Published on Poverty Reducetion Fund (https://prflaos.org/test)

Home > ແມ່ຍິງເຂດຊົນນະບົດມີຄວາມເຂັ້ມແຂງໃນຂະບວນການແກ້ໄຂຄວາມທຸກຍາກ

ແມ່ຍິງເຂດຊົນນະບົດມີຄວາມເຂັ້ມແຂງໃນຂະບວນການແກ້ໄຂຄວາມທຸກຍາກ [1]

Posting Date: 
02 Feb 2018

ແມ່ຍິງເຂດຊົນນະບົດມີຄວາມເຂັ້ມແຂງໃນຂະບວນການແກ້ໄຂຄວາມທຸກຍາກ

ໂດຍ: ທລຍ

 

ຮູບແບບການຈັດຕັ້ງປະຕິບັດ​ວຽກງານຂອງ ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ)ແມ່ນໄດ້​​​ເນັ້ນໜັກ​ໃສ່ການມອບສິດ​ໃຫ້​ແກ່​ຊຸມ​ຊົນເຂດຊົນນະບົດເປັນເຈົ້າການ ແລະ ມີສ່ວນຮ່ວມ, ໂດຍສະເພາະແມ່ນແມ່ຍິງ ແລະ ປະຊາຊົນບັນດາເຜົ່າ. ​ຜົນໄດ້ຮັບຂອງ ວຽກງານ ທລຍ ສ່ວນຫລາຍແມ່ນໄດ້ຈາກການສະໜັບສະໜູນ​ໃຫ້​ຊຸມຊົນ​ດຳເນີນການ​​​ວາງ​ແຜນພັດທະນາບ້ານ ແລະ ກໍານົດບຸລິມະສິດຄວາມຕ້ອງການ, ລວມທັງຈັດ​ຕັ້ງ​ປະຕິບັດ​​ດ້ວຍຊຸມຊົນ ແລະ ອຳນວຍຄວາມສະດວກໂດຍຊຸມຊົນເອງ

            ໃນປີ 2017, ການຈັດຕັ້ງປະຕິບັດ​ວຽກງານ ທລຍ ໃນຂັ້ນຊຸມຊົນ ແມ່ນໄດ້ຮັບການອຳນວຍຄວາມສະດວກ ແລະ ປະສານງານຢ່າງດີຈາກຜູ້ປະສານງານກຸ່ມບ້ານ ທີ່ມີຈໍານວນທັງໝົດ 789 ຄົນ, ໃນນັ້ນແມ່ນແມ່ຍິງ 56% ແລະ 90% ແມ່ນຊົນເຜົ່າ. ເຂົາເຈົ້າມີພາລະບົດບາດໃນການເປັນຜູ້ອໍານວຍຄວາມສະດວກ ແລະ ຊ່ວຍເຫລືອແຕ່ລະບ້ານໃນກຸ່ມບ້ານຂອງຕົນ ໃຫ້ມີສ່ວນຮ່ວມໃນການແກ້ໄຂຄວາມທຸກຍາກ ຂອງຕົນເອງຢ່າງເຕັມສ່ວນ, ພອ້ມກັນນັ້ນ ຍັງມອບສິດໃຫ້ເປັນເຈົ້າການໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ໂດຍມີການສະໜັບສະໜູນຈາກພາຍນອກພຽງເລັກນ້ອຍເທົ່ານັ້ນ.

ຜູ້ປະສານງານກຸ່ມບ້ານ ໄດ້ເອົາໃຈໃສ່ອໍານວຍຄວາມສະດວກເປັນພິເສດ ໃນຂັ້ນຕອນການວາງແຜນພັດທະນາບ້ານ ເພື່ອໃຫ້ຊາວບ້ານມີສ່ວນຮ່ວມໃນການຕັດສິນໃຈເລືອກເອົາບຸລິມະສິດທີ່ຕ້ອງການພັດ ທະນາບ້ານຄື:  3 ໃນ 5 ບຸລິມະສິດທໍາອິດທີ່ຕ້ອງການ ຕ້ອງມາຈາກຄວາມຕ້ອງການຂອງແມ່ຍິງ.  ດ້ວຍເຫດນັ້ນ ທລຍ ຈຶ່ງໄດ້ຈັດຕັ້ງປະຕິບັດໂຄງການຍ່ອຍທັງໝົດ 348 ໂຄງການທີ່ປະກອບມີ: ຂະແໜງກະສິກໍາ ແລະ ປ່າໄມ້ 20 ໂຄງການ, ຂະແໜງໂຍທາທິການ ແລະ ຂົນສົ່ງ 71 ໂຄງການ, ​ຂະແໜງສາທາລະນະສຸກ 8 ໂຄງການ, ຂະແໜງສຶກສາທິການ ແລະ ກິລາ 143 ໂຄງການ, ຂະແໜງນໍ້າສະອາດ ແລະ ສຸຂະອະນາໄມ 101 ໂຄງການ, ຂະແໜງ ພະລັງງານ ແລະ ບໍ່ແຮ່ 5 ໂຄງການ.

ບັນດາໂຄງການຍ່ອຍທີ່ກ່າວມາຂ້າງເທິງນັ້ນ 92% ແມ່ນໄດ້າຈາກລາຍການຄວາມຕ້ອງການພັດທະນາຂອງກຸ່ມແມ່ຍິງ, ໃນນັ້ນ ມີຜູ້ໄດ້ຮັບຜົນປະໂຫຍດໂດຍກົງທັງໝົດ 178,172 ຄົນ ຊຶ່ງອັດຕາສ່ວນຂອງແມ່ຍິງແມ່ນກວມເຖີງ50,2% ແລະ 82% ແມ່ນຊົນເຜົ່າ. ຈາກອັດຕາສ່ວນທີ່ກ່າວມາທັງໝົດນັ້ນ ຖືວ່າການຈັດຕັ້ງປະຕິບັດໂຄງການຍ່ອຍໄດ້ເຂົ້າເຖິງຜູ້ທຸກຍາກ, ແມ່ຍິງ ແລະ ຊົນເຜົ່າ ໂດຍສະເພາະແມ່ນຕອບສະໜອງຄວາມຕ້ອງການພັດທະນາຂອງກຸ່ມແມ່ຍິງໃນອັດຕາສ່ວນສູງພໍສົມຄວນ.

ດັ່ງນັ້ນ ຈຶ່ງເວົ້າໄດ້ວ່າ ແມ່ຍິງເຂດຊົນນະບົດໄດ້ຮັບການແກ້ໄຂຄວາມທຸກຍາກນັບມື້ນັບຫລາຍຂື້ນ, ຍ້ອນວ່າບັນດາໂຄງການຍ່ອຍທີ່ ທລຍ ໃຫ້ການສະໜັບສະໜູນລ້ວນແຕ່ແມ່ໂຄງການຍ່ອຍທີ່ສາມາດແກ້ໄຂຄວາມທຸກຍາກ ແລະ ຫລຸດຜອ່ນແຮງງານ ລວມທັງຫລຸດຜ່ອນເວລາ ທີ່ຕ້ອງໃຊ້ໃນການຊອກຢູ່ຫາກິນ ໃຫ້ກັບແມ່ຍິງ ແລະ ປະຊາຊົນບັນດາເຜົ່າໄດ້ດີ. ປະຈຸບັນແມ່ຍິງສາມາດມີເວລາ ເບິ່ງແຍງດູແລລູກ ແລະສ້າງເສດຖະກິດຄອບຄົວໄດ້ຫລາຍຂື້ນກວ່າເກົ່າ.

Attachment: 
File Gender News - 2.docx [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/la/node/1189

Links:
[1] https://prflaos.org/test/la/node/1189
[2] https://prflaos.org/test/sites/default/files/news/1189/attachment/Gender%20News%20-%202.docx