Published on Poverty Reducetion Fund (https://prflaos.org/test)

Home > ຜົນສໍາເລັດຂອງ ທລຍ2 ເປັນຂົວຕໍ່ກ້າວເຂົ້າສູ່ ທລຍ3

ຜົນສໍາເລັດຂອງ ທລຍ2 ເປັນຂົວຕໍ່ກ້າວເຂົ້າສູ່ ທລຍ3 [1]

Posting Date: 
19 May 2016

ຜົນ​ສໍາ​ເລັດ​ຂອງ ທລຍ2 ​ເປັນ​ຂົວ​ຕໍ່​ກ້າວ​ເຂົ້າ​ສູ່ ທລຍ3

​ໂດຍ: ບຸນ​ກວ້າງ ສຸວັນນະ​ພັນ

ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ໄດ້​ສືບ​ຕໍ່​ເຄື່ອນ​ໄຫວ ​ໄລຍະ 2 ​ແຕ່​ປີ 2012-2016 ​ເປັນ​ເວລາ 5 ປີ,

ໃນ​ຕົວ​ຈິງ​ໄລຍະ​ໂຄງການ​ມີ​ພຽງ​ແຕ່ 4 ປີ ​ເນື່ອງ​ຈາກ​ວ່າ​ໄດ້​ຮັບ​ການ​ສືບ​ຕໍ່​ຕ່ືມ​ອີກ 1 ປີ (ສົກ​ປີ 2015-2016) ສໍາລັບ 7 ​ແຂວງ, ມູນ​ຄ່າ​ໂຄງການ​ທັງ​ໝົດ 86,37 ລ້ານ​ໂດ​ລາ​ສະຫະລັດ. ​ໃນ​ນັ້ນ, ກວມ​ເອົາ​ທຶນ ທລຍ 2 : 68,75 ລ້ານ​ໂດ​ລາສະຫະລັດ ​ແລະ ທຶນ​ເພີ້​ມ​ໃນ​ສົກ​ປີ 2015-2016 : 17,62 ລ້ານ​ໂດ​ລາສະຫະລັດ;​ ຂອບ​ເຂດ​ໂຄງການກວມ​ເອົາ 10 ​ແຂວງ/ 42 ​ເມືອງ/ 278 ກຸ່ມ​ບ້ານ ​ແລະ 1.951ບ້ານ.

​ໃນ​ຈໍານວນ​ທຶນ 83,37[1] ລ້ານ​ໂດ​ລາສະຫະລັດ,  ​ໃນ​ນັ້ນ, ຄິດ​ເປັນ​ທຶນ​ຊ່ວຍ​ເຫຼືອ​ລ້າ 61,70 ລ້ານ​ໂດ​ລາ, ທຶນ​ກູ້​ຢືມ 11,60 ລ້າ​ໂດ​ລາສະຫະລັດ (ທຶນ​ຈໍານວນ 83,37ລ້ານ​ໂດ​ລາ​ໄດ້​ມາ​ຈາກ: (1). ທະນາຄານ​ໂລກ 36,60 ລ້ານ​ໂດ​ລາ(ທຶນ​ຊ່ວຍ​ເຫຼືອ​ລ້າ 25 ລ້ານ​ໂດ​ລາ ​ແລະ ທຶນ​ກູ້​ຢືມ 11,60ລ້ານ​ໂດ​ລາ); (2). ທຶນຊ່ວຍ​ເຫຼືອ​ລ້າ​ຈາກ​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ປະ​ເທດ​ສະ​ວິດ​ເຊີ​ແລນ 17,25 ລ້ານ​ໂດ​ລາ ; (3). ທຶນ​ຊ່ວຍ​ເຫຼືອລ້າ​ຈາກ​ປະ​ເທດ​ອົດ​ສະ​ຕາ​ລີ 16,90 ລ້ານ​ໂດ​ລາ; (4). ທຶນ​ຊ່ວຍ​ເຫຼືອ​ລ້າ​ຈາກ​ອົງການ​ພັດທະນາ​ສັງຄົມ​ປະ​ເທດ​ຍີ່ປຸ່ນ 2, 62 ລ້ານ​ໂດ​ລາ ​ແລະ (5). ທຶນ​ປະກອບສ່ວນ​ຂອງ​ລັດຖະບານ 10 ລ້ານ​ໂດ​ລາສະຫະລັດ).  ​

ຜົນຂອງ​ຈັດ​ຕັ້ງ​ປະຕິບັດ​ໂຄງການ ທລຍ 2 ແຕ່ປີ 2012 ຫາປີ 2015 ມີຈຳນວນທັງໝົດ 1.426 ໂຄງການທີ່ໄດ້ຮັບອະນຸມັດ ແລະ ຄາດຄະເນການໃຊ້ຈ່າຍງົບປະມານທັງໝົດ 300 ກວ່າຕື້ກີບ. ມີຫຼາຍ​ກວ່າ 1.300 ບ້ານ​​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ ​ແລະ ກວມ​ເອົາ​ປະຊາກອນ​ 683.797ຄົນ. ໃນນັ້ນ ເປັນເພດຍິງກວມເອົາເຄິ່ງໜຶ່ງ (50%) ​ແລະ ຊົນເຜົ່າ​ສ່ວນ​ນ້ອຍກວມເອົາ​ຫຼາຍກວ່າ 60% ຂອງ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທັງ​ໝົດ.

ສຳລັບ​ຜົນໄດ້ຮັບທີ່ພົ້ນເດັ່ນກ່ຽວກັບປະເພດໂຄງການທີ່ ທລຍ ໄດ້ຊ່ວຍເຫຼືອ ສາມາດສັງ​ລວມ​ໄດ້ຄື: ກໍ່ສ້າງ ແລະ ປັບປຸງເສັ້ນທາງຊົນນະບົດທັງ​ໝົດໄດ້ 225 ​ເສັ້ນທາງ (ຍາວທັງ​ໝົດ 1.228 ກິ​ໂລ​ແມັດ), ກໍ່ສ້າງ ແລະ ສ້ອມແປງຂົວໄດ້ 45 ແຫ່ງ, ຈັດສັນຜັງບ້ານ ແລະ ວາງທໍ່ລອດໄດ້ 18 ແຫ່ງ, ສະໜອງຕາຄ່າຍໄຟຟ້າຂະໜາດນ້ອຍໄດ້ 18 ແຫ່ງ, ກໍ່ສ້າງ ແລະ ສ້ອມແປງໂຮງຮຽນ​ໄດ້ 386 ​ແຫ່ງ (​ເປັນ​ຈຳນວນ​ທັງ​ໝົດ 955 ຫ້ອງ), ກໍ່ສ້າງ ແລະ ສ້ອມແປງສຸກສາລາໄດ້ 33 ​ແຫ່ງ, ກໍ່ສ້າງ ແລະ ສ້ອມແປງລະບົບນ້ຳ​ໄດ້ 711​​ ແຫ່ງ, ກໍ່ສ້າງ ແລະ ສ້ອມແປງສິ່ງ​

ອຳນວຍ​ຄວາມສະດວກ​ດ້ານ​ກະສິກຳ​ເຊັ່ນ ຊົນລະ​ປະທານ ​ແລະ ຝາຍ​ກັ້ນນໍ້າໄດ້ 63 ແຫ່ງ​​ແລະ ຕະຫຼາດ​ຊຸມຊົນ​ໄດ້ 10 ​ແຫ່ງ.

ພ້ອມດຽວກັນນັ້ນ ທລຍ ໄດ້ທົດລອງຊອກຫາຮູບແບບ ກ່ຽວກັບວຽກງານປັບປຸງຊີວິດການເປັນຢູ່ເພື່ອຄໍ້າປະກັນດ້ານໂພຊະນາການ ໃນເຂດຊົນນະບົດຢູ່ 4 ເມືອງ ໃນສອງແຂວງຄື: ເມືອງຮ້ຽມ ແລະ ເມືອງຊ່ອນ ແຂວງຫົວພັນ, ເມືອງເຊໂປນ ແລະ ເມືອງນອງ ແຂວງສະຫວັນນະເຂດ ດ້ວຍວິທີການ: (1). ສ້າງຕັ້ງກຸ່ມຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕິດພັນກັບ (2). ການສ້າງຕັ້ງກຸ່ມອ້ອມຊັບ(ຝາກປະຫຍັດ) ແລະ (3). ກຸ່ມທໍາກິດຈະກໍາປັບປຸງຊີວິດການເປັນຢູ່(ກຸ່ມຜະລິດສ້າງລາຍ) ເພື່ອແນໃສ່ແກ້ໄຂການຂາດແຄນດ້ານສະບຽງອາຫານ ຕິດພັນກັບການກີນຖືກຫຼັກໂພຊະນາການ ແລະ ສຸຂະອະນາໄມ ຂອງຄອບຄົວ ແລະ ພາຍໃນບ້ານທີ່ທຸກຍາກ, ຊຶ່ງສາມາດສ້າງຕັ້ງກຸ່ມຊ່ວຍເຫຼືອເຊິ່ງກັນ ແລະ ກັນໄດ້ 706 ກຸ່ມ, ກວມ​ເອົາ 165 ບ້ານ (ຜ່ານ​ມາ​ສ້າງ​​ໄດ້ 85ບ້ານ, ປີ 2016 ສ້າງ​ຕ່ືມ 80ບ້ານ), ກວມ​ເອົາ 8,400 ກວ່າ​ຄົວ​ເຮືອນ ​ໂດຍ​ປະກອບ​ທຶນ​ມູນ​ວຽນ 1 ລ້ານ​ກີບ/ ຕໍ່​ຄົວ​ເຮືອນ ​ເປັນ​ກອງ​ທຶນ​ສ້ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ໂດຍຜ່ານວິທີການປູກຈິດສໍານຶກ ສ້າງຄວາມເປັນເຈົ້າໃຫ້ແກ່ແມ່ຍິງ ແລະ ຊົນເຜົ່າສ່ວນນ້ອຍ ໃນການຕັດສິນໃຈແກ້ໄຂບັນຫາຄວາມທຸກຍາກ ແລະ ການຂາດແຄນອາຫານໃນຄອບຄົວຂອງຕົນ ພ້ອມທັງມອບຄວາມຮັບຜິດຊອບ ແລະ ຄວາມຕັດສິນໃຈໃຫ້ແກ່ຊຸມຊົນໃນການ​ວາງ​ແຜນການ​ພັດທະນາ​ທ້ອງ​ຖິ່ນ​ ແລະ ແຜນຜະລິດຂອງຄອບຄົວ ດ້ວຍຕົນເອງ , ຊຶ່ງສາມາດສ້າງໄດ້ບ້ານຕົວແບບພົ້ນຄວາມທຸກຍາກ ກໍາລັງຂະ ຫຍາຍອອກສູ່ທາງກວ້າງ ເຊັ່ນ: ບ້ານສາກົກ, ບ້ານຫ້ວຍສາ, ບ້ານນາວຽງ, ບ້ານແທ້ງຮີ່ງ ເມືອງຮ້ຽມ; ບ້ານທາດ, ບ້ານບໍ່, ບ້ານໝັ້ນ, ບ້ານນໍ້າງ່ອນ, ບ້ານວັດ ເມືອງຊ່ອນ ແຂວງຫົວພັນ; ບ້ານແກ້ງກວີ, ບ້ານຫ້ວຍຕ້ອນ, ບ້ານຫ້ວຍຍື່ງ ເມືອງເຊໂປນ ແຂວງສະຫວັນນະເຂດ. ສະເພາະ ບ້ານຕົວແບບ ເມືອງຮ້ຽມ ແລະ ເມືອງຊ່ອນ ໄດ້ທໍາການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ຕິດພັນກັບການອະນາໄມ 3 ສະອາດ ແລະ ການສ້າງວິດຖ່າຍໃນຄອບຄົວ ໄດ້ກາຍເປັນບ້ານສາທາລະນະສຸກແບບຢ່າງ ກ້າວໄປສູ່ການແກ້ໄຂການກີນຖືກຫລັກໂພຊະນາການ ເທື່ອລະກ້າວ.

ສັງລວມແລ້ວ ທລຍ II (2012-2016) ໄດ້ປະກອບສ່ວນເຂົ້າໃນການພັດທະນາເມືອງທຸກຍາກ ກາຍເປັນເມືອງພົ້ນທຸກ 6 ເມືອງຄື: ເມືອງພູຄູນ, ເມືອງຄູນ, ເມືອງວິລະບູລີ, ເມືອງບາຈຽງຈະເລີນສຸກ, ເມືອງສຸຂຸມາ ແລະ ເມືອງທ່າໂທມ.

ຍ້ອນຜົນງານ​ທີ່​ຍາດ​ມາ​ໄດ້​ນັ້ນ, ທະນາຄານ​ໂລກ ຈຶ່ງ​ໄດ້​ສະ​ແດງ​ເຈດ​ຈໍານົງ ​ໃຫ້ການສືບ​ຕໍ່ ​ໂຄງການ​ກອງ​ທຶນ​ຫຼຸດຜ່ອນ​ຄວາມທຸກ​ຍາກ ທລຍ ​ໄລຍະ 3, ຊຶ່ງ​ໃນ​ວັນ​ທີ 28 ​ເມສາ 2016 ​ໄດ້​ມີ​ການ​ເຈລະຈາ​ຂອງ​ຄະນະ​ວິຊາ​ການ ຝ່າຍ​ລາວ ​ແລະ ຄະນະ​ວິຊາ​ການ​ຂອງ​ທະນາຄານ​ໂລກ ກ່ຽວ​ກັບ​ໂຄງການ ທລຍ 3 ຊຶ່ງ​ໄດ້​ຮັບ​ຜົນ​ສໍາ​ເລັດ​ໃນ​ເບື້ອງ​ຕົ້ນ​ທຶນ​ທັງ​ໝົດ​ຂອງ ທລຍ 3 ຈໍານວນ 52 ລ້ານ​ໂດ​ລາ​ສະຫະລັດ (30 ລ້ານ​ໂດ​ລາ​ຈາກ​ທະນາຄານ​ໂລກ, 16 ລ້ານ​ໂດ​ລາ​ຈາກ​ອົງການ ​ເພື່ອ​ການ​ພັດທະນາ​ຂອງ​ປະ​ເທດ​ສະ​ວິດ​ເຊີ​ແລນ ​ແລະ 6 ລ້ານ​ຈາກ ສປປ ລາວ).

ຄາດ​ຄະ​ເນ​ວ່າ ທລຍ 3 ຈະ​ໄດ້​ຖືກ​ຈັດ​ຕັ້ງ​ປະຕິບັດ​ໃນ​ປີ (2017-2019) ​ໂດຍ​ກວາ​ມ​ເອົາ 40 ​ເມືອງ​ຂອງ 10 ​ແຂວງ​ເປົ້າ​ໝາຍ​ຂອງ ທລຍ.




[1] ​

 

Attachment: 
File PRF II Reportl.2016.docx [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/la/node/1031

Links:
[1] https://prflaos.org/test/la/node/1031
[2] https://prflaos.org/test/sites/default/files/news/1031/attachment/PRF%20II%20Reportl.2016.docx