອົາໄດ້ ໃນເວລາເຮັດວຽກ ນັບແຕ່ເວລາ 08:00 ໂມງ ຫາ 16:00 ໂມງ, ແຕ່ວັນຈັນ ເຖິງ ວັນສຸກ ທີ່ຫ້ອງການໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ, ຕັ້ງຢູ່ໃນຫ້ອງວ່າການລັດຖະບານ, ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ໂທ: 261479 ຫລື ເຂົ້າເບິ່ງໃນເວັບໄຊ໌ ຂອງໂຄງການໄດ້ທີ່: http://www.prflaos.org/vacancy.

 4.    ເອກະສານຍື່ນສະໝັກ ຕ້ອງສົ່ງເປັນລາຍລັກອັກສອນ ດ້ວຍຕົນເອງ ໃຫ້ຫ້ອງການໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ປະຈຳຢູ່ແຕ່ລະເມືອງເປົ້າໝາຍ ຂອງໂຄງການ ຫລື ທາງອີເມວ ຕາມທີຢູ່ Email:  info.yg@clearlaos.org. ຫ້ອງການໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ, ນະຄອນຫລວງວຽງຈັນ ຈະພົວພັນຫາຜູ້ທີ່ຖືກຄັດເລືອກທີ່ເໝາະສົມທີ່ສຸດ ທາງອີເມວ ຫລື ທາງໂທລະສັບ ພາຍຫລັງທີ່ໄດ້ຮັບອະນຸມັດເປັນທາງການ ຈາກທະນາຄານໂລກ (ຜູ້ໃຫ້ທຶນ), ວັນທີປິດຮັບເອກະສານຍື່ນສະໝັກ ແມ່ນວັນທີ 25 ກໍລະກົດ 2024, ເວລາ 16:00 ໂມງ.

 ນະຄອນຫລວງວຽງຈັນ, ວັນທີ 11 ກໍລະກົດ 2024