Published on Poverty Reducetion Fund (https://prflaos.org/test)

Home > ທລຍ ສະໜັບສະໜູນ ການກໍ່ສ້າງຊົນລະປະທານ ບ້ານຫ້ວຍຄະ

ທລຍ ສະໜັບສະໜູນ ການກໍ່ສ້າງຊົນລະປະທານ ບ້ານຫ້ວຍຄະ [1]

Posting Date: 
13 Jul 2015

ທລຍ ສະໜັບສະໜູນ ການ​ກໍ່ສ້າງ​ຊົນລະປະທານ​ ບ້ານ​ຫ້ວຍ​ຄະ

 

                                                       ​ໂດຍ: ຂົງຄຳອີນຍະ​ຊາງ

                                      

   ໂຄງການ​ກໍ່ສ້າງຊົນລະປະທານບ້ານ​ຫ້ວຍ​ຄະກຸ່ມ​ບ້ານ​ສະ ​ເມືອງ​ລອງ ​ແຂວງຫຼວງນ້ຳ​ທາ ​ແມ່ນໜື່ງ​ໃນ​ໂຄງການ​ທີ່​ໄດ​ຮັບ​ທຶນສະໜັບສະໜູນຈາກ​ ກອງ​ທຶນຫຼຸດຜ່ອນ​ຄວາມທຸກ​ຍາກ (ທລຍ)ປະຈຳ​ຮອບ​ວຽນທີ12​ (ສົກ​ປີ 2014-2015) ​ ໂດຍ​ຜ່ານ​ຂະ​ບວນການວາງ​ແຜນ​ແບບ​ມີ​ສ່ວນ​ຮ່ວມ ​ໃນ​ທຸກໆ​ຂັ້ນ​ຕອນ ​ແລະ ສອດຄ່ອງ​ກັບ ​ຄຳ​ຂັວນ​ຂອງ​ພັກທີ່​ວ່າ: “ທຸກ​ສີ່​ງທຸກ​ຢ່າງ​ມາ​ຈາກ​ປະຊາຊົນ ​ໂດຍ​ປະຊາຊົນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງປະຊາຊົນ“​ ໂຄງການ​ດັ່ງກ່າວ ມີ​ຂະໜາດ 4x5 ​ແມັດ, ​ໂດຍ​ນຳ​ໃຊ້​ງົບປະມານ​ການກໍ່ສ້າງທັງໝົດ 77 ລ້ານ​ກ່ວາກີບ,​ ໃນ​ນັ້ນ​ ທຶນຂອງ​ ທລຍ 69 ລ້ານ​ກ່ວາກີບ ​ແລະຊຸມ​ຊົນ​ປະກອບສ່ວນ 7 ລ້ານ​ກ່ວາກີບເປັນ​​ຕົ້ນແມ່ນ​ທາງ​ດ້ານ​ວັດຖຸ​ທ້ອງ​ຖີ່ນ ​ແລະ ​ແຮງ​ງານຂອງ​ຊຸມ​ຊົນ,​ ໂດຍ​ແມ່ນ​ບໍລິສັດ​ພອນ​ຈະ​ເລີ​ນ ​ເປັນ​ຜູ້​ຮັບ​ເໝົາກໍ່ສ້າງ,​​ ເຊີ່ງລົງມື​ຈັດ​ຕັ້ງ​ປະຕິບັດ​ໂຄງການ ມາແຕ່ວັນ​ທີ 3/4/2015 ​ແລະ ມາ​ຮອດ​ປະຈຸ​ບັນສຳ​ເລັດ 100% .​

    ໃນ​ນັ້ນ​ທີ​ມງານທລຍ ​ແລະພາກສ່ວນ​ທີ່​ກ່ຽວຂ້ອງ​ຂັ້ນ​ເມືອງລົງ​ໄປ​ກວດ100% ​ ​ໃນ​ຄັ້ງ​ວັນ​ທີ 3 ມິຖຸນາ 2015 ເຊີ່ງ​ມີ​ທ່ານ​ກຸມ​ແສງອີນສະຫວັດຫົວໜ້າໜ່ວຍງານ​ກໍ່ສ້າງ​ຮາກ​ຖານ​ຈາກ​ຫ້ອງການ​ພັດທະນາ​ຊົນນະ​ບົດ ​ແລະລືບ​ລ້າງ​ຄວາມທຸກ​ຍາກ​ເມືອງ ​ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງສົມທົບ​ກັບ​ບໍລິສັດ​ຜູ້​ຮັບ​ເໝົາ-ກໍ່ສ້າງລົງ​ໄປ​ກວດກາ​​ໂຄງການ​ດັ່ງກ່າວ ເຫັນ​​ວ່າສຳ​ເລັດ100% ​ແລະ ຖືກຕ້ອງຕາມມາດຕະຖານເຕັກນິກທີ່ໄດ້ກໍານົດໄວ້ ພ້ອມ​ນີ້​ທາງ​ບໍລິສັດ​ຜູ້​ຮັບ​ເໝົາ​ກໍ​ສ້າງ​ຍັງ​ຈະ​ໄດ້​ໃຫ້ການ​ຄໍ້າປະກັນ​ເປັນ​ເວລາ 1 ປີ​ຕື່ມ​ອີກ.

      ພາຍຫຼັງ​ໂຄງ​ການກໍ່ສ້າງ​ໄດ້​ສຳ​ເລັດ​ລົງ​ແລ້ວ​ ໄດ້​ມອບ​ໂຄງ​ການ​ດັ່ງກ່າວ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ພາຍ​ໃນ​ບ້ານ​ ເປັນຜູ້​ຄຸ້ມ​ຄອງ ​ແລະ ຊົມ​ໃຊ້​ ​​ໂດຍ​ໄດ້​ແບ່ງ​ຄວາມ​ຮັບຜິດຊອບ​ໃຫ້​ແກ່​ແຕ່​ລະ​ຄອບຄົວເພື່ອ​ສ້າງ​ຄວາມ​ສະ ດວກ​ສະບາຍ​ໃນ​ການ​ຊົມ​ໃຊ້, ໃນນັ້ນ ​ໄດ້ສ້າງກອງທຶນບູລະນະສ້ອມແປງຂັ້ນບ້ານຂຶ້ນ​ ​ເພື່ອ​ນໍາ​ໃຊ້​ເງິນໃນກໍລະນີທີ່​ຊົນລະປະທານເກີດມີການເປ່ເພເສຍຫາຍ​ເຊິ່ງຊ່ວຍ​ເຮັດໃຫ້ໂຄງການດັ່ງກ່າວມີຄວາມຍືນຍົງ ​ແລະ ​ເຮັດ​ໃຫ້​ປະຊາຊົນ​ບ້ານ​ຫ້ວຍ​ຄະ ​ແລະ ປະຊາຊົນ ພາຍ​ໃນ​ກຸ່ມ​ບ້ານ​ສະ ​ເມືອ​ງລອງ ມີ​ຄວາມ​ສະດວກ​ສະບາຍ​ໃນ​ການ​ເຮັດ​ການ​ກະ​ເສດ​ຕ່າງໆ ​ໄດ້​ສອງ​ລະດູ ອັນ​ເປັນ​ເງື່ອນ​ໄຂ ​ເຮັດ​ຊ່ວຍ​​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ບ້ານ​ຫ້ວຍ​ຄະ ກໍ​ຄື​ປະຊາຊົນ​ພາຍ​ໃນ​ກຸ່ມ​ບ້ານ​ສະ ​ໃນ​ລະດັບ​ໃດ​ໜຶ່ງ.

Attachment: 
File 100%.docx [2]

Government's Office
Nahaidiao Rd, Sisavathtai village, Chanhthabuly district, Vientiane Capital
Tel: (856-21)-261480 / Fax:(856-21)-261481
P.O.Box 4625 / E-mail: info@prflaos.org
@ All Rights Reserved. Designed by PRF

Supported by:

   


Source URL: https://prflaos.org/test/la/node/967

Links:
[1] https://prflaos.org/test/la/node/967
[2] https://prflaos.org/test/sites/default/files/news/967/attachment/100%25.docx