ທລຍ ເມືອງຕະໂອ້ຍສໍາເລັດການຈັດຊື້-ຈັດຈ້າງ ຮອບວຽນ 13 (ສົກປີ 2016-2017)
ໂດຍ: ທລຍ ເມືອງຕະໂອ້ຍ
ໃນວັນທີ 21 ເມສາ 2016 ທລຍ ເມືອງຕະໂອ້ຍ ໄດ້ຈັດກອງປະຊຸມເປີດຊອງປະມູນໂຄງການຍ່ອຍຮອບວຽນທີ 13 (ສົກປີ 2016-2017) ຮ່ວງທຶນທະນາຄານໂລກ (IDA) ໂດຍພາຍໃຕ້ການເປັນປະທານຂອງ ທ່ານບຸນເຮືອງ ວຽງມະນີ, ຄະນະປະຈຳພັກເມືອງຮອງເຈົ້າເມືອງຯຕະໂອ້ຍ ທັງເປັນຜູ້ຊີ້ນຳວຽກງານ ທລຍ ເມືອງຕະໂອ້ຍ ແລະ ການເຂົ້າຮ່ວມຂອງຄະນະກຳມະການປະມູນຂັ້ນບ້ານແລະຂັ້ນກຸ່ມ ໂດຍການເປັນສັກຂີພະຍານຂອງຫົວໜ້າຫ້ອງ ການອ້ອມຂ້າງເມືອງ, ຫົວໜ້າກຸ່ມບ້ານແລະບ້ານທີ່ໄດ້ຮັບໂຄງການຍ່ອຍ ພ້ອມດ້ວຍບໍລິສັດແລະ ຜູ້ປະກອບການທຸລະກິດທີ່ມີຄວາມສົນໃຈ ລວມ ຜູ້ເຂົ້າຮ່ວມທັງໝົດມີຈຳນວນ 30 ທ່ານ .ຍີງ 04 ທ່ານ.
ສໍາລັບເມືອງຕະໂອ້ຍໄດ້ຮັບທຶນຊ່ວຍເຫລືອຈາກກອງທຶນຫລຸດຜ່ອນຄວາມທຸກຍາກ (ຮ່ວງທຶນທະນາຄານໂລກ (IDA) ຮອບວຽນ13 (ສົກປີ 2016-2017)ມີ 03 ໂຄງການທີ່ຄະນະກຳມະ ການປະມູນຂັ້ນບ້ານແລະຂັ້ນກຸ່ມ ໄດ້ເປັນເຈົ້າການເປີດຊອງປະມູນໃນຄັ້ງນີ້ປະກອບມີ:ໂຄງການກໍ່ສ້າງຂົວ ແລະ ທໍ່ບ້ານປະເຕມ, ກຸ່ມດູບ ແມ່ນ ບໍລິສັດ ພີພີແອວເປັນຜູ້ຊະນະການປະມູນດ້ວຍມູນຄ່າ371,647,623ກີບ, ໂຄງການກໍ່ສ້າງຂົວແລະທໍ່, ບ້ານ ໂຈະໃຕ້, ກຸ່ມ ໂຈະ ແມ່ນບໍລິສັດພີພີແອວເປັນຜູ້ຊະນະການປະມູນດ້ວຍມູນຄ່າ 369,305,200ກີບໂຄງການກໍ່ສ້າງສຸກສາລາ, ບ້ານ ສ້ອມຕາມ, ກຸ່ມ ຕະປືນ ແມ່ນບໍລິສັດເປັນຜູ້ຊະນະການປະມູນ ດ້ວຍມູນຄ່າ291,961,284ກີບ.
ເຖິງແນວໃດກໍດີ ທັງ 3 ໂຄງການຍ່ອຍທີ່ໄດ້ເປີດຊອງປະມູນໃນຄັ້ງນີ້ນັ້ນ ທາງຄະນະກຳມະການປະ ມູນຂັ້ນບ້ານແລະຂັ້ນກຸ່ມ ຈະໄດ້ພິຈະລະນາ ກວດກາເອກະສານການປະມູນ ແລະ ມາດຕະຖານອຸປະ ກອນການກໍ່ສ້າງວ່າ ຖືກຕ້ອງຕາມແບບ ແລະ ມາດ ຖານທີ່ໄດ້ກໍານົດໄວ້ໃນເບື້ອງຕົ້ນຫລືບໍ່ແລ້ວຈຶ່ງຕັດ ສິນຮັບຮອງເອົາບໍລິສັດຜູ້ຮັບເໝົາກໍ່ສ້າງມາລົງມືຈັດຕັ້ງປະຕິບັດໂຄງການຍ່ອຍເຫລົ່ານັ້ນໃນໄວໆນີ້.
ຕອນທ້າຍກອງປະຊຸມ ທ່ານບຸນເຮືອງ ວຽງມະນີ ຄະ ນະປະຈຳພັກເມືອງຮອງເຈົ້າເມືອງຯຕະໂອ້ຍທັງເປັນຜູ້ຊີ້ນຳວຽກງານ ທລຍ ເມືອງຕະໂອ້ຍໄດ້ເນັ້ນຫນັກໃຫ້ແຕ່ລະພາກສ່ວນວ່າ:ສະເໜີໃຫ້ອຳນາດການປົກຄອງບ້ານ ແລະ ຊຸມຊົນຕ້ອງໄດ້ເອົາໃຈໃສ່ການປະກອບສ່ວນຕາມທ່່າແຮງ ແລະ ລາຍການຂອງໂຄງການທີ່ໄດ້ຕົກລົງຢູ່ກອງປະຊຸມຮັບຮອງແບບຜ່ານມາ. ສ່ວນຂອດປະສານງານຕ່າງຯ ລະຫວ່າງຂັ້ນບ້ານກັບບໍລິສັດ,ບ້ານກັບ ທລຍ ຫລື ຫ້ອງການກ່ຽວຂ້ອງຕ້ອງຮັບຜິດຊອບຕາມຂະແຫນງການຂອງຕົນຕິດຕາມໃຫ້ ມີຜົນສຳເລັດ. ສໍາລັບບ້ານທີ່ໄດ້ຮັບໂຄງການຕ້ອງເປັນ ເຈົ້າການໃນການຈັດຕັ້ງປະຕິບັດ ແລະ ກວດກາການກໍ່ສ້າງທຸກຂັ້ນຕອນ ແລະ ທຸກພາກສ່ວນຕ້ອງມີຄວາມສາມັກຄີຢ່າງແຫນ້ນແຟ້ນຈັດຕັ້ງປະຕິບັດຕາມແນວ ທາງຂອງພັກ-ລັດ ວາງອອກເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃຫ້ໄດ້ຮັບການບໍລິການພື້ນຖານໂຄງລ່າງຂອງລັດຢ່າງທົ່ວເຖິງ. ຂ້າ ພະເຈົ້າຕີລາຄາສູງຕໍ່ຜົນສໍາເລັດຂອງການຈັດກອງປະຊຸມເປີດຊອງປະມູນໃນຄັ້ງນີ້ ວ່າມີຄວາມໂປ່ງໃສ, ຊຸມຊົນມີຄວາມສາມາດ ແລະ ເປັນເຈົ້າການໃນການດໍາເນີນການເປີດຊອງດ້ວຍຕົນທຸກຂັ້ນຕອນ ແລະ ໃນຕໍ່ໜ້າກໍຢາກໃຫ້ສືບຕໍ່ປະຕິບັດແບບນີ້ຕໍໄປ.