ຊຸມຊົນເປັນເຈົ້າການກໍ່ສ້າງໂຮງຮຽນປະຖົມ 3 ຫອ້ງ
ໂດຍ: ເສລີພອນ ອິນຕາ
ບ້ານດອນບຸ່ງ ເປັນບ້ານຊົນເຜົ່າກະຕາງ ແລະ ເປັນບ້ານໜຶ່ງທີ່ຂື້ນກັບ ກຸ່ມກະແຫຼງ ຫຼື ຂື້ນກັບ10 ບ້ານທີ່ນອນໃນເທບສະບານເມືອງແຕ່ເປັນບ້ານຍັງທຸກຍາກກ່ວາໝູ່ ຖ້າທຽບໃສ່ 10 ບ້ານທີ່ນອນໃນກຸ່ມ, ມີພົນລະເມືອງທັງໝົດ 497 ຄົນ, ຍິງ 255 ຄົນ, ມີ 97 ຄອບຄົວ, ໃນໄລຍະຜ່ານມາ ບ້ານດັ່ງກ່າວນີ້ ຍັງບໍ່ທັນໄດ້ຮັບການຊ່ວຍເຫຼືອຈັກເທື່ອ, ດ່ັງນັ້ນ, ໃນຮອບວຽນທີ13 ທລຍ ຈຶ່ງໃຫ້ການຊ່ວຍເຫຼືອ ໂຄງການກໍ່ສ້າງໂຮງຮຽນປະຖົມ 3 ຫອ້ງ, ເຊີ່ງປະຈຸບັນແມ່ນ ຢູ່ໃນໄລຍະກະກຽມການກໍ່ສ້າງ. ສະນັ້ນຊຸມຊົນຈຶ່ງໄດ້ມີສ່ວນຮ່ວມໃນການປະກອບສ່ວນໄມ້ ແລະ ແຮງງານອື່ນໆ ເຂົ້າໃນການກໍ່ສ້າງໂຮງຮຽນເຊັ່ນ: ໄມ້ໂຄງຫຼັງຄາ, ໄມ້ແບບ, ໄມ້ຄໍ້າແບບ, ຂຸດຂຸມເສົາ ຕມ, ດິນຖົມພື້ນ, ອະນາໄມພື້ນທີ່ອື່ນໆ ຊຶ່ງລວມມູນຄ່າຂອງໄມ້ທີ່ປະກອບສ່ວນທັງໝົດແມ່ນ.25,970,000..ກີບ. ຖ້າຈະຄິດໄລ່ຄ່າແຮງງານປະກອບສ່ວນໃນການກະກຽມສະຖານທີ່ ແລະ ດ້ານອື່ນໆ ກໍຈະມີມູນຄ່າເພີ່ມຫລາຍຂື້ນຕື່ມອີກ ເພາະຄ່າແຮງງານນັ້ນ ອີງຕາມຄ່າແຮງງານຮັບຈ້າບທົ່ວໄປພາຍໃນເມືອງ ແມ່ນ ປະມານ 40,000 ຫາ 50,000 ກີບ ຕໍ່ຄົນ ຕໍ່ມື້.
ການປະກອບສ່ວນດັ່ງກ່າວນັ້ນ ທາງບ້ານໄດ້ມີຄວາມເອົາໃຈໃສ່ຢ່າງຫ້າວຫັນ ເພາະໂຄງການນີ້ ແມ່ນມາຈາກຄວາມຕ້ອງການຂອງປະຊາຊົນແທ້ໆ ເຂົາເຈົ້າຈຶ່ງ ສາ ມາດປະກອບສ່ວນໄມ້ໄດ້ຕາມລາຍການ ແລະ ທ່ວງທັນກັບເວລາການກໍ່ສ້າງ, ຍ້ອນວ່າ ທ່ານ ບຸນລອງ ເລຂາຄະນະພັກບ້ານ ນາຍບ້ານໆດອນບຸ່ງ ໂດຍສົມທົບກັບອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ມີການວາງແຜນຈັດຕັ້ງປະຕິບັດວຽກງານພາຍໃນບ້ານຢ່າງລະອຽດ ພອ້ມກັນນັ້ນຍັງໄດ້ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຄົວເຮືອນ ຕາມລາຍການ ຂອງໄມ້ ທີ່ຈະປະກອບສ່ວນ ໃນຄະນະດຽວກັນກໍໄດ້ວາງກຳນົດເວລາຢ່າງຊັດເຈັນ ເພື່ອຮັບປະກັນໃຫ້ວຽກງານສຳເລັດກ່ອນຈະເລີ້ມລົງມືກໍ່ສ້າງ.
ມາຮອດປະຈຸບັນນີ້ ເຫັນວ່າການປະກອບສ່ວນໄມ້ດັ່ງກ່າວແມ່ນສຳເລັດຕາມຄາດໝາຍ ແລະ ພອ້ມແລ້ວທີ່ຈະລົງມືດໍາເນີນການກໍ່ສ້າງ ເພາະການປະກອບສ່ວນດັ່ງກ່າວແມ່ນມາຈາກຄວາມສະມັກໃຈຂອງຊຸມຊົນ ເນື່ອງຈາກເຂົາຄິດວ່າໂຄງການກໍ່ສ້າງໂຮງຮຽນຂອງບ້ານດອນບຸ່ງບໍ່ແມ່ນໂຄງການຂອງເຂົາເຈົ້າເອງ ແລະ ລູກຫລານຂອງເຂົາເຈົ້າຈະເປັນຈະເປັນຜູ້ຊົມໃຊ້. ນອກຈາກນັ້ນ ໃນເວລາມີກອງປະຊຸມບ້ານ ແລະ ມີງານຕ່າງໆພາຍໃນບ້ານ ເຂົາເຈົ້າຍັງຈະໄດ້ນໍາໃຊ້ ໂຮງຮຽນແຫ່ງນີ້ເປັນສະຖານທີ່ຈັດງານຕ່າງໆ, ປະຊຸມບ້ານ ແລະ ອື່ນໆອີກດ້ວຍ. ຕໍ່ກັບການປະກອບສ່ວນ ທີ່ຫ້າວຫັນ ແລະ ການເຮັດວຽກທີ່ມີແບບແຜນດັ່ງກ່າວນັ້ນ ສະແດງໃຫ້ເຫັນວ່າ ອໍານາດການປົກຄອງບ້ານມີຄວາມເຂັ້ມແຂງ ສາມາດເປັນຕົວແບບໃຫ້ແກ່ບ້ານອື່ນໆ ທີ່ໄດ້ຮັບໂຄງການຊ່ວຍເຫຼືອຈາກລົດຖະບານ, ອົງການຈັດຕັ້ງຜູ້ໃຫ້ທຶນອື່ນໆ ເວົ້າລວມ, ເວົ້າສະເພາະ ແມ່ນ ທລຍ. ການກໍ່ສ້າງ ໂຮງຮຽນດັ່ງກ່າວນີ້ ອໍານາດການປົກຄອງ ແລະ ປະຊາຊົນບ້ານບຸ່ງດອນບຸ່ງ ຍັງໄດ້ວາງກໍານົດເວລາໃນການກໍ່ສ້າງໄວ້ວ່າ ຈະໃຫ້ສໍາເລັດກອ່ນລະດູຝຢນທີ່ຈະມາເຖິງ.