Published on Poverty Reducetion Fund (https://prflaos.org/test)

Home > ນ້ອງນອ້ຍນັກຮຽນອະນຸບານບ້ານເກົ່າໄດ້ມີໂຮງຮຽນຊົມໃຊ້ແລ້ວ

ນ້ອງນອ້ຍນັກຮຽນອະນຸບານບ້ານເກົ່າໄດ້ມີໂຮງຮຽນຊົມໃຊ້ແລ້ວ [1]

Posting Date: 
07 May 2014

ນ້ອງນອ້ຍນັກຮຽນອະນຸບານບ້ານເກົ່າໄດ້ມີໂຮງຮຽນຊົມ​ໃຊ້ແລ້ວ


 


ໂດຍ : ພັດທະນາຊຸມຊົນຄົນເຊກອງ


 


​ໃນວັນທີ 25 ​ເມສາ 2014 ຜ່ານມານີ້ ຢູ່ທີບ້ານເກົ່າເມືອງດາກຈຶງແຂວງເຊກອງຕາມການສຳພາດທ່ານທອງແພງຜູ້ອຳນວຍການໂຮງຮຽນປະຖົມບ້ານ​ເກົ່າທ່ານໄດ້ໃຫ້ຮູ້ວ່າບ້ານເກົ່າແມ່ນບ້ານໜຶ່ງທີຢູ່ໃນເທດສະບານເມືອງດາກຈຶງ,ປະກອບ​ມີເດັກໃນເກນອາຍຸອະນຸບານ ຈຳນວນຫລວງຫຼາຍຈົນເຮັດໃຫ້ທາງໂຮງຮຽນບໍມີໂຮງຮຽນຮອງຮັບນັກຮຽນພຽງພໍ ຈົນເຮັດ​ໃຫ້ນ້ອງນ້ອຍນັກຮຽນບໍ່ໄດ້​ເຂົ້າໂຮງຮຽນ  ແລະໄປຮຽນຢູ່ບ້ານໃກ້ຄຽງຫຼາຍພໍສົມຄວນ ສວນນັກຮຽນໃນບ້ານທັງໝັດແມ່ນມີທັງໝົດ206 ຄົນ,ຍິງ105 ຄົນ  ມີ6 ຊັ້ນຮຽນແຕ່ອະນຸບານຈົນເຖິງປະຖົມປີທີ 5,ແຕ່ລະຫ້ອງແມ່ນມີນັກຮຽນຫຼາຍກວ່າທີມາດຕະຖານຂອງ​ກະຊວງສຶກສາທິການ ​ແລະ ກິລາ ວາງອອກຫ້ອງໜຶ່ງ​ແມ່ນ 45 ຄົນ. ເຮັດໃຫ້ການຮຽນການສອນພົບຄວາມຫຍຸ້ງຍາກພໍສົມຄວນ.


   ການກໍ່ສ້າງໂຮງຮຽນອະນຸບານບ້ານເກົ່າແມ່ນໄດ້ເລີມແຕ່ວັນທີ10 ມີນາ 2013  ​ແລະມາຮອດປະຈຸບັນແມ່ນໄດ້ສຳເລັດ 100 %  ໂຮງຮຽນຫລັງ​ດັ່ງກ່າວແມ່ນອາຄານເຄິ່ງຖາວອນມຸ້ງດ້ວຍສັງກະສີສີ່ຂຽວ,ແອ້ມແອວດວ້ຍຝາສີມັງແລະໄມ້ແປ້ນສີຂາວ ,ພື້ນເບຕົງເສີ່ມເຫຼັກ,ການກໍ່ສ້າງແມ່ນທຶນສົມທົບລະຫວ່າງເຈົ້າຂອງໂຄງການກັບທຶນໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ ( ທລຍ ) ເຊິ່ງເປັນມູນຄ່າທັງໝົດ434,114,080  ກີບ : ໃນນັ້ນແມ່ນມີທຶນຈາກທລຍແມ່ນມມີມູນຄ່າ396,670,356  ກີບ  ແລະເຈົ້າຂອງໂຄງການກໍ່ແມ່ນປະຊາຊົນບ້ານເກົ່າມີທຶນສົມທົບທາງ​ດ້ານ​ແຮງ​ງານ ​ແລະ ວັດຖຸ​ທ້ອງ​ຖິ່ນ ​ໃນມູນຄ່າ 37,443,724 ກີບ.


 ນາຍບ້ານໆເກົ່າໃຫ້ຮູ້ວ່າ: “ກອ່ນທີບ້ານຈະໄດ້ຮັບໂຄງການກໍສ້າງໂຮງຮຽນອະນຸບານຫລັງນີ້ ແມ່ນປະຊາຊົນ​ພາຍ​ໃນ​ບ້ານໄດ້ຮ່ວມ​ກັນວາງແຜນ ​ແລະ ຕັດສິນ​ໃຈ​ເອົາ​ການກໍ່ສ້າງໂຮງຮຽນອະນຸບານເປັນບຸລິມະສິດທີ່ໜຶ່ງ ເພື່ອແກ້ໄຂບັນຫາການ​ຂາດ​ແຄນ​ການ​ເຂົ້າ​ໂຮງຮຽນ​ຂອງ​ເດັກນ້ອຍ​ໃນ​ເກນ​ອາຍຸ​ເຂົ້າ​ໂຮງຮຽນ.


 


                 ແຕ່ບໍ່ທັນມີໂຮງອະນຸບານພໍ່ແມ່ປາຊາຊົນແມ່ນມີບັນຫາກຽ່ວກັບການເອົາລູກໄປຝາກຮຽນອະນຸບານຢູ່ໄກອັນເຮັດເສຍເວລາໃນການໄປເຮັດວຽກກິດຈະກຳສ້າງລາຍຮັບ,ບໍ່ສະດວກໃນການເຮັດຮົ້ວສ່ວນ ຍອ້ນວ່າບໍໄດ້​ເອົາ​ລູກໄປຝາກຢູ່​ໂຮງຮຽນອະນຸບານເພາະບໍມີໂຮງຮຽນອະນຸບານພຽງພໍ. ແຕ່ພໍຢູ່ບ້ານໄດ້ທຶນການກໍ່ສ້າງໂຮງຮຽນອະນຸ​ບ້ານ​ຫລັງ​ນີ້​ແລ້ວ ປະຊາຊົນບ້ານຂອງພວກຂ້າພະເຈົ້າກໍ່ດີໃຈຫຼາຍ​ເພາະພັກ-ລັດ ກໍ​ຄື ທລຍ ຍາມ​ໃດ​ກໍ​​ໄດ້ເອົາ​ໃຈ​ໃສ່​ສົ່ງ​ເສີມ​ການ​ສຶກສາ​ມາ​ຕະຫລອດ ສະ​ນັ້ນ ​ໂຮງຮຽນ​ຫລັງ​ນີ້ຈະເຮັດໃຫ້ພວກ​ຂ້າພະ​ເຈົ້າສະດວກສະບາຍໃນການເອົາລູກຮຽນໜັງສືໃຫ້ສົມກັບຄຳເວົ້າ:  ເດັກແມ່ນອະນາຄົນຂອງຊາດ  ທາງອຳນາດການປົກຄອງບ້ານຍັງໄດ້ໃຫ້ຮູ້ຕືມອີກວ່າ:ພາຍຫຼັງເລັດການກໍ່ສ້າງຄາດວ່ານັກຮຽນຈະເພີມຂຶ້ນຈາກ 56 ຄົນມາເປັນ 95 ຄົນ ໃນສົກຮຽນປີ 2014 – 2015  ແລະ  ຈະບໍແອອັດຄື​ແຕ່​ກ່ອນ ເຮັດໃຫ້ເດັກນ້ອຍຢາກຮຽນຫຼາຍຂຶ້ນແລະທາງບ້ານມີແຜນໃນການຕິດຕາມກວດກາໂຮງຮຽນເປັນປະຈຳທຸກໆເດືອນເພື່ອບໍໃຫ້ມີການເປ່ເພພ້ອມທັງສ້າງກອງທຶນບູລະນະສອ້ມແປງ​ໄວ້ໃຫ້ເຂັ້ມແຂງ  ເພື່ອເຮັດໃຫ້​ໂຮງຮຽນ​ຫລັງ​ດັ່ງກ່າວມີຄວາມຍືນຍົງ ໃຫ້ລູກຫຼານ​ໄດ້​ນໍາ​ໃຊ້​ໄດ້​ຢ່າງ​ຍາວ​ນານ.

Attachment: 
Microsoft Office document icon %20ເກົາໄດ້ເຂົ້າຢູ່%20ບ້ານ%2001[1].doc [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/la/node/701

Links:
[1] https://prflaos.org/test/la/node/701
[2] https://prflaos.org/test/sites/default/files/news/701/attachment/%2520%E0%BB%80%E0%BA%81%E0%BA%BB%E0%BA%B2%E0%BB%84%E0%BA%94%E0%BB%89%E0%BB%80%E0%BA%82%E0%BA%BB%E0%BB%89%E0%BA%B2%E0%BA%A2%E0%BA%B9%E0%BB%88%2520%E0%BA%9A%E0%BB%89%E0%BA%B2%E0%BA%99%252001%5B1%5D.doc