Published on Poverty Reducetion Fund (https://prflaos.org/test)

Home > ຝຶກອົບຮົມການຄຸ້ມຄອງນໍາໃຊ້ ສະຖານທີລ້ຽງສັດ ບ້ານ ນໍ້າແພ

ຝຶກອົບຮົມການຄຸ້ມຄອງນໍາໃຊ້ ສະຖານທີລ້ຽງສັດ ບ້ານ ນໍ້າແພ [1]

Posting Date: 
01 Oct 2014

ຝຶກອົບຮົມການຄຸ້ມຄອງນໍາໃຊ້ ສະຖານທີລ້ຽງສັດ ບ້ານ ນໍ້າແພ


ໂດຍ: ແກ້ວສົມພອນ


            ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ​ໄດ້​ຈັດກອງປະຊຸມຝຶກອົບຮົມການຄຸ້ມຄອງນໍາໃຊ້ ສະຖານທີລ້ຽງສັດ ບ້ານ ນໍ້າແພໃນວັນທີ 4 /7/2014 ທີ່ຫ້ອງການບ້ານ ນໍ້າແພ ​ເຊິ່ງມີຜູ້ເຂົ້າຮ່ວມຈາກ ຫ້ອງການ ກະສິກໍາ ແລະ ປ່າໄມ້, ຫ້ອງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ທີມງານ ທລຍ ຂັ້ນເມືອງ ຕະຫຼອດຮອດ ຜູ້ປະສານງານ, ທີມງານຂັ້ນບ້ານ ແລະ ຊຸມຊົນພາຍໃນບ້ານ ກໍ່ພ້ອມພຽງຮຽງໜ້າກັນເຂົ້າຮ່ວມ.


ເນື້ອໃນ ແລະ ຫົວຂໍ້ທີ່ນໍາມາຝຶກອົບຮົມໃນຄັ້ງນີ້ມີຄື:


1.    ໂຄງຮ່າງການຈັດຕັ້ງຂອງກຸ່ມລ້ຽງສັດ


2.    ການປົກປັກຮັກສາສັດລ້ຽງພາຍໃນກຸ່ມ


3.    ການສ້ອມແປງຮົ້ວປະຈໍາລະດູການ


4.    ວີທີການວາງແຜນ ແລະ ຂຶ້ນແຜນໃຫ້ຈໍານວນຄອບຄົວທີ່ຍັງບໍ່ທັນມີສັດລ້ຽງ


5.    ລະບຽບການຄຸ້ມຄອງສະເພາະເນື້ອທີ່, ຮົ້ວ ແລະ ເຮືອນພັກເຊົາຂອງສັດ


ໃນການຝຶກອົບຮົມໃນຄັ້ງນີ້​ແມ່ນເພື່ອ ຊຸກຍູ້-ສົ່ງເສີມ, ພັດທະນາທ່າແຮງຂອງຊຸມ​ຊົນ​ຜູ້​ທຸກ​ຍາກ​ຫ່າງ​ໄກ​ສອກຫລີກ ແນ່ໃສ່ຮັບປະກັນ ໃນການສະໜອງສະບຽງອາຫານໃຫ້ພຽງພໍ ແລະ ແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໄປຄຽງຄູ່ກັບການປົກປັກຮັກສາສະພາບແວດລ້ອມ.

Attachment: 
Microsoft Office document icon ສະຖານທີລ້ຽງສັດ ບ້ານ ນໍ້າແພ.doc [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/la/node/851

Links:
[1] https://prflaos.org/test/la/node/851
[2] https://prflaos.org/test/sites/default/files/news/851/attachment/%20%E0%BA%AA%E0%BA%B0%E0%BA%96%E0%BA%B2%E0%BA%99%E0%BA%97%E0%BA%B5%E0%BA%A5%E0%BB%89%E0%BA%BD%E0%BA%87%E0%BA%AA%E0%BA%B1%E0%BA%94%20%E0%BA%9A%E0%BB%89%E0%BA%B2%E0%BA%99%20%E0%BA%99%E0%BB%8D%E0%BB%89%E0%BA%B2%E0%BB%81%E0%BA%9E.doc